ທ່ານ ທອງລຸນ ລົງຕິດຕາມໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ຢ້ຽມຢາມແຂວງອຸດົມໄຊ - ອິດສະຫຼະ

ທ່ານ ທອງລຸນ ລົງຕິດຕາມໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ຢ້ຽມຢາມແຂວງອຸດົມໄຊ



ວິທະຍຸກະຈາຍສຽງແຫ່ງຊາດລາວລາຍງານ ວັນທີ 04 ພະຈິກ 2017 ວ່າ: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ສືບຕໍ່ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ເຊິ່ງມີ ທ່ານ ຄຳພຽງ ຢາຈົງວາ ຮອງເຈົ້າແຂວງໆອຸດົມໄຊ ມີບັນດາຄະນະພັກ-ຄະນະນຳແຂວງ ແລະ ພະແນກການທທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.


ໃນການເດີນທາງມາຢ້ຽມຢາມຄັ້ງນີ້, ທ່ານ ຄຳພຽງ ຢາຈົງວາ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນຕົ້ນປີທີ່ຜ່ານມາ ເຊິ່ງເຫັນວ່າ ເສດຖະກິດຂອງແຂວງ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ມີອັດຕາການເຕີບໂຕທາງເສດຖະກິດໃນລະດັບ 6,11%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 3.519 ຕື້ກີບ, ສະເລັ່ຍລາຍຮັບຕໍ່ຫົວຄົນໄດ້ 1.368 ໂດລາ ຕໍ່ຄົນຕໍ່ປີ, ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 68,62 ຕື້ກີບ, ເທົ່າກັບ 65% ຂອງແຜນການ, ດ້ານການລົງທຶນ ໃນປີ 2017 ໄດ້ຮັບອະນຸມັດຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທັງໝົດ 90 ໂຄງການ ມູນຄ່າ 92,8 ກວ່າຕື້ກີບ ປະຕິບັດໄດ້ 78 ໂຄງການ ເທົ່າກັບ 86,67% ຂອງແຜນການ, ໃນຂົງເຂດວັດທະນະທໍາ-ສັງຄົມ ມີອັດຕາການເຂົ້າຮຽນຂອງເດັກ ອາຍຸ 3-5 ປີ ບັນລຸໄດ້ 45,5%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ບັນລຸ 98,7%, ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນຕົ້ນ ບັນລຸ 87,9%, ອັດຕາເຂົ້າຮຽນ ຊັ້ນມັດທະຍົມຕອນປາຍ ບັນລຸ 50,5%. ດ້ານວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແຂວງອຸດົມໄຊ ມີເມືອງທຸກ 2 ເມືອງ ຄື: ເມືອງງາ ແລະ ເມືອງປາກແບງ, ມີ 194 ບ້ານທຸກຍາກ ກວມ 41,1%, ມີພົນລະເມືອງທຸກຍາກ 81,376 ຄົນ ກວມ 26,84%.


ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາສະຫາຍໃນຄະນະພັກ-ຄະນະນຳແຂວງ ໄດ້ພ້ອມພຽງຮຽງໜ້າກັບປະຊາຊົນຊາວແຂວງອຸດົມໄຊ ຍາດໄດ້ຜົນງານການພັດທະນາໃນຫຼາຍໆດ້ານ ອັນສຳຄັນ ກໍ່ແມ່ນຄວາມເອົາໃຈໃສ່ ລົງຕິດຕາມ ແລະ ແກ້ໄຂ ຢ່າງໃກ້ຊິດຂອງການນຳແຂວງ ຕໍ່ກັບການເກີດໄພພິບັດນ້ຳຖ້ວມທີ່ຫາກໍ່ຜ່ານພົ້ນໄປ ໄດ້ຢ່າງທັນການ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນ ຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ ຂອງສູນກາງພັກ ແລະ ລັດຖະບານ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2017 ທັງການວາງແນວທາງນະໂຍບາຍ, ບັນດານິຕິກຳ, ສ້າງ ແລະ ປັບປຸງກົດໝາຍ, ລຸ່ມກົດໝາຍ ແລະ ພ້ອມກັນແກ້ໄຂບັນດາຈຸດອ່ອນ-ຂໍ້ຄົງຄ້າງຕ່າງໆ ໃຫ້ລຸລ່ວງໄປໄດ້ດ້ວຍດີ; ດ້ວຍຈຸດພິເສດຂອງແຂວງອຸດົມໄຊ ທີ່ເປັນແຂວງຕັ້ງຢູ່ຈຸດໃຈກາງຂອງບັນດາແຂວງພາກເໜືອ ແລະ ມີຫຼາຍເງື່ອນໄຂ-ຫຼາຍທ່າແຮງບົ່ມຊ້ອນ ເພື່ອການດຶງດູດການລົງທຶນ ທັງຄວາມອຸດດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ, ການບໍລິການທາງຜ່ານ, ການທ່ອງທ່ຽວ ແລະ ທ່າແຮງການຜະລິດທີ່ເປັນມູນເຊື້ອ ທ່ານນາຍົກລັດຖະມົນຕີ ຈຶ່ງໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳແຂວງ ຕ້ອງໄດ້ເອົາໃຈໃສ່ຊີ້ນຳ-ນຳພາປະຊາຊົນ ພ້ອມກັນພັດທະນາແຂວງ ໃຫ້ມີບາດກ້າວອັນໃໝ່; ເອົາໃຈໃສ່ຖອດຖອນບົດຮຽນ ຈາກບັນດາຈຸດອ່ອນ-ຂໍ້ຄົງຄ້າງທີ່ຜ່ານມາ ເພື່ອບືນຕົວຂຶ້ນຢ່າງຕັ້ງໜ້າ; ພ້ອມນີ້, ກໍ່ໃຫ້ສ້າງຂະບວນການການນຳພາ ໃຫ້ກາຍເປັນແບບຢ່າງທີ່ດີ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານທົ່ວໄປ, ຕັດສິນໃຈນຳພາ ຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບ.


ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຊົມ ແລະ ຕິດຕາມຄວາມຄືບໜ້າ ຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ຈຸດກໍ່ສ້າງສະຖານີລົດໄຟໃຫຍ່ ແລະ ການຈັດສັນປະຊາຊົນເຂດບ້ານຖິ່ນ ເມືອງໄຊ ແລະ ຈຸດເຈາະອຸໂມງ ທີ່ເຂດຫຼັກ 8 ເມືອງໄຊ ເຊິ່ງເປັນສອງຈຸດສຳຄັນ ທີ່ພວມລົງມືກໍ່ສ້າງ. ສຳລັບວຽກງານການກໍ່ສ້າງເສັ້ນທາງລົດໄຟ ໃນຊ່ວງໄລຍະຜ່ານແຂວງອຸດົມໄຊ ແມ່ນມີລວງຍາວທັງໝົດ 126,6 ກິໂລແມັດ, ມີ 9 ສະຖານີ, ຂົວ 57 ແຫ່ງ (ຍາວ 12.695 ແມັດ), ມີ 34 ອຸມຸງ (ຍາວ 75.722 ແມັດ). ປະຈຸບັນ, ພວມຈັດຕັ້ງປະຕິບັດ 3 ສັນຍາ ໂດຍໄດ້ລົງມືເຈາະອຸມຸງ 42 ຈຸດ, ເຈາະໄດ້ 7.679 ແມັດ ສັງລວມແລ້ວການກໍ່ສ້າງທາງລົດໄຟ ມືຄວາມຄືບໜ້າ 10 ກວ່າສ່ວນຮ້ອຍ. ສະເລັ່ຍ 230 ຊັງຕີແມັດຕໍ່ມື້ຕໍ່ຈຸດ.



No comments

Powered by Blogger.