ປະທານ ສີ ຈິ້ນຜິງ ຈະເດີນທາງຢ້ຽມຢາມ ສປປ.ລາວ ໃນເດືອນພະຈິກນີ້ - ອິດສະຫຼະ

ປະທານ ສີ ຈິ້ນຜິງ ຈະເດີນທາງຢ້ຽມຢາມ ສປປ.ລາວ ໃນເດືອນພະຈິກນີ້



ສຳນັກຂ່າວຊິນຫົວ ຂອງທາງການຈີນລາຍງານ 3 ພະຈິກ 2017 ວ່າ: ອີງຕາມການຖະແຫຼງຂອງກະຊວງການຕ່າງປະເທດຈີນໃນວັນສຸກນີ້ ໄດ້ໃຫ້ຮູ້ວ່າ: ທ່ານ ສິ ຈິ້ນຜິງ ປະທານປະເທດຈີນ ຈະເດີນທາງຢ້ຽມຢາມຫວຽດນາມ ແລະ ສປປ.ລາວ ໃນລະຫວ່າງວັນທີ 10-14 ພະຈິກ 2017 ນີ້.

ໂດຍທ່ານ ລູ້ ຄັງ ໂຄສົກກະຊວງການຕ່າງປະເທດຂອງຈີນກ່າວວ່າ: ທ່ານ ສີ ຈະເຂົ້າຮ່ວມກອງປະຊຸມວ່າດ້ວຍການຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ (APEC) ຄັ້ງທີ 25 ທີ່ຈັດຂຶ້ນຢູ່ດານັງ ປະເທດຫວຽດນາມໃນລະຫວ່າງວັນທີ 10-11 ພະຈິກ 2017 ນີ້ ຕາມຄຳເຊີນຂອງທ່ານ ເຈິ່ນ ໄດ ກວາງ ປະທານປະເທດຫວຽດນາມ.

ນອກຈາກນັ້ນທ່ານ ສີ ຈະເດີນທາງຢ້ຽມຢາມຫວຽດນາມ ແລະ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 12-14 ພະຈິກ 2017 ນີ້, ຕາມຄຳເຊີນຂອງທ່ານ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ, ທ່ານ ເຈິ່ນ ໄດ ກວາງ ປະທານປະເທດຫວຽດນາມ ແລະ ຕາມຄຳເຊີນຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ.

No comments

Powered by Blogger.