ລັດເຊຍລະນຶກເຖິງ ໄລກ້າ ໝາໂຕທຳອິດທີ່ໄດ້ອອກນອກໂລກ ຄົບຮອບ 60 ປີ - ອິດສະຫຼະ

ລັດເຊຍລະນຶກເຖິງ ໄລກ້າ ໝາໂຕທຳອິດທີ່ໄດ້ອອກນອກໂລກ ຄົບຮອບ 60 ປີ



ສຳນັກຂ່າວຕ່າງປະເທດລາຍງານ 5 ພະຈິກ 2017 ວ່າ: ຖືວ່າເປັນວັນຄົບຮອບທີ່ ໄລກ້າ ໝາບໍ່ມີເຈົ້າຂອງເພດແມ່ທີ່ໄດ້ກາຍເປັນສິ່ງມີຊີວິດຊະນິດທຳອິດທີ່ຖືກສົ່ງຂຶ້ນສູ່ໂຄຈອນໃນອະວະກາດ ເຊິ່ງເປັນສ່ວນໜຶ່ງຂອງໂຄງການບຸກເບີກອະວະກາດຂອງສະຫະພາບໂຊວຽດ ໃນສະໄໝສົງຄາມເຢັນ ໂດຍໄລກ້າຖືກສົ່ງຂຶ້ນໄປທ່ອງອະວະກາດພ້ອມກັບຍານສະປຸດນິກ 2 ເມື່ອວັນທີ 3 ພະຈິກ 1957 ຫຼື 60 ປີກ່ອນ ພາຍຫຼັງອະດີດສະຫະພາບໂຊວຽດປະສົບຄວາມສຳເລັດຈາກການສົ່ງຍານສະປຸດນິກ 1 ຂຶ້ນສູ່ອະວະກາດໄດ້ພຽງ 1 ເດືອນ ແລະ ສາເຫດທີ່ອະດີດສະຫະພາບໂຊວຽດເລືອກ ໄລກ້າ ເພາະເຊື່ອວ່າໝາບໍ່ມີເຈົ້າຂອງສາມາດປັບຕົວໃນສະພາວະທີ່ບໍ່ດີ ແລະ ສາມາດເອົາຊີວິດລອດໃນພາວະທີ່ບໍ່ມີນ້ຳໄດ້ດີກວ່າໝາທີ່ຖືກລ້ຽງຕາມບ້ານເຮືອນ.

ເຖິງແມ່ນວ່າ ໄລກ້າ ຈະສາມາດຢູ່ລອດໄດ້ພຽງ 3 ຊົ່ວໂມງ ເມື່ອຍານສະປູດນິກເຂົ້າສູ່ວົງໂຄຈອນ ເພາະຄວາມຮ້ອນຂອງແສງຕາເວັນເຮັດໃຫ້ອຸນຫະພູມໃນສະປຸດນິກສູງຂຶ້ນຫຼາຍກວ່າ 40 ອົງສາ ແລະ ແຄັບຊູນບໍ່ສາມາດກັນຄວາມຮ້ອນໄດ້ພຽງພໍ ເຮັດໃຫ້ໄລກ້າຕາຍຈາກອາກາດຮ້ອນ ແລະ ພາວະຂາດນ້ຳ.


ເຖິງຢ່າງໃດກໍ່ຕາມ ຖືວ່າພາລະກິດຂອງໄລກ້າເຮັດໃຫ້ນັກວິທະຍາສາດໄດ້ຂໍ້ມູນ ທີ່ເຮັດໃຫ້ສາມາດພັດທະນາຄວາມປອດໄພຂອງຍານອະວະກາດຈົນສາມາດສົ່ງ ຢູຣິ ກາກາຣິນ ຂຶ້ນສູ່ອະວະກາດໃນປີ 1961 ແລະ ລາວກໍ່ເປັນນັກບິນອະວະກາດຄົນທຳອິດຂອງໂລກທີ່ປະສົບຄວາມສຳເລັດໃນການເດີນທາງສູ່ອະວະກາດ ແລະ ກັບມາຍັງໂລກໄດ້ຢ່າງປອດໄພ ແລະ ທຸກມື້ນີ້ຍັງມີອະນຸສອນຂອງ ໄລກ້າ ໃນນະຄອນຫຼວງມົດສະກູ ເພື່ອລະນຶກເຖິງພາລະກິດທີ່ຍິ່ງໃຫຍ່ຂອງມັນອີກດ້ວຍ.

No comments

Powered by Blogger.