ປ.ທຣຳກ່າວ: ຈີນ-ລັດເຊຍ ຄືມະຫາອຳນາດຄູ່ແຂ່ງ ທີ່ຍາດແຍ່ງອິດທິພົນ-ຜົນປະໂຫຍດຂອງສ.ອາເມຣິກາ - ອິດສະຫຼະ

ປ.ທຣຳກ່າວ: ຈີນ-ລັດເຊຍ ຄືມະຫາອຳນາດຄູ່ແຂ່ງ ທີ່ຍາດແຍ່ງອິດທິພົນ-ຜົນປະໂຫຍດຂອງສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານ 19 ທັນວາ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຂຶ້ນເວທີທີ່ສູນການຄ້າສາກົນໂຣນັນ ເຣແກນ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນຈັນທີ່ຜ່ານມາ ເພື່ອກ່າວປາໄສກ່ຽວກັບແຜນຍຸດທະສາດດ້ານຄວາມໝັ້ນຄົງແຫ່ງຊາດ ເຊິ່ງຖືເປັນຄັ້ງທຳອິດຢ່າງເປັນທາງການ ຕາມແນວທາງ "ອາເມຣິກາຕ້ອງມາກ່ອນ" ໂດຍທ່ານ ທຣຳ ກ່າວໂຈມຕີນະໂນບາຍຕ່າງປະເທດຂອງລັດຖະບານສະຫະລັດ ອາເມຣິກາຫຼາຍຊຸດກ່ອນໜ້ານີ້ວ່າ ເປັນຄວາມລົ້ມເຫຼວທັງໝົດຈົນເຮັດໃຫ້ລັດເຊຍ ແລະ ຈີນ ສາມາດຂຶ້ນມາຢືນຢູ່ໃນຖານະ "ມະຫາອຳນາດຄູ່ແຂ່ງ" ທັງໃນດ້ານການສ້າງອິດທິພົນ, ການສະແຫວງຫາຜົນປະໂຫຍດ ແລະ ການຮິບຮອນຜົນປະໂຫຍດ ແລະ ຄວາມຮຸ່ງເຮືອງຂອງອາເມຣິກາ.

ທ່ານ ທຣຳ ກ່າວຕື່ມວ່າ: ບໍ່ພຽງແຕ່ຈີນກຳລັງພະຍາຍາມຫາທາງກຳຈັດສະຫະລັດ ອາເມຣິກາໃຫ້ອອກໄປຈາກອາຊີ, ລັດຖະບານຈີນກຳລັງຮຸກຮານອະທິປະໄຕ ແລະ ດິນແດນອັນຄົບຖ້ວນຂອງລັດເອກະລາດຫຼາຍແຫ່ງໃນພູມມິພາກ, ດ້ານລັດເຊຍມີໂຄງການອາວຸດນິວເຄຼຍທີ່ຖືເປັນໄພຮຸກຮານຕໍ່ການຄົງຕົວຢູ່ຂອງສະຫະລັດ ອາເມຣິກາຢ່າງຮ້າຍແຮງ, ສ່ວນທຳນຽບເຄຼມລິນ (ທຳນຽບປະທານປະເທດລັດເຊຍ) ເປັນອົງກອນທີ່ມີອິດທິພົນທີ່ພະຍາຍາມຟື້ນຟູອຳນາດ ແລະ ສ້າງບັນຍາກາດທາງອິດທິພົນໃຫ້ແຜ່ຂະຫຍາຍປົກຄຸມລະຫວ່າງເຂດແດນຕ່າງໆ, ທ່ານ ທຣຳ ກ່າວອີກວ່າ ລັດຖະບານລັດເຊຍມີຈຸດປະສົງໃນການທຳລາຍອິດທິພົນຂອງສະຫະລັດ ອາເມຣິກາ ແລະ ຕ້ອງການແບ່ງແຍກສະຫະລັດ ອາເມຣິກາອອກຈາກພັນທະມິດດັ້ງເດີມ.

ສຳລັບເນື້ອໃນການກ່າວປາໄສຂອງທ່ານ ທຣຳ ໃນຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງເອກະສານນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງທີ່ມີຄວາມຍາວ 68 ໜ້າ ທີ່ທຳນຽບຂາວຮ່າງຂຶ້ນມາ ເພື່ອຢືນຢັນວ່າຜູ້ນຳສະຫະລັດ ອາເມຣິກາ ເຮັດຕາມສັນຍາຕະຫຼອດໄລຍະເວລາເກືອບ 1 ປີທີ່ເຂົ້າມາບໍລິຫານປະເທດ.


No comments

Powered by Blogger.