ປ.ທຣຳ ຮຽກຮ້ອງໃຫ້ເກົາຫຼີເໜືອ ກັບຄືນສູ່ໂຕະເຈລະຈາ - ອິດສະຫຼະ

ປ.ທຣຳ ຮຽກຮ້ອງໃຫ້ເກົາຫຼີເໜືອ ກັບຄືນສູ່ໂຕະເຈລະຈາ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 7 ພະຈິກ 2017 ທີ່ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຖະແຫຼງລະຫວ່າງການເດີນທາງຢ້ຽມຢາມນະຄອນຫຼວງໂຊ ຂອງເກົາຫຼີໃຕ້ ພາຍຫຼັງປຶກສາຫາລືກັບທ່ານ ມູນ ແຈ ອິນ ປະທານປະເທດເກົາຫຼີໃຕ້ວ່າ: ທ່ານພ້ອມທີ່ຈະສັ່ງໃຫ້ກຳລັງທະຫານເຕັມອັດຕາເສິກ ບໍ່ວ່າຈະຈຳເປັນຫຼືບໍ່ ເຊິ່ງກໍ່ເພື່ອຫາທາງທີ່ຈະຢຸດຢັ້ງເກົາຫຼີເໜືອບໍ່ໃຫ້ເປັນໄພຮຸກຮານຕໍ່ຊີວິດປະຊາຊົນຫຼາຍລ້ານຄົນ, ເຖິງຢ່າງໃດກໍ່ຕາມ ຜູ້ນຳສະຫະລັດໄດ້ສະແດງທ່າທີ່ທີເປັນມິດຫຼາຍກວ່າທີ່ຜ່ານມາ, ຫຼຸດຜ່ອນທ່າທີແຂງກະດ້າງລົງ ໂດຍຮຽກຮ້ອງໃຫ້ເກົາຫຼີເໜືອເຮັດໃນສິ່ງທີ່ຖືກຕ້ອງ ເຊິ່ງໝາຍເຖິງການຮຽກຮ້ອງໃຫ້ເກົາຫຼີເໜືອກັບມາສູ່ໂຕະເຈລະຈາ ແລະ ເຮັດຂໍ້ຕົກລົງ.

ນອກຈາກນັ້ນແລ້ວ ຜູ້ນຳສະຫະລັດອາເມຣິກາຍັງກ່າວອີກວ່າ ເກົາຫຼີໃຕ້ໄດ້ຕົກລົງທີ່ຈະຊື່ອາວຸດມູນຄ່າຫຼາຍພັນລ້ານໂດລາສະຫະລັດຈາກ ສ.ອາເມຣິກາ ເພື່ອໃຊ້ປ້ອງກັນໄພຮຸກຮານຈາກເກົາຫຼີເໜືອ.

ສ່ວນທີ່ນະຄອນຫຼວງມົດສະກູ ຂອງລັດເຊຍ ທ່ານ ດະມິທຼີ ເປສຄັອບ ໂຄສົກທຳນຽມປະທານປະເທດລັດເຊຍ ຖະແຫຼງວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍ ແລະ ທ່ານ ໂດໂນ ທຣຳ ຄາດວ່າຈະໄດ້ຮ່ວມປຶກສາຫາລືກັນໃນບັນຫາເກົາຫຼີເໜືອ ໃນລະຫວ່າງການປະຊຸມສຸດຍອດການຮ່ວມມືທາງເສດຖະກິດໃນພູມມິພາກອາຊີ-ປາຊີຟິກ ທີ່ປະເທດຫວຽດນາມໃນທ້າຍອາທິດນີ້.

No comments

Powered by Blogger.