ປ.ທຣຳ ເຕືອນຜະເດັດການທົ່ວໂລກ ຢ່າປະເມີນສະຫະລັດ ອາເມຣິກາຕໍ່າ - ອິດສະຫຼະ

ປ.ທຣຳ ເຕືອນຜະເດັດການທົ່ວໂລກ ຢ່າປະເມີນສະຫະລັດ ອາເມຣິກາຕໍ່າ



ສຳນັກຂ່າວຕ່າງປະເທດລາຍງານ 5 ພະຈິກ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ທີ່ກຳລັງຢູ່ໃນລະຫວ່າງການຢ້ຽມຢາມປະເທດຍີ່ປຸ່ນ ໄດ້ພົບປະບັນດານາຍທະຫານຂອງ ສ.ອາເມຣິກາ ຢູ່ຖານທັບອາກາດໂຢໂກຕະ ທາງພາກຕາເວັນຕົກຂອງນະຄອນຫຼວງໂຕກຽວ ແລະ ທ່ານໄດ້ກ່າວເຕືອນວ່າ: ບໍ່ມີໃຜ ຫຼື ຜະເດັດການຜູ້ໃດ ບໍ່ວ່າຈະເປັນລັດຖະບານ ແລະ ປະເທດໃດກໍ່ຕາມ ທີ່ຈະສາມາດປະເມີນການແກ້ໄຂບັນຫາຂອງອາເມຣິກາທີ່ຜ່ານມາວ່າຕ່ຳໄດ້ ແລະ ບໍ່ແມ່ນສິ່ງທີ່ໜ້າຍິນດີສຳລັບພວກເຂົາເຫຼົ່ານັ້ນ ພວກເຮົາຈະບໍ່ຍອມອ່ອນຂໍ້ໃຫ້ໃຜໃນການປົກປ້ອງປະຊາຊົນ, ເສລີພາບ ແລະ ຄວາມຍິ່ງໃຫຍ່ຂອງທຸງຊາດອາເມຣິກາກຂອງພວກເຮົາ.

ການເດີນທາງຢ້ຽມຢາມຫຼາຍປະເທດໃນອາຊີຂອງ ປ.ທຣຳ ເກີດຂຶ້ນທ່າມກາງວິກິດຄວາມເຄັ່ງຕຶງກັບເກົາຫຼີເໜືອ ໂດຍສະເພາະການທີ່ ສ.ອາເມຣິກາ ໄດ້ສົ່ງຍົນຮົບຖິ້ມລະເບີດທາງຍຸດທະສາດບິນເໜືອແຫຼມເກົາຫຼີ ເພາະຢ້ານວ່າເກົາຫຼີເໜືອຈະມີການທົດລອງຂີປະນາວຸດອີກ.

ໜັງສືພຶມ The Washington Post ລາຍງານວ່າ: ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ສ.ອາເມຣິກາ ໄດ້ເຕືອນວ່າ ຫົນທາງດຽວທີ່ຈະຮູ້ຕຳແໜ່ງ ແລະ ຄວບຄຸມສະຖານທີ່ຕັ້ງອາວຸດນິວເຄຼຍເກົາຫຼີເໜືອຄື ການບຸກພາກພື້ນດິນ.

ປ.ທຣຳ ພ້ອມດ້ວຍພັນລະຍາ ທ່ານ ນາງ ເມລາເນຍ ທຣຳ ເດີນທາມາເຖິງຍີ່ປຸ່ນໃນຕອນເຊົ້າວັນອາທິດນີ້ ແຕ່ລະຫວ່າງທີ່ຢູ່ເທິງຍົນປະຈຳຕຳແໜ່ງ ປ.ທຣຳກ່າວວ່າ ທ່ານເອງອາດຈະໄດ້ພົບປະ ເພື່ອປຶກສາຫາລືກັບທ່ານ ປູຕິນ ປະທານປະເທດລັດເຊຍ ລະຫວ່າງການເຂົ້າຮ່ວມປະຊຸມລະຫວ່າງປະເທດຄັ້ງສຳຄັນ ໃນການປະຊຸມສຸດຍອດການຮ່ວມມືທາງເສດຖະກິດໃນພູມມິພາກອາຊີ-ປາຊີຟິກ ຄັ້ງທີ 25 ທີ່ດານັງ ປະເທດຫວຽດນາມ ໃນວັນທີ 11 ພະຈິກ 2017 ນີ້, ເພາະປະຊາຄົມໂລກກຳລັງຫາທາງຮ່ວມມືເພື່ອແກ້ໄຂບັນຫາວິກິດຢູ່ແຫຼມເກົາຫຼີ ເຊິ່ງ ປ.ທຣຳ ກ່າວຕື່ມອີກວ່າ ເກົາຫຼີເໜືອເປັນບັນຫາໃຫຍ່ຂອງປະເທດພວກເຮົາ ແລະ ຂອງໂລກ ທີ່ຕ້ອງການການແກ້ໄຂ.


No comments

Powered by Blogger.