ຮູ້ວິທີຄິດເມື່ອຊີວິດຜິດຫວັງ - ອິດສະຫຼະ

ຮູ້ວິທີຄິດເມື່ອຊີວິດຜິດຫວັງ



ມະນຸດມັກພົບກັບຄວາມຜິດຫວັງໝົດທຸກຄົນຕ່າງແຕ່ວ່າຈະໜ້ອຍຫຼືຫຼາຍ ຖ້າຮູ້ວິທີຄິດເມື່ອຊີວິດຜິດຫວັງຈະເຮັດໃຫ້ເກີດຄວາມຫວັງ ແລະ ຄວາມສຸກໄດ້ຫຼາຍຂຶ້ນ, ອາລົມດີຂຶ້ນ ຖ້າຮູ້ຄິດເມື່ອມີຄູ່ຄອງແລ້ວກໍ່ບໍ່ນຳຄວາມທຸກມາໃຫ້ແຖມຍັງຊ່ວຍແນະນຳຄົນຮັກເວລາເປັນທຸກໄດ້ອີກດ້ວຍ ເຮັດໃຫ້ຄວາມຮັກຢູ່ຍືນຍາວ ແລະ ເປັນສຸກ

ຕອນນີ້ຖ້າທ່ານມີຄວາມຜິດຫວັງບໍ່ວ່າຈະເປັນເລື່ອງນ້ອຍຫຼືເລື່ອງໃຫຍ່ອັນໄດ້ເຮັດໃຫ້ເກີດອາລົມບໍ່ດີຂຶ້ນເຊັ່ນ: ຜິດຫວັງທີ່ນິໄສຂອງແຟນບໍ່ຖືກໃຈ, ໝູ່ກ່າວຂວັນນິນທາ, ຍາດພີ່ນ້ອງເອົາປຽບ, ພົບເຫັນຄົນຫຼືເຫດການບໍ່ດີ, ເຈົ້ານາຍ ຫຼື ລູກນ້ອງບໍ່ຖືກໃຈຜ່ານເຂົ້າມາໃນຊີວິດ ກໍ່ຈະໄດ້ມີວິທີຄິດທີ່ເໝາະສົມ

ວິທີຄິດເມື່ອຊີວິດຜິດຫວັງກໍ່ຄື:
1. ໃຫ້ຮູ້ວ່າທຸກເກີດຂຶ້ນແລ້ວ ເມື່ອຜິດຫວັງກໍ່ເກີດທຸກ ຈົ່ງຕັ້ງໃຈຮັບມັນຕັ້ງສະຕິໃຫ້ຮູ້ທັນວ່າທຸກໄດ້ເກີດຂຶ້ນແລ້ວ
2. ຄວາທຸກຢູ່ກັບທ່ານບໍ່ດົນດອກ ທຸກຢ່າງເປັນອະນິດຈັງ ບໍ່ແນ່ນອນ ທັງທຸກ ແລະ ສຸກນັ້ນແລະ ຢູ່ກັບທ່ານບໍ່ດົນກໍ່ຈະຈາງຫາຍໄປ ເພາະທຸກຢ່າງເປັນອະນັດຕາ ຄອບຄອງບໍ່ໄດ້ທັງນັ້ນ
3. ຢ່າໄປຄິດຊ້ຳໆເລື່ອງຄວາມທຸກ ຫຼື ຄວາມໂຊກບໍ່ດີ ຖ້າຄິດຊ້ຳໆຈະເກີດເປັນຄວາມເຊື່ອຝັງໃຈຝັງເຂົ້າໄປໃນຈິດສຳນັກ ເຮັດໃຫ້ທ່ານຮູ້ສຶກທຸກຫຼາຍຂຶ້ນ ແລະ ເຊື່ອວ່ານັ້ນເປັນໂຊກທີ່ບໍ່ດີທີ່ສຸດສຳລັບທ່ານ
4. ຄິດເຖິງປະໂຫຍດຂອງຄວາມທຸກ ແລະ ຜິດຫວັງ ເມື່ອເກີດຄວາມທຸກຄວາມຜິດຫວັງຂຶ້ນເຮັດໃຫ້ທ່ານຮູ້ຈັກຫຼຸດຄວາມເປັນຕົວເອງ ຫຼື ອີໂກ້ ຮູ້ວ່າບໍ່ມີທາງທີ່ທ່ານຈະໄດ້ສົມໃຈທຸກຢ່າງເຮັດໃຫ້ເກີດຄວາມອົດທົນອົດກັ້ນ ຄອຍຖ້າສິ່ງໃໝ່ໆທີ່ດີໆຈະຜ່ານເຂົ້າມາ ໃຫ້ຮູ້ຈັກຄວາມຫວັງໃໝ່ທີ່ດີ (GoodHope) ໃຫ້ຮູ້ຈັກຫົດຢືດຄວາມຄິດແບບເອົາຈິງເອົາຈັງ ຫຼື ຄິດແບບເອົາແຕ່ໃຈຕົວເອງລົງໄດ້.
5. ເລັ່ງສ້າງຄວາມດີໃຫ້ຫຼາຍຂຶ້ນ ເພາະເຊື່ອກົດແຫ່ງກຳ (ການກະທຳ) ທ່ານຕ້ອງຮີບສ້າງຄວາມດີໃຫ້ຫຼາຍທີ່ສຸດ ເພື່ອໃຫ້ທ່ານມີຄວາມສຸກຫຼາຍຂຶ້ນກັບສິ່ງດີໆທີ່ໄດ້ເຮັດ
6. ເກີດສະມາທິເມື່ອໄດ້ ປັນຍາຫຼາຍຂຶ້ນເມື່ອນັ້ນ ເພາະເກີດທຸກຈຶ່ງເຂົ້າໃຈທຸກ ແລະ ທຳມະຊາດຂອງຊີວິດຫຼາຍຂຶ້ນ ເຊິ່ງຈະເຮັດໃຫ້ທ່ານຮູ້ຈັກເຫັນອົກເຫັນໃຈຄົນອື່ນຫຼາຍຂຶ້ນ
7. ເກີດການຖ່ອມຕົວ, ຫຼຸດອີໂກ້ (ຄວາມເປັນຕົວເອງ) ລົງ, ຮູ້ຈັກຫຼຸດຄວາມເປັນຕົວຕົນ (ອັດຕາ) ລົງໄດ້ ເພາະຮູ້ວ່າບໍ່ສາມາດຄອບຄອງ ຫຼື ເປັນເຈົ້າຂອງທຸກຢ່າງໄດ້ ເຊິ່ງເມື່ອທ່ານມີສະຕີອີໂກ້ຈະຫຼຸດລົງໂດຍອັດຕະໂນມັດ
8. ສະຕີເປັນສິ່ງສຳຄັນທີ່ສຸດໃນຊີວິດ ການມີສະຕິຢູ່ກັບປັດຈຸບັນ ເຮັດໃຫ້ບໍ່ຈົມຢູ່ກັບອະດີດ ແລະ ບໍ່ຢ້ານອະນາຄົດ

ຊີວິດຂອງຄົນເຮົາຢູ່ກັບປັດຈຸບັນເທົ່ານັ້ນ ຢູ່ກັບລົມຫາຍໃຈເຂົ້າ-ອອກຂະນະນີ້ເທົ່ານັ້ນ ອະດີດກໍ່ຜ່ານໄປແລ້ວ ມື້ອື່ນຈະມີຫຼືບໍ່ກໍ່ບໍ່ຮູ້

ເມື່ອທ່ານມີສະຕິຫຼາຍຂຶ້ນທ່ານຈະເຂົ້າໃຈວ່າຄຳວ່າ "ມື້ອື່ນ" ມັນໃກ້ຄຽງຫຼາຍກັບຄຳວ່າ "ຊາດໜ້າ" ເຊິ່ງຫຼັກການນີ້ຢ້ຳວ່າມີຫຍັງຢາກເຮັດກະຂ້ຽວເຮັດແຕ່ "ດຽວນີ້" ຈັກໜ້ອຍຊາດໜ້າຈຶ່ງຊິໄດ້ເຮັດ (ຄືຕາຍກ່ອນແຕ່ວານນີ້) ກໍ່ຈະສວາຍເກີນໄປ

ເມື່ອທ່ານຮູ້ວິທີຄິດເມື່ອຊີວິດຜິດຫວັງແລ້ວ ເຖິງເວລາຜິດຫວັງຫຼືມີທຸກ ທ່ານຈະມີທາງອອກ ຫຼຸດຄວາມທຸກລົງໄດ້ ມີຄວາມຫວັງໃໝ່ ແລະ ມີຄວາມສຸກໄດ້ຫຼາຍຂຶ້ນແນະນຳຄູ່ຮັກ ຫຼື ແນະນຳຄົນອື່ນກໍ່ໄດ້ ເຊິ່ງຈະກໍ່ໃຫ້ເຂົາເຈົ້າເກີດຄວາມສັດທາໃນຕົວທ່ານຫຼາຍຂຶ້ນ ເຮັດໃຫ້ຄວາມຮັກຍືນຍາມຍິ່ງຂຶ້ນ.

No comments

Powered by Blogger.