ກອງທັບອາກາດຈີນເຝິກຊ້ອມຮົບໃນທະເລຍີ່ປຸ່ນ ຂະນະທີ່ເກົາຫຼີໃຕ້-ຍີ່ປຸ່ນ ສົ່ງຍົນຮົບຂຶ້ນສະກັດ - ອິດສະຫຼະ

ກອງທັບອາກາດຈີນເຝິກຊ້ອມຮົບໃນທະເລຍີ່ປຸ່ນ ຂະນະທີ່ເກົາຫຼີໃຕ້-ຍີ່ປຸ່ນ ສົ່ງຍົນຮົບຂຶ້ນສະກັດ



ສຳນັກຂ່າວຕ່າງປະເທດລາຍງານ 19 ທັນວາ 2017 ວ່າ: ໃນໄລຍະຫຼາຍເດືອນມານີ້ກອງທັບອາກາດຈີນ ໄດ້ເຝິກຊ້ອມໄລຍະໄກຫຼາຍຄັ້ງ ໂດຍສະເພາະບໍລິເວນອ້ອມຮອບໄຕ້ຫວັນ ທີ່ຈີນຖືວ່າເປັນດິນແດນສ່ວນໜຶ່ງຂອງແຜ່ນດິນໃຫຍ່ ຖະແຫຼງການຂອງກອງທັບອາກາດຈີນລະບຸວ່າ: ຍົນຮົບ ແລະ ຍົນຖິ້ມລະເບີດຂອງຈີນບິນຜ່ານຊ່ອງແຄບສຶຊິມະ ທີ່ຂັ້ນແຍກລະຫວ່າງເກົາຫຼີໃຕ້ກັບຍີ່ປຸ່ນ ແລ້ວເຂົ້າສູ່ເຂດນ່ານນ້ຳສາກົນໃນທະເລຍີ່ປຸ່ນ.

ທ່ານ ເສິນ ຈິ້ນເຄີ ໂຄສົກກອງທັບອາກາດຈີນກ່າວໃນຖະແຫຼງການວ່າ ທະເລຍີ່ປຸ່ນບໍ່ແມ່ນຂອງຍີ່ປຸ່ນ ການເຝິກຊ້ອມດັ່ງກ່າວແມ່ນຖືກຕ້ອງຕາມກົດໝາຍ ແລະ ມີເຫດຜົນ, ການເຝິກຊ້ອມໃນຄັ້ງນີ້ຖືເປັນໄປຕາມການເຝິກຊ້ອມປົກກະຕິ ແລະ ມີການວາງແຜນລ່ວງໜ້າ ແລະ ປະສົບຄວາມສຳເລັດຕາມເປົ້າໝາຍທີ່ວາງໄວ້.


ຂະນະທີ່ໃນນະຄອນຫຼວງໂຊ ຂອງເກົາຫຼີໃຕ້ ໂຄສົກກອງບັນຊາການທະຫານສູງສຸດເກົາຫຼີໃຕ້ຖະແຫຼງວ່າ ພົບເຫັນຍົນຂອງກອງທັບຈີນ 5 ລຳ ບິນເຂົ້າສູ່ເຂດປ້ອງກັນໄພທາງອາກາດເກົາຫຼີ ກອງທັບອາກາດເກົາຫຼີໃຕ້ຈຶ່ງສົ່ງຍົນຮົບຂຶ້ນສະກັດກັ້ນເພື່ອເປັນການຕອບໂຕ້.

ທາງດ້ານໂຄສົກກອງທັບໄຕ້ຫວັນກ່າວວ່າ ໃນມື້ດຽວກັນນີ້ຍົນຂອງກອງທັບອາກາດຈີນໄດ້ແຍກເຝິກຊ້ອມອີກລາຍການໜຶ່ງຕ່າງຫາກ ໂດຍບິນຜ່ານຊ່ອງແຄບປາສີ ທີ່ຢູ່ລະຫວ່າງໄຕ້ຫວັນກັບຟິລິບປິນ ກ່ອນບິນກັບຖ່ານໂດຍຜ່ານຊ່ອງແຄບມິຢາໂກະ ທາງຕອນເໜືອຂອງໄຕ້ຫວັນ ແລະ ໃກ້ໝູ່ເກາະທາງໃຕ້ຂອງຍີ່ປຸ່ນ ຂະນະທີ່ຖະແຫຼງການຂອງກະຊວງປ້ອງກັນປະເທດໄຕ້ຫວັນລະບຸວ່າ ການສັງເກດການຂອງໄຕ້ຫວັນພົບວ່າ ກອງກຳລັງປ້ອງກັນຕົນເອງທາງອາກາດຂອງຍີ່ປຸ່ນໄດ້ສົ່ງຍົນຮົບ F-15 ຂຶ້ນສະກັດຍົນຮົບຂອງຈີນອີກດ້ວຍ.

ເມື່ອອາທິດທີ່ຜ່ານມາກອງທັບອາກາດຈີນໄດ້ມີການເຝິກຊ້ອມລາດຕະເວນອ້ອມຮອບເກາະໃກ້ກັບໄຕ້ຫວັນ ຫຼັງຈາກນັກການທູດລະດັບສູງຂອງຈີນຄົນໜຶ່ງກ່າວວ່າ ກອງທັບຈີນຈະບຸກໄຕ້ຫວັນຫາກໄຕ້ຫວັນອະນຸຍາດໃຫ້ເຮືອຮົບຂອງສະຫະລັດ ອາເມຣິກາແວ່ເຂົ້າມາຈອດທຽບທ່າ.


No comments

Powered by Blogger.