ປ.ປູຕິນ ໂທຂອບໃຈ ປ.ທຣຳ ແລະ CIA ທີ່ໃຫ້ຂໍ້ມູນລັບເລື່ອງລອບວາງລະເບີດໃນລັດເຊຍ ຈົນຈັບຄົນຮ້າຍໄດ້ - ອິດສະຫຼະ

ປ.ປູຕິນ ໂທຂອບໃຈ ປ.ທຣຳ ແລະ CIA ທີ່ໃຫ້ຂໍ້ມູນລັບເລື່ອງລອບວາງລະເບີດໃນລັດເຊຍ ຈົນຈັບຄົນຮ້າຍໄດ້



ສຳນັກຂ່າວຕ່າງປະເທດລາຍງານ 18 ທັນວາ 2017 ວ່າ: ຖະແຫຼງການຂອງທຳນຽບເຄຼມລິນ (ທຳນຽບປະທານປະເທດລັດເຊຍ) ໄດ້ກ່າວວ່າ: ຈາກຂໍ້ມູນຂ່າວກອງຂອງສຳນັກງານຂ່າວກອງແຫ່ງຊາດສະຫະລັດ ອາເມຣິກາ (CIA) ເຮັດໃຫ້ເຈົ້າໜ້າທີ່ຂອງລັດເຊຍສາມາດຈັບກຸມຜູ້ຕ້ອງສົງໄສທີ່ກຽມກໍ່ເຫດຮ້າຍໃນເມືອງເຊນປີເຕີສະເບີກຂອງລັດເຊຍໄດ້ທັນເວລາ, ເຊິ່ງທ່ານ ປູຕິນ ປະທານປະເທດລັດເຊຍ ໄດ້ໂທລະສັບໄປຂອບໃຈທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ທີ່ໄດ້ແຈ້ງຂໍ້ມູນເລື່ອງການວາງແຜນທີ່ຈະກໍ່ການຮ້າຍໃນຄັ້ງນີ້.

ເຈົ້າໜ້າທີ່ອາວຸໂສຂອງລັດຖະບານສະຫະລັດ ອາເມຣິກາຢືນຢັນວ່າ ທ່ານ ໂດໂນ ທຣຳ ໄດ້ໂອລົມທາງໂທລະສັບເມື່ອວັນອາທິດທີ່ຜ່ານມາກັບທ່ານ ປູຕິນແທ້, ແຕ່ຍັງບໍ່ມີການຢືນຢັນຈາກເຈົ້າໜ້າທີ່ສະຫະລັດ ອາເມຣິກວ່າ ມີການແບ່ງປັນຂໍ້ມູນຂ່າວກອງໃຫ້ເຈົ້າໜ້າທີ່ລັດເຊຍແທ້ຫຼືບໍ່.

ເຊິ່ງກຸ່ມຄົນຮ້າຍດັ່ງກ່າວໄດ້ກຽມວາງແຜນໂຈມຕີວິຫານຄາຊານສະກີ້ໃນເມືອງເຊນປີເຕີສະເບີກ ເມືອງໃຫຍ່ອັນດັບສອງຂອງລັດເຊຍ ແລະ ສະຖານທີ່ອີກແຫ່ງໜຶ່ງໃນເມືອງ ທີ່ມີປະຊາຊົນຢູ່ຮ່ວມກັນເປັນຈຳນວນຫຼາຍ.

ສື່ມວນຊົນຂອງລັດເຊຍລາຍງານເມື່ອອາທິດທີ່ຜ່ານມາວ່າ ໜ່ວຍງານດ້ານຄວາມໝັ້ນຄົງຂອງລັດເຊຍໄດ້ຈັບກຸມສະມາຊິກຂອງກຸ່ມຫົວຮຸນແຮງ IS ໄດ້ຫຼາຍຄົນທີ່ວາງແຜນຈະໂຈມຕີດ້ວຍລະເບີດຂ້າຕົວຕາຍທີ່ວິຫານຄາຊານສະກີ້ ໃນເມືອງເຊນປີເຕີສະເບີກເມື່ອວັນທີ 16 ທັນວາ ທີ່ຜ່ານມາ, ເຖິງຢ່າງໃດກໍ່ຕາມ ທຳນຽບເຄຼມລິນບໍ່ໄດ້ລາຍງານລາຍລະອຽດກ່ຽວກັບຄົນຮ້າຍທີ່ຖືກຈັບກຸມ ແຕ່ໃນລະຫວ່າງການສົນທະນາທາງໂທລະສັບນັ້ນ ທ່ານ ປູຕິນ ໄດ້ຝາກຄຳຂອບໃຈຜ່ານທ່ານ ໂດໂນ ທຣຳ ໄປຍັງເຈົ້າໜ້າທີ່ CIA ຜູ້ຮວບຮວມຂໍ້ມູນຂ່າວກອງໃນເລື່ອງດັ່ງກ່າວ ແລະ ທ່ານ ປູຕິນ ກໍ່ໄດ້ກ່າວຕື່ມອີກວ່າ ທ່ານຈະແຈ້ງໃຫ້ເຈົ້າໜ້າທີ່ສະຫະລັດ ອາເມຣິກາຮັບຊາບເຊັ່ນກັນຫາກຮູ້ຂໍ້ມູນກ່ຽວກັບການວາງແຜ່ນກໍ່ການຮ້າຍໃນສະຫະລັດ ອາເມຣິກາ.


No comments

Powered by Blogger.