ກົມອຸຕຸແຈ້ງ...! ທົ່ວປະເທດຍັງຈະສືບຕໍ່ໜາວເຢັນຕື່ມອີກໄປຈົນເຖິງວັນທີ 22 ທັນວາ - ອິດສະຫຼະ

ກົມອຸຕຸແຈ້ງ...! ທົ່ວປະເທດຍັງຈະສືບຕໍ່ໜາວເຢັນຕື່ມອີກໄປຈົນເຖິງວັນທີ 22 ທັນວາ



ອີງຕາມບົດລາຍງານສະພາບອາກາດ ເລກທີ 1205/ກອຕທ ລົງວັນທີ 18 ທັນວາ 2017 ຂອງກົມອຸຕິນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນໄລຍະວັນທີ 18-22 ທັນວາ 2017 ມວນອາກດເຢັນຍັງຈະມີກຳລັງແຮງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດໜາວເຢັນຫາໜາວເຢັນຫຼາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ, ເຂດພູພຽງບໍລິເວນ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ພ້ອມລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ຈາກນັ້ນໃນໄລຍະວັນທີ 23-24 ທັນວາ 2017 ມວນອາກາດເຢັນຈາກປະເທດຈີນຈະມີກຳລັງອ່ອນລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ພ້ອມດຽວກັນນັ້ນກະແສລົມຕາເວັນອອກສຽງເໜືອຈະມີກຳລັງປານກາງພັດປົກຄຸມ ເຊິ່ງຈະເຮັດໃຫ້ອຸນຫະພູມສູງຂຶ້ນ 1 ຫາ 2 ອົງສາ ພ້ອມມີໝອກບາງປົກຫຸ້ມຫຼາຍຂຶ້ນໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນຕອນບ່າຍຫາຄ່ຳຢູ່ແຕ່ລະພາກ.

ສຳລັບການຄາດຄະເນສະພາບອາກາດໃນແຕ່ລະພາກມີລາຍລະອຽດດັ່ງນີ້:
- ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ​ 18-22 ທັນວາ 2017 ອາກາດຍັງຈະໜາວເຢັນຫາໜາວເຢັນຫຼາຍພ້ອມມີໝອກໜາໃນຕອນເຊົ້າ ແລະ ຍັງຈະມີຝົນຕົກຈະກາຍພ້ອມລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງຊຽງຂວາງ. ຫຼັງຈາກນັ້ນວັນທີ 23-24 ທັນວາ 2017 ອາກາດຈະອຸ່ນຂຶ້ນເລັກໜ້ອຍພ້ອມມີໝອກບາງປົກຫຸ້ມຫຼາຍຂຶ້ນ ໂດຍສະເພາະແຂວງຜົ້ງສາລີ ແລະ ຫົວພັນ, ອຸນຫະພູມຕ່ຳສຸດ 10-12 ອົງສາ ແລະ ສູງສຸດ 22-24 ອົງສາ.

- ພາກເໜືອດ້ານຕາເວັນຕົກ: ໃນໄລຍະຕົ້ນອາທິດອາກາດຍັງຈະໜາວເຢັນຢູ່ ແຂວງຫຼວງນ້ຳທາ ແລະ ອຸດົມໄຊ ຍັງຈະມີຝົນຕົກກະຈາຍເປັນບາງໂອກາດ, ຈາກນັ້ນວັນທີ 23-24 ທັນວາ 2017 ອຸນຫະພູມອາກາດຈະສູງຂຶ້ນເລັກໜ້ອຍ ແລະ ມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 28-30 ອົງສາ.

- ພາກກາງ: ໃນໄລຍະວັນທີ 18-22 ທັນວາ 2017 ອາກາດຍັງຈະໜາວເຢັນພ້ອມມີໝອກບາງໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ ຫຼັງຈາກນັ້ນວັນທີ 23-24 ທັນວາ ອຸນຫະພູມອາກາດຈະສູງຂຶ້ນເລັກໜ້ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ, ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 28-30 ອົງສາ.

- ສະເພາະແຂວງໄຊສົມບູນ: ອຸນຫະພູມອາກາດຍັງຈະໜາວເຢັນຫາໜາວເຢັນຫຼາຍ ພ້ອມມີໝອກໜາໃນຕອນເຊົ້າໄລຍະວັນທີ 18-22 ທັນວາ 2017 ນີ້, ຈາກນັ້ນວັນທີ 23-24 ທັນວາ ອຸນຫະພູມອາກາດຈະສູງຂຶ້ນເລັກໜ້ອຍ, ອຸນຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 24-16 ອົງສາ.

- ພາກໃຕ້: ໃນໄລຍະວັນທີ 18-22 ທັນວາ 2017 ອາກາດຍັງຈະເຢັນຫາໜາວເຢັນຫຼາຍ ພ້ອມມີໝອກບາງໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນຕອນບ່າຍຫາຄ່ຳ ຈາກນັ້ນວັນທີ 23-24 ທັນວາ 2017 ອຸນຫະພູມອາກາດຈະສູງຂຶ້ນເລັກໜ້ອຍ ພ້ອມມີໝອກບາງປົກຫຸ້ມຫຼາຍຂຶ້ນໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 30-32 ອົງສາ.

- ສະເພາະເຂດພູພຽງບໍລິເວນ:  ອາກາດຍັງໜາວເຢັນຫາໜາວເຢັນຫຼາຍ ພ້ອມມີໝອກໜາໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 08-10 ອົງສາ ແລະ ສູງສຸດ 24-26 ອົງສາ.

- ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 18-22 ທັນວາ 2017 ອາກາດຍັງຈະເຢັນຫາໜາວເຢັນ ພ້ອມມີໝອກບາງໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ, ຫຼັງຈາກນັ້ນວັນທີ 23-24 ທັນວາ 2017 ອາກາດຈະສູງຂຶ້ນເລັກໜ້ອຍ ພ້ອມມີໝອກບາງປົກຫຸ້ມຫຼາຍຂຶ້ນ ແລະ ມີລົມພັດແຮງເປັນບາງໂອກາດໃນຕອນບ່າຍ, ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 29-31 ອົງສາ.

No comments

Powered by Blogger.