ຈີນກ່າວ: ສ.ອາເມຣິກາຄວນປັບປຸງທັດສະນະຈາກການແຂ່ງຂັນ ມາເປັນການຮ່ວມມື - ອິດສະຫຼະ

ຈີນກ່າວ: ສ.ອາເມຣິກາຄວນປັບປຸງທັດສະນະຈາກການແຂ່ງຂັນ ມາເປັນການຮ່ວມມື



ສຳນັກຂ່າວຕ່າງປະເທດລາຍງານ 19 ທັນວາ 2017 ວ່າ: ສະຖານທູດຈີນປະຈຳນະຄອນຫຼວງວໍຊິງຕັນອອກຖະແຫຼງການໃນວັນອັງຄານນີ້ວ່າ: ທັດສະນະດ້ານລົບທີ່ມີຕໍ່ກັນລະຫວ່າງສະຫະລັດ ອາເມຣິກາ ແລະ ຈີນ ບໍ່ວ່າຈະໃນບັນຫາໃດກໍ່ຕາມ ບໍ່ໄດ້ສົ່ງຜົນກະທົບສະເພາະຕໍ່ການຮ່ວມມື ແລະ ສາຍພົວພັນສອງຝ່າຍເທົ່ານັ້ນ ແຕ່ຍັງຈະສົ່ງຜົນກະທົບເຖິງສະຖຽນລະພາບຂອງປະຊາຄົມໂລກອີກດ້ວຍ.

ຖະແຫຼງການຂອງສະຖານທູດຈີນຍັງລະບຸອີກວ່າ: ໃນດ້ານໜຶ່ງສະຫະລັດ ອາເມຣິກາຖືເອົາຈີນເປັນພັນທະມິດ ແຕ່ໃນອີກດ້ານໜຶ່ງກໍ່ຖືເອົາຈີນເປັນຝ່າຍກົງຂ້າມ ນອກຈາກຈະເປັນນະໂຍບາຍທີ່ມີຄວາມຂັດແຍ່ງກັນແລ້ວ ມັນຍັງບໍ່ສອດຄ່ອງກັບຄວາມເປັນຈິງຂອງການເຊື່ອມໂຍງສາກົນຕາມຍຸກສະໄໝ ທີ່ຕ້ອງມີການເພິ່ງພາເຊິ່ງກັນ ແລະ ກັນ ເພື່ອຜົນປະໂຫຍດຂອງປະຊາຊົນເປັນສຳຄັນ, ລວມທັງຍັງເປັນອຸປະສັກຕໍ່ການພັດທະນາການຮ່ວມມືຂອງສອງຝ່າຍ ແລະ ຫຼາຍຝ່າຍ, ລັດຖະບານຈີນຈຶ່ງຂໍຮຽກຮ້ອງໃຫ້ລັດຖະບານສະຫະລັດ ອາເມຣິກາປັບປຸງທັດສະນະຄະຕິເລື່ອງການແຂ່ງຂັນ-ເລື່ອງການແພ້-ຊະນະ ເພາະຍາມໃດການແຂ່ງຂັນມັນກໍ່ຕ້ອງມີທັງຜົນໄດ້ ແລະ ຜົນເສຍ, ດັ່ງນັ້ນ, ຄວນຫັນໜ້າມາຮ່ວມມືກັນເພື່ອຜົນປະໂຫຍດຂອງທັງສອງຝ່າຍດີກວ່າ.

ຖະແຫຼງການດັ່ງກ່າວຂອງສະຖານທູດຈີນປະຈຳສະຫະລັດ ອາເມຣິກາ ຖືເປັນການຕອບໂຕ້ຄຳປາໄສແຜນຍຸດທະສາດດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ອາເມຣິກາ ຕາມຫຼັກການ "ອາເມຣິກາຕ້ອງມາກ່ອນ" ຂອງທ່ານ ໂດໂນ ທຣຳ ທີ່ກ່າວເມື່ອວັນຈັນທີ່ຜ່ານມາວ່າ: ລັດເຊຍ ແລະ ຈີນ ກຳລັງສ້າງສິ່ງທ້າທາຍໃຫ້ກັບສະຫະລັດ ອາເມຣິກາ ດ້ວຍການກ້າວຂຶ້ນມາເປັນມະຫາອຳນາດຄູ່ແຂ່ງ ໃນດ້ານການສ້າງອິດທິພົນ, ການສະແຫວງຫາຜົນປະໂຫຍດ ແລະ ການຮິບຮອນຜົນປະໂຫຍດ ແລະ ຄວາມຮຸ່ງເຮືອງຂອງອາເມຣິກາໃນອະນາຄົດ ໂດຍສະເພາະຈີນທີ່ຕ້ອງການກຳຈັດສະຫະລັດ ອາເມຣິກາໃຫ້ໝົດອິດທິພົນໄປຈາກອາຊີ.

ໃນດ້ານຂອງທ່ານ ນາງ ຫົວ ຊຸນຢິງ ໂຄສົກກະຊວງການຕ່າງປະເທດຂອງຈີນກໍ່ໄດ້ຖະແຫຼງວ່າ: ຈີນຫວັງວ່າແຜນຍຸດທະສາດໃໝ່ດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ອາເມຣິກາ ທີ່ປາໄສໂດຍທ່ານ ທຣຳ ຜູ້ນຳສະຫະລັດ ອາເມຣິການັ້ນ ຄວນປະກອບສ່ວນເຂົ້າໃນການສ້າງສັນຕິພາບໃນໂລກ ກໍ່ຄືການສ້າງສາຍພົວພັນອັນດີລະຫວ່າງຈີນ ກັບ ສະຫະລັດ ອາເມຣິກາໃຫ້ຫຼາຍກວ່ານີ້.


No comments

Powered by Blogger.