ປ.ທຣຳ ບໍ່ພໍໃຈຫຼາຍ ເພາະຈະໄປຊາຍແດນເກົາຫຼີເໜືອ ແບບບໍ່ແຈ້ງລ່ວງໜ້າແຕ່ສະພາບອາກາດບໍ່ເປັນໃຈ - ອິດສະຫຼະ

ປ.ທຣຳ ບໍ່ພໍໃຈຫຼາຍ ເພາະຈະໄປຊາຍແດນເກົາຫຼີເໜືອ ແບບບໍ່ແຈ້ງລ່ວງໜ້າແຕ່ສະພາບອາກາດບໍ່ເປັນໃຈ



ສຳນັກຂ່າວຕ່າງປະເທດລາຍງານ 8 ພະຈິກ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຈຳເປັນຕ້ອງຍົກເລີກແຜ່ນການທີ່ຈະສ້າງຄວາມແປກໃຈ ແລະ ຕື່ນເຕັ້ນໃຫ້ກັບທຸກຝ່າຍ ດ້ວຍການທີ່ທ່ານຈະໄປຢ້ຽມຢາມເຂດປອດທະຫານ DMZ ຫຼື Demilitarized Zone ເຂດຊາຍແດນລະຫວ່າງສອງເກົາຫຼີ ເນື່ອງຈາກສະພາບອາກາດບໍ່ເປັນໃຈ ຈົນຕ້ອງຫັນຫົວເຮລິຄັອບແຕກັບ ເຫດການນີ້ເຮັດໃຫ້ທ່ານ ທຣຳ ບໍ່ພໍໃຈຫຼາຍສົມຄວນ.


ທຳນຽມປະທານປະເທດເກົາຫຼີໃຕ້ລະບຸວ່າ: ທ່ານ ມູນ ແຈ ອິນ ປະທານປະເທດເກົາຫຼີໃຕ້ ໄດ້ຂຶ້ນຍົນໄປຖ້າຕ້ອນຮັບທ່ານ ທຣຳ ຢູ່ DMZ ລ່ວງໜ້າແລ້ວ, ຂະນະທີ່ທ່ານ ທຣຳ ຂຶ້ນເຮລິຄັອບແຕອອກຈາກຖານທັບຢອງຊານ ໃນນະຄອນຫຼວງໂຊ ແຕ່ຕ້ອງພົບກັບສະພາບອາກາດບໍ່ເປັນໃຈ ມີໝອກລົງຈັດ ຈົນຕ້ອງຕັດສິນໃຈບິນກັບ, ເຫດການນີ້ອາດເປັນໃຫ້ທ່ານ ທຣຳ ເສຍໜ້າບໍ່ຫຼາຍກໍ່ໜ້ອຍ ແລະ ຍັງໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບທ່ານອີກດ້ວຍ ເພາະຕັ້ງໃຈຈະສ້າງຄວາມແປກໃຈ ແລະ ຄວາມຕື່ນເຕັ້ນໃຫ້ກັບຫຼາຍຝ່າຍທີ່ບໍ່ໄດ້ຄາດໝາຍໄວ້.


ຈາກແຜ່ນການທີ່ລົ້ມເຫຼວນີ້ ຜັດໄດ້ເຮັດໃຫ້ຫຼາຍຝ່າຍໂລ່ງໃຈຂຶ້ນ ເພາະກຳນົດການຢ້ຽມຢາມເກົາຫຼີໃຕ້ນັ້ນ ປ.ທຣຳ ບອກວ່າຈະບໍ່ໄດ້ DMZ, ຖ້າ ປ.ທຣຳ ໄປກໍ່ຈະຖືເປັນການຢືນຢູ່ຈຸດທີ່ໃກ້ກັບເກົາຫຼີເໜືອທີ່ສຸດ ແລະ ອາດຈະເຮັດໃຫ້ສະຖານະການຢູ່ແຫຼມເກົາຫຼີເຄັ່ງຕຶງຂຶ້ນຕື່ມກໍ່ເປັນໄປໄດ້.


ຫວນຄືນອະດີດ ຍົກເວັ້ນອະດີດປະທານປະເທດ ສ.ອາເມຣິກາ ທ່ານ ຈອດ ເອສ. ດັບເບີຢູ ບູສ ແລ້ວ ຜູ້ນຳສະຫະລັດ ອາເມຣິກາຖັດຈາກ ບຸສ ລ້ວນແລ້ວແຕ່ເຄີຍໄປຢ້ຽມຢາມເຂດ DMZ ທີ່ເປັນເຂດຊາຍແດນຂອງສອງເກົາຫຼີ ທີ່ຂັ້ນເໜືອ ແລະ ໃຕ້ອອກຈາກກັນ.



No comments

Powered by Blogger.