ລັດຖະບານກຽມປະມູນຂາຍໄມ້ທີ່ຍຶດເປັນຂອງລັດ - ອິດສະຫຼະ

ລັດຖະບານກຽມປະມູນຂາຍໄມ້ທີ່ຍຶດເປັນຂອງລັດ



ໜັງສືພິມລາວພັດທະນາລາຍງານ: ໃນກອງປະຊຸມລັດຖະບານປະຈໍາເດືອນກຸມພາຜ່ານມາ, ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໄດ້ເຫັນດີເປັນເອກະພາບມອບໃຫ້ກະຊວງອຸດສະຫະກຳ ແລະ ການຄ້າປະສານສົມທົບກັບກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາພະແນກການທີ່ກ່ຽວຂ້ອງຢູ່ແຕ່ລະທ້ອງຖິ່ນກະກຽມການຈັດຕັ້ງປະມູນຂາຍໄມ້ທີ່ຍຶດເປັນຂອງລັດ ໂດຍດ່ວນ ເພື່ອຮັບປະກັນໃຫ້ຖືກຕ້ອງຕາມລະບຽບ ແລະ ການສ້າງຄວາມໂປ່ງໃສໃຫ້ແກ່ສັງຄົມ. ຊຶ່ງຜ່ານມາໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງລັກລອບຈູດໄມ້ທີ່ຖືກຍຶດຈໍານວນ 8.705 ແມັດກ້ອນທີ່ແຂວງອັດຕະປື, ເຮັດໃຫ້ລັດເສຍໂອກາດໃນການປະມູນຂາຍໄມ້ເລົ່ານັ້ນ.

ແນວໃດກໍຕາມ, ຕໍ່ບັນຫານີ້ລັດຖະບານໄດ້ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າລົງສົມທົບກັບແຂວງອັດຕະປືດໍາເນີນການກວດກາໃຫ້ລະອຽດກ່ຽວກັບໄມ້ເສຍຫາຍຈາກໄຟໄໝ້ ແລະ ສືບສວນຫາຜູ້ກະທຳຜິດແລ້ວລາຍງານລັດຖະບານ. ນອກຈາກນີ້, ລັດຖະບານແນະນໍາໃຫ້ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງການເງິນ ແລະ ກະຊວງອຸດສາກະກໍາ ແລະ ການຄ້າ ສົມທົບກັບອົງການປົກຄອງທ້ອງຖິ່ນດໍາເນີນການກວດກາປັບປຸງໜ່ວຍງານ, ຂະແໜງການສາຍຕັ້ງຂອງຕົນຢູ່ທ້ອງຖິ່ນທີ່ຮັບຜິດຊອບວຽກງານຄຸ້ມຄອງປ່າໄມ້, ທຸລະກິດໄມ້ ແລະ ພະນັກງານປະຈໍາຢູ່ດ່ານພາສີໃຫ້ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ ເພື່ອບໍ່ໃຫ້ມີການສວຍໂອກາດຫາຜົນປະໂຫຍດແກ່ຕົນເອງ ແລະ ຝ່າຝືນລະບຽບກົດໝາຍ, ຖ້າກວດເຫັນການລະເມີດ ແລະ ກະທໍາຜິດຕ້ອງໄດ້ລົງວິໄນຕາມລະບຽບກົດໝາຍ, ນັບທັງພະນັກງານລັດ ແລະ ຜູ້ປະກອບການ. ນອກນີ້ລັດຖະບານຍັງໄດ້ມອບໝາຍໃຫ້ຄະນະສະເພາະກິດສືບຕໍ່ກວດກາ ແລະ ເກັບກໍາຂໍ້ມູນໃຫ້ລະອຽດຊັດເຈນກ່ຽວກັບດ່ານທີ່ມີການອະນຸມັດໃຫ້ສົ່ງໄມ້ອອກໄປຕ່າງປະເທດ, ມີພາກສ່ວນໃດ ແລະ ພະນັກງານຜູ້ໃດເປັນຜູ້ອະນຸມັດໃຫ້ສົ່ງອອກ, ພະນັກງານຂອງລັດທີ່ໃຫ້ການຮ່ວມມື ແລະ ສົມຮູ້ຮ່ວມຄິດກັບຜູ້ປະກອບການທີ່ລັກລອບສົ່ງອອກ ເພື່ອລາຍງານຂໍ້ມູນລະອຽດແກ່ລັດຖະບານ.

ຜ່ານມາ, ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ມີການສົ່ງອອກໄມ້ທ່ອນ ແລະ ຜະລິດຕະພັນໄມ້ລາຍໃຫ່ຍໃນພາກພື້ນ, ແຕ່ການເກັບລາຍຮັບຈາກໄມ້ຊໍ້າພັດໄດ້ໜ້ອຍ, ທັງມີການລັກຕັດໄມ້ເກີນໂກຕ້າທີ່ໄດ້ຮັບອະນຸຍາດ, ໂດຍມີເຈົ້າໜ້າທີ່ໃນຂະແໜງກ່ຽວຂ້ອງຈໍານວນໜຶ່ງໃຫ້ການຊ່ວຍເຫຼືອເພື່ອແລກກັບຜົນປະໂຫຍດສ່ວນຕົວ ແລະ ຍັງມີປະກົດການລັກຕັດໄມ້ຊະຊາຍຕາມໃບສັ່ງຈາກພໍ່ຄ້າໄມ້ຕາມປ່າຂອງຊຸມຊົນ ແລະ ປ່າສະຫງວນຕ່າງໆໃນຂອບເຂດທົ່ວປະເທດ, ອັນໄດ້ເຮັດໃຫ້ເນື້ອທີ່ປົກຫຸ້ມຂອງປ່າໄມ້ໃນປະເທດຫຼຸດລົງຢ່າງໜ້າເປັນຫ່ວງ.

No comments

Powered by Blogger.