ທ່ານປະທານປະເທດ ພ້ອມດ້ວຍຄະນະເດີນທາງຢ້ຽມຢາມຫວຽດນາມ - ອິດສະຫຼະ

ທ່ານປະທານປະເທດ ພ້ອມດ້ວຍຄະນະເດີນທາງຢ້ຽມຢາມຫວຽດນາມ



ສຳນັກຂ່າວສານປະເທດລາວລາຍງານ 19 ທັນວາ 2017 ວ່າ: ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ແລະ ທ່ານ ເຈີ່ນ ດ້າຍ ກວາງ ປະທານປະເທດຫວຽດນາມ, ໃນຕອນເຊົ້າຂອງວັນທີ 19 ທັນວາ 2017 ນີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ.ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມຫວຽດນາມຢ່າງເປັນທາງການ ເຊິ່ງການຢ້ຽມຢາມຄັ້ງນີ້ຈະດຳເນີນໄປໃນລະຫວ່າງວັນທີ 19-21 ທັນວາ 2017 ນີ້.


ໃນໄລຍະການຢ້ຽມຢາມນີ້ ທ່ານ ບຸນຍັງ ວໍລະຈິດ ຈະໄດ້ພົບປະກັບທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ ແລະ ທ່ານ ເຈີ່ນ ດ້າຍ ກວາງ ປະທານປະເທດຫວຽດນາມ ແລະ ເຂົ້າຮ່ວມພິທີປິດປີສາມັກຄີມິດຕະພາບລາວ-ຫວຽດນາມ 2017; ພົບປະກັບທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ນາງ ຫງວຽນ ທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ; ພົບປະໂອ້ລົມກັບບັນດາສະຫາຍອະດີດການນຳຂັ້ນສູງຂອງພັກ-ລັດຫວຽດນາມ, ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະມາຄົມມິດຕະພາບຫວຽດນາມ-ລາວຂັ້ນສູນກາງ; ພົບປະໂອ້ລົມບັນດາ ຜູ້ຕາງໜ້າອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າຊາວຫວຽດນາມ, ນັກສຶກສາລາວ ທີ່ພວມຮຽນຢູ່ຫວຽດນາມ. ນອກຈາກເຄື່ອນໄຫວຢູ່ນະຄອນຮ່າໂນ້ຍແລ້ວ ຄະນະຈະໄດ້ຢ້ຽມຢາມແຂວງເຫງະອານອີກດ້ວຍ.


ການຢ້ຽມຢາມຫວຽດນາມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະ ຄະນະໃນຄັ້ງນີ້ເກີດຂຶ້ນທ່າມກາງບັນຍາກາດທີ່ທັງສອງປະເທດພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຄອມມູນິດຫວຽດນາມຢ່າງເປັນຂະບວນການຟົດຟື້ນ ແລະ ໃນບັນຍາກາດການສະເຫຼີມສະຫຼອງ 2 ວັນປະຫວັດສາດນັ້ນກໍ່ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຄົບຮອບ 40 ປີ ໃນປີ 2017, ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງຊາດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີມາແຕ່ດົນານແລ້ວໃຫ້ກ້າວຂຶ້ນສູ່ລະດັບສູງອັນໃໝ່.

No comments

Powered by Blogger.