ສ.ອາເມຣິກາ ຢືນຢັນສົ່ງເຮືອບັນທຸກຍົນ 3 ລຳເຝິກຊ້ອມໃນປາຊີຟິກ ເຊິ່ງບໍ່ເຄີຍມີມາກ່ອນ - ອິດສະຫຼະ

ສ.ອາເມຣິກາ ຢືນຢັນສົ່ງເຮືອບັນທຸກຍົນ 3 ລຳເຝິກຊ້ອມໃນປາຊີຟິກ ເຊິ່ງບໍ່ເຄີຍມີມາກ່ອນ



ສຳນັກຂ່າວຕ່າງປະເທດລາຍງານ 9 ພະຈິກ 2017 ວ່າ: ກອງທັບເຮືອສະຫະລັດ ອາເມຣິກາເປີດເຜີຍວ່າ: ເຮືອ USS Nimitz, ເຮືອ USS Ronald Reagan ແລະ ເຮືອ USS Theodore Roosevelt ຈະຮ່ວມເຝິກຊ້ອມລະຫວ່າງກັນໃນນ່ານນ້ຳສາກົນຕັ້ງແຕ່ວັນທີ 11-14 ພະຈິກ 2017 ນີ້ ແລະ ປະຕິບັດການດັ່ງກ່າວ ຍັງເປັນການສະແດງໃຫ້ເຫັນວ່າ ສ.ອາເມຣິກາຈະຍັງຄົງຮັກສາຄຳໝັ້ນທີ່ຈະໃຫ້ການປົກປ້ອງສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພູມມິພາກຕໍ່ໄປ.

ລາຍງານລະບຸວ່າ: ເຮືອຮົບຂອງ ສ.ອາເມຣິກາ ຈະປະຕິບັດການເຝິກຊ້ອມທັງການປ້ອງກັນໄພທາງອາກາດ ແລະ ການລາດຕະເວັນທາງທະເລ ຜູ້ບັນຊາການກອງເຮືອປາຊີຟິກກ່າວວ່າ: ຖືເປັນໂອກາດທີ່ບໍ່ປົກກະຕິທີ່ເຮືອບັນທຸກຍົນຮົບ 2 ລຳມາເຝິກຊ້ອມຮ່ວມກັນ ແຕ່ຄັ້ງນີ້ຍັງເປັນການເຝິກຊ້ອມຮ່ວມກັນເຖິງ 3 ລຳ ຖືເປັນຄັ້ງທຳອິດທີ່ເຮືອບັນທຸກຍົນຮົບ 3 ລຳເຂົ້າຮ່ວມປະຕິບັດການເຝິກຊ້ອມໃນພູມມິພາກນີ້ນັບຕັ້ງແຕ່ປີ 2007

No comments

Powered by Blogger.