ໂລກຕິດການພະນັນໃນໄວລຸ້ນ ບັນຫາຂອງສັງຄົມທັງໃນປັດຈຸບັນ ແລະ ອະນາຄົດ - ອິດສະຫຼະ

ໂລກຕິດການພະນັນໃນໄວລຸ້ນ ບັນຫາຂອງສັງຄົມທັງໃນປັດຈຸບັນ ແລະ ອະນາຄົດ



ການພະນັນສົ່ງຜົນກະທົບຕໍ່ພຶດຕິກຳ ແລະ ພັດທະນາການຂອງເດັກນ້ອຍ ແລະ ເຍົາວະຊົນໂດຍສະເພາະດ້ານສະໝອງ ຜົນການວິໄຈດ້ານການແພດລະບຸຊັດເຈນວ່າ: ການພະນັນເປັນເກມທີ່ສາມາດທຳລາຍສະໝອງຂອງເດັກ ແລະ ເຍົາວະຊົນໄດ້ຢ່າງຖາວອນ ອົງການອະນາໄມໂລກກຳນົດໃຫ້ພຶດຕິກຳການພະນັນເປັນຄວາມຜິດປົກກະຕິທາງຈິດຊະນິດໜຶ່ງຮຽກວ່າ Pathological Gambling ຫຼື ໂລກຕິດການພະນັນ ເຊິ່ງຜູ້ຫຼິ້ນການພະນັນຈະມີຄວາມທຸກຈາກການຫຼິ້ນການພະນັນ ແຕ່ກໍ່ເຊົາບໍ່ໄດ້ຍັງຄົງຕ້ອງຫຼິ້ນຕໍ່ໄປ.

ງານວິໄຈທົບທວນເອກະສານທາງວິຊາການກ່ຽວກັບຜົນກະທົບໄລຍະຍາວຈາກການຫຼິ້ນການພະນັນ ພົບຂໍ້ມູນຢັ້ງຢືນວ່າ ການພະນັນບໍ່ແມ່ນພຽງເກມທີ່ມ່ວນຊື່ນ ແຕ່ເປັນເກມທີ່ສາມາດທຳລາຍສະໝອງຂອງເດັກນ້ອຍໄດ້ຢ່າງຖາວອນ ສະຖາບັນວິໄຈກ່ຽວກັບສຸຂະພາບຈິດໃນອາເມຣິກາ (National Institute of Mental Heatlh) ໂດຍ Ernts ແລະ ຄະນະ ໄດ້ສຶກສາໂຄງສ້າງສະໝອງຂອງໄວລຸ້ນດ້ວຍການເອັກສະເຣສະໝອງດ້ວຍຄື້ນແມ່ເຫຼັກໄຟຟ້າ (MRI) ພົບວ່າ ສະໝອງຂອງໄວລຸ້ນຍັງພັດທະນາບໍ່ສົມບູນຊີ້ໃຫ້ເຫັນວ່າ ຊ່ວງໄວລຸ້ນຕອນຕົ້ນເປັນໄວທີ່ຍັງຂາດຄວາມຫັກຫ້າມໃຈ ເຊິ່ງສະໝອງສ່ວນໜ້າທີ່ກ່ຽວຂ້ອງກັບຂະບວນການຄິດທີ່ໃຊ້ເຫດຜົນ (Prefrontal Cortex) ຈະພັດທະນາສົມບູນໃນຊ່ວງອາຍຸ 20 ປີຂຶ້ນໄປ ຖ້າໄວລຸ້ນຫຼິ້ນແຕ່ການພະນັນ ຫຼື ຕິດການພະນັນຈະສົ່ງຜົນໃຫ້ສະໝອງສ່ວນໜ້າບໍ່ເພີ່ມເນື້ອສະໝອງ, ສະໝອງສ່ວນໜ້າຈະບໍ່ພັດທະນາຢ່າງຖາວອນ ແລະ ຍັງອາດຖືກຄັດອອກ (Pruning) ເພາະບໍ່ໄດ້ໃຊ້ງານ ສົ່ງຜົນຕໍ່ລະບົບຄິດ ແລະ ພຶດຕິກຳທີ່ຈະຕິດຕົວໄປຕະຫຼອດຊີວິດຄື ຈະກາຍເປັນຜູ້ໃຫຍ່ທີ່ບໍ່ອົດທົນລໍຖ້າຄວາມສຳເລັດ, ຫວັງໄດ້ເງິນມາແບບງ່າຍໆ ແລະ ວ່ອງໄວ.

ການພະນັ້ນເປັນເກມກະຕຸ້ນໃຫ້ເກີດອາລົມຄວາມຮູ້ສຶກໄດ້ຫຼາຍ ບໍ່ວ່າຜູ້ຫຼິ້ນຈະຢູ່ໃນສະຖານະການທີ່ໄດ້ ຫຼື ເສຍ ດັ່ງນັ້ນ, ເດັກນ້ອຍ ແລະ ເຍົາວະຊົນຈຶ່ງເປັນຊ່ວງໄວທີ່ມີຄວາມສ່ຽງສູງຫຼາຍທີ່ຈະຕິດການພະນັນໄດ້ງ່າຍ ແລະ ຖອນຕົວໄດ້ຍາກ ສາເຫດທີ່ໄວລຸ້ນຕິດການພະນັນໄດ້ງ່າຍມີດັ່ງນີ້:

1. ສື່ອິນເຕີເນັດອອນລາຍ ມີໂຄສະນາຫຼາກຫຼາຍກ່ຽວກັບການພະນັນ ພຽງແຕ່ຄລິກກໍ່ສາມາດເຂົ້າໄປໃຊ້ບໍລິການໄດ້ແບບງ່າຍໆ
2. ໝູ່ເພື່ອນເປັນຄົນແນະນຳໃຫ້ຫຼິ້ນ ແລະ ໄວລຸ້ນມີແນວຄິດມັກລອງຫຼິ້ນເບິ່ງ
3. ຮ້ອນເງິນ ຫຼື ມີຄວາມຕ້ອງການວັດຖຸຕາມສະໄໝນິຍົມສູງ
4. ບັນຫາຄອບຄົວເກີດຈາກການທີ່ຕ້ອງການປະຊົດພໍ່-ແມ່ ໜີອອກຈາກເຮືອນ ແລະ ຫາເງິນໃຊ້ເອງ ບາງຄົນຫາທາງອອກດ້ວຍການໄປຫຼິ້ນການພະນັນເຮັດໃຫ້ຕິດໜີ້

ໃນສັງຄົມລາວປັດຈຸບັນນີ້ການພະນັນນັບມື້ນັບຫຼາຍຂຶ້ນເລື້ອຍໆ ມີທັງຖືກກົດໝາຍ ແລະ ຜິດກົດໝາຍອັນເປັນສິ່ງເບື່ອເມົາສັງຄົມ ແລະ ເປັນຕົວທຳລາຍເສດຖະກິດ ແທນທີ່ຈະເອົາເວລາໄປທຳມາຫາກິນແຕ່ກັບຕ້ອງເສຍໄປກັບການນັ່ງຫຼິ້ນການພະນັນ.

No comments

Powered by Blogger.