ລັດຈະຄວບຄຸມລາຄາສີນຄ້າບໍ່ໃຫ້ເໜັງຕີງແຮງ ຕາມການເພີ່ມເງິນເດືອນລັດຖະກອນ - ອິດສະຫຼະ

ລັດຈະຄວບຄຸມລາຄາສີນຄ້າບໍ່ໃຫ້ເໜັງຕີງແຮງ ຕາມການເພີ່ມເງິນເດືອນລັດຖະກອນ



ພາຍຫລັງລັດຖະບານມີແຜນວ່າຈະເພີ່ມເງິນເດືອນພະນັກ ງານລັດຖະກອນຈໍານວນ 500 ກີບ ຕໍ່ດັດສະນີໃນປີໜ້ານີ້, ກໍ່ໄດ້ມີກະແສເປັນຫວ່ງຈາກສັງຄົມວ່າອາດຈະມີການສວຍໂອກາດຂຶ້ນລາຄາສີນຄ້າຂອງຊາວຄ້າຂາຍ ແລະ ຕໍ່ບັນຫານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ອອກມາຢືນຢັນວ່າ: ລັດຖະບານຈະເນັ້ນໃຫ້ຂະແໜງກ່ຽວຂ້ອງເພີ່ມທະວີການຄວບຄຸມລາຄາສີນຄ້າບໍ່ໃຫ້ເໜັງຕີງແຮງ, ເນື່ອງຈາກວ່າການເໜັງຕີງຂອງລາຄາສິນຄ້າຕາມທ້ອງຕະຫລາດແມ່ນມີຜົນກະ ທົບຢ່າງກວ້າງ ຂວາງຕໍ່ການດຳລົງຊີວິດຂອງປະຊາຊົນ, ພະນັກງານລັດຖະກອນ ກໍຄືຜູ້ມີລາຍໄດ້ຕໍ່າ ແລະ ໄລຍະຜ່ານມາ,
ລັດຖະບານໄດ້ເອົາໃຈໃສ່ຕິດຕາມ ແລະ ຊີ້ນຳຢ່າງເປັນປົກກະຕິຕໍ່ຂະແໜງກ່ຽວຂ້ອງໃຫ້ມີມາດຕະການຄຸ້ມຄອງລາຄາສິນຄ້າຕາມກົນໄກຕະຫລາດ. ແຕ່ເຖິງຢ່າງໃດກໍຕາມ, ການເໜັງຕີງລາຄາສິນຄ້າແມ່ນເກີດຈາກຫລາຍປັດໄຈ ເຊັ່ນ: ການສວຍໂອກາດຂຶ້ນລາຄາຂອງຜູ້ຄ້າຂາຍຍ້ອນຄວາມຕ້ອງການຫລາຍກວ່າການສະໜອງ, ການຜະລິດພາຍໃນບໍ່ເຂັ້ມແຂງ, ການຜະລິດສິນຄ້າຈຳນວນໜຶ່ງອີງໃສ່ລະດູການຈຶ່ງເຮັດໃຫ້ເກີດຄວາມຂາດເຂີນໃນບາງຊ່ວງ ແລະ ອື່ນໆ.

ແຕ່ແນວໃດກໍຕາມ, ເພື່ອໃຫ້ສະພາບລາຄາສິນຄ້າມີຄວາມສະຫງົບນັ້ນສໍາລັບມາດຕະການສະເພາະໜ້າກໍຍັງແມ່ນສືບຕໍ່ປັບປຸງນິຕິກຳ ແລະ ສ້າງລະບຽບທີ່ຈຳເປັນເພີ່ມຕື່ມເພື່ອໃຫ້ແທດເໝາະກັບສະພາບຕົວຈິງໃນປັດຈຸບັນເພື່ອຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫລາດ, ກຳນົດວິທີການ ແລະ ກົນໄກໃນການຕິດຕາມການເໜັງຕີງ ແລະ ຄຸ້ມຄອງລາຄາສິນຄ້າໃຫ້ຮັດກຸມສອດຄ່ອງກັບສະພາບຕົວຈິງຫລາຍຂຶ້ນ. ພ້ອມກັນນີ້ກໍຈະເຂັ້ມງວດກວດກາການປະຕິບັດລະບຽບກົດໝາຍ ແລະ ດໍາເນີນມາດຕະການລົງໂທດຕໍ່ຜູ້ກະທຳຜິດ. ສ່ວນການແກ້ໄຂໄລຍະຍາວນັ້ນ, ກໍແມ່ນການສຸມໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສີນຄ້າໃຫ້ມີຄຸນນະພາບຫລາຍຂຶ້ນ, ສົ່ງເສີມການນຳໃຊ້ສີນຄ້າທີ່ຜະລິດຢູ່ພາຍໃນ, ຄົ້ນຄວ້າກຳນົດໂຄງປະກອບລາຄາສິນຄ້າ, ເພີ້ມລາຍການສີນຄ້າຄວບຄຸມລາຄາ, ປັບປຸງກຸ່ມຜູ້ຜະລິດ, ນຳເຂົ້າ ແລະ ຈຳໜ່າຍສີນຄ້າເພື່ອດັດສົມປະລິມານສິນຄ້າໃນທ້ອງຕະຫລາດ ແລະ ມາດຕະການອື່ນໆ. ແຕ່ເຖິງຢ່າງໃດກໍຕາມ ການຄຸ້ມຄອງວຽກງານດັ່ງກ່າວໃຫ້ໄດ້ດີນັ້ນ, ນອກຈາກຂະແໜງກ່ຽວຂ້ອງໄດ້ມີຄວາມຮັບຜິດ ຊອບແທດເຖິງຕົວຈິງ ແລະ ມີວິທີແກ້ໄຂຢ່າງເປັນເຈົ້າການແລ້ວ, ທຸກພາກສ່ວນໃນສັງຄົມກໍຕ້ອງໄດ້ຮ່ວມກັນສຶກສາອົບຮົມແນວຄິດຂອງບັນດາຊາວຄ້າຂາຍໃຫ້ມີຈັນຍາບັນ-ຈັນຍາທຳ, ບໍ່ໃຫ້ມີແນວຄິດສວຍໂອກາດ ແລະ ປັ່ນປ່ວນລາຄາສີນຄ້າຕ່າງໆ ຈຶ່ງເຮັດໃຫ້ສັງຄົມມີຄວາມສະຫງົບດີ.

ຈາກ: ໜັງສືພິມລາວພັດທະນາ

No comments

Powered by Blogger.