ເລື່ອງໜ້າຮູ້ກ່ຽວກັບ "ຜັກກາດຊອມ" - ອິດສະຫຼະ

ເລື່ອງໜ້າຮູ້ກ່ຽວກັບ "ຜັກກາດຊອມ"



ຜັກກາດຊອມ ບາງບ່ອນເອີ້ນວ່າຜັກກາດດອກ ມີຖິ່ນກຳເນີດໃນທະວີບເອີຣົບ ເປັນພືດລົ້ມລຸກລະດູດຽວ ສຳຕົ້ນສີຂຽນອ່ອນອວບນໍ້າ, ແຕກກິ່ງເລັກໜ້ອຍ, ໃບດ່ຽວລຽງສະຫຼັບລັກສະນະກົມວົງຮີ, ດອກສີເຫຼືອງມີ 4 ກີບ ນິຍົມປູກຫຼາຍໃນພາກເໜືອ ແລະ ໃນເຂດທີ່ມີອາກາດເຢັນ ເຊິ່ງມັກຈະນຳມາປຸງແຕ່ງເປັນອາຫານດ້ວຍການລວກຈໍ້າແຈ່ວ, ກິນກັບລາບກັບກ້ອຍ, ແກງຈືດ, ຂົ້ວໃສ່ນ້ຳມັກ ຯລຯ

ຫາກນຳມາປຸງດ້ວຍຄວາມຮ້ອນມີຂໍ້ແນະນຳວ່າບໍ່ຄວນອັດຝາໝໍ້ ເນື່ອງຈາກຜັກຊະນິດນີ້ເມື່ອຖືກຄວາມຮ້ອນຈະເກີດສານໄທໂອໄຊຢາເນດ ຖ້າຖິນເຂົ້າອາດຈະເຮັດໃຫ້ບາງຄົນເຈັບທ້ອງໄດ້, ກ້າມເນື້ອອ່ອນເພຍ, ຄວາມດັນເລືອດຕ່ຳ ແຕ່ມັນກໍ່ມີປະໂຫຍດຫຼາກຫຼາຍຕໍ່ຮ່າງກາຍເຮົາທີ່ໃຫ້ທັງວິຕາມິນ ແລະ ໄຍອາຫານເຮັດໃຫ້ຂັບຖ່າຍສະດວກ.

No comments

Powered by Blogger.