ລັດຖະບານອອກດຳລັດວ່າດ້ວຍ ວັນພັກ ເພື່ອຄວາມເປັນເອກະພາບໃນທົ່ວປະເທດ - ອິດສະຫຼະ

ລັດຖະບານອອກດຳລັດວ່າດ້ວຍ ວັນພັກ ເພື່ອຄວາມເປັນເອກະພາບໃນທົ່ວປະເທດ



ລັດຖະບານໄດ້ອອກດຳລັດວ່າດ້ວຍ ວັນພັກ ເລກທີ 386/ລບ ລົງວັນທີ 15 ທັນວາ 2017 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ເປັນເອກະພາບໃນທົ່ວປະເທດ ສຳລັບອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ, ສຳນັກງານຜູ້ຕາງໜ້າຂອງ ສປປ.ລາວ ທີ່ປະຈຳຢູ່ຕ່າງປະເທດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ລັດວິສາຫະກິດ, ວິສາຫະກິດເອກະຊົນລາວ ແລະ ຕ່າງປະເທດຢູ່ລາວ.

ວັນພັກ ແມ່ນວັນຢຸດເຊົາການປະຕິບັດໜ້າທີ່ວຽກງານທາງລັດຖະບານ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ຜູ້ອອກແຮງງານ ເຊິ່ງປະກອບມີວັນພັກປະຈຳອາທິດ, ວັນພັກທາງລັດຖະບານ ແລະ ວັນພັກຊົດເຊີຍ.

- ວັນພັກປະຈຳອາທິດ ໝາຍເຖິງ ວັນເສົາ ແລະ ວັນອາທິດ
- ວັນພັກທາງລັດຖະບານ ໝາຍເຖິງ ວັນທີ່ລັດຖະບານອະນຸຍາດໃຫ້ຢຸດເຊົາການປະຕິບັດໜ້າທີ່ວຽກງານ ໃນວັນລັດຖະການ
- ວັນພັກຊົດເຊີຍ ໝາຍເຖິງ ວັນພັກທົດແທນຄືນ ວັນພັກທາງລັດຖະບານ ທີ່ກົງກັບວັນເສົາ ຫຼື ວັນອາທິດ.

ວັນພັກທາງລັດຖະບານ ປະກອບມີດັ່ງນີ້:
- ວັນທີ 1 ມັງກອນ (ວັນປີໃໝ່ສາກົນ)
- ວັນທີ 8 ມີນາ (ວັນແມ່ຍິງສາກົນ)
- ວັນບຸນປີໃໝ່ລາວ (ວັນສັງຂານລ່ວງ, ວັນສັງຂານເນົາ ແລະ ວັນສັງຂານຂຶ້ນ)
- ວັນທີ 1 ພຶດສະພາ (ວັນກຳມະກອນສາກົນ)
- ວັນທີ 2 ທັນວາ ( ວັນສະຖາປະນາ ສປປ.ລາວ)

ສຳລັບວັນສຳຄັນອື່ນ ຂອງອົງການ ແລະ ຂະແໜງການ ໃຫ້ກະຊວງ, ອົງການ, ການຈັດຕັ້ງທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ຈັດພິທີລະນຶກເຖິງວັນດັ່ງກ່າວ ດ້ວຍການຈັດພິທີໂຮມຊຸມນຸມ ຫຼື ສ້າງກິດຈະກຳຕ່າງໆ ໂດຍການມີສ່ວນຮ່ວມຂອງປະຊາຊົນ.





No comments

Powered by Blogger.