UN ບໍ່ເຫັນດີກັບ ສ.ອາເມຣິກາ ທີ່ຮັບຮອງເຢຣູຊາເລມເປັນເມືອງຫຼວງອິດສະຣາແອນ ແລະ ບໍ່ມີຜົນທາງກົດໝາຍ - ອິດສະຫຼະ

UN ບໍ່ເຫັນດີກັບ ສ.ອາເມຣິກາ ທີ່ຮັບຮອງເຢຣູຊາເລມເປັນເມືອງຫຼວງອິດສະຣາແອນ ແລະ ບໍ່ມີຜົນທາງກົດໝາຍ



ສຳນັກຂ່າວຕ່າງປະເທດລາຍງານ 19 ທັນວາ 2017 ວ່າ: ທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດ ໃຊ້ສິດໃນການໂຕ້ແຍ້ງໃນຖານະສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ທີ່ບໍ່ເຫັນດີກັບຮ່າງມະຕິທີ່ສະເໜີໂດຍເອຢິບ ໂດຍມີເນື້ອໃນສຳຄັນຄືການຢ້ຳເຖິງມະຕິການຂີດເສັ້ນແບ່ງອານາເຂດເມື່ອປີ 1967 ວ່າ: ສະຖານະຂອງນະຄອນເຢຣູຊາເລມ ຕ້ອງເປັນໄປຕາມການຕົກລົງເຫັນດີຈາກການເຈລະຈາລະຫວ່າງອິດສະຣາແອນ ກັບ ປາເລສໄຕເທົ່ານັ້ນ ໝາຍຄວາມວ່າຄວາມພະຍາຍາມ ແລະ ການຕັດສິນໃຈໃດກໍ່ຕາມເພື່ອຕ້ອງການປ່ຽນແປງສະຖານະດັ່ງກ່າວ ບໍ່ຖືວ່າມີຜົນຜູກພັນທາງກົດໝາຍໃນທຸກກໍລະນີ ແລະ ຕ້ອງມີການຖອດຖອນສິດນັ້ນໃນທັນທີ.


ເຊິ່ງທ່ານ ນາງ ເຮລີ ກ່າວຕໍ່ກອງປະຊຸມວ່າ ຮ່າງມະຕິນີ້ຖືເປັນການດູໝິ່ນສະຫະລັດ ອາເມຣິກາ ແລະ ລັດຖະບານສະຫະລັດ ອາເມຣິກາ ຈະບໍ່ມີວັນລືມ ພ້ອມທັງປະນາມມະຕິດັ່ງກ່າວວ່າ ເປັນອີກຄັ້ງໜຶ່ງທີ່ສະຫະປະຊາຊາດຕ້ອງການເຄື່ອນໄຫວເພື່ອທຳລາຍສະຖຽນລະພາບ ແລະ ຄວາມພະຍາຍາມການສ້າງສັນຕິພາບລະຫວ່າງອິດສະຣາແອນ ກັບ ປາເລສໄຕ ເຖິງແມ່ນວ່າການໃຊ້ອຳນາດໃນການໂຕ້ແຍ້ງຂອງສະຫະລັດ ອາເມຣິກາຈະບໍ່ແມ່ນເລື່ອງທີ່ເໜືອຄວາມຄາດໝາຍຂອງທຸກຝ່າຍ ແຕ່ການທີ່ສະມາຊິກທີ່ເຫຼືອອີກ 14 ປະເທດລວມເຖິງສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະປະຊາຊາດອີກ 4 ປະເທດນັ້ນກໍ່ຄື: ລັດເຊຍ, ຈີນ, ອັງກິດ ແລະ ຝຣັ່ງ ລ້ວນແຕ່ສະໜັບສະໜູນຮ່າງມະຕິດັ່ງກ່າວ ແລະ ຖືເປັນການສະແດງອອກທີ່ມີຜົນໃນມຸມມອງທາງການທູດວ່າ ເປັນການເຮັດໃຫ້ລັດຖະບານສະຫະລັດ ອາເມຣິກາໂດດດ່ຽວໃນເລື່ອງນີ້ ນັບຕັ້ງແຕ່ທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດຮອງຮອງເອົານະຄອນເຢຣູຊາເລມເປັນນະຄອນຫຼວງຂອງອິດສະຣາແອນ ເມື່ອວັນທີ 6 ທັນວາ 2017 ທີ່ຜ່ານມາ.

ໃນດ້ານຂອງທ່ານ ຣິຢາດ ມານຊູ ເອກອັກຄະລັດຖະທູດປາເລສໄຕປະຈຳສະຫະປະຊາຊາດກ່າວວ່າ ເປັນເລື່ອງທີ່ໜ້າເສຍໃຈເປັນຢ່າງຍິ່ງ ທີ່ມີພຽງປະເທດດຽວຢືນຢູ່ຄົນລະຟາກກັບປະຊາຄົມໂລກ ໃນການຮ່ວມກັນແກ້ໄຂຄວາມຂັດແຍ່ງທີ່ຊຳເຮື້ອມາຍາວນານ, ຂະນະທີ່ທ່ານ ຣິຢາດ ອັນ-ມາລິກີ ລັດຖະມົນຕີກຊວງການຕ່າງປະເທດປາເລສໄຕກ່າວວ່າ ຈະພະຍາຍາມຊຸກດັນບັນຫາດັ່ງກ່າວເຂົ້າສູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ເພື່ອໃຫ້ສະມາຊິກທັງໝົດ 193 ປະເທດຮ່ວມກັນຕັດສິນ ເຖິງແມ່ນວ່າໃນຄວາມເປັນຈິງມະຕິຂອງສະມັດຊາໃຫຍ່ຈະບໍ່ມີຜົນຜູກພັນໃນທາງກົດໝາຍເຊັ່ນດຽວກັນກັບມະຕິຂອງຄະນະມົນຕີຄວາມໝັ້ນແຫ່ງສະຫະປະຊາຊາດ ແຕ່ຖືວ່າມີນ້ຳໜັກໃນທາງການເມືອງລະຫວ່າງປະເທດ.


No comments

Powered by Blogger.