ປ.ທຣຳ ເດີນທາງເຖິງປະເທດຈີນ ແລະ ຈະປຶກສາຫາລືຫຼາຍບັນຫາກັບຜູ້ນຳຈີນ - ອິດສະຫຼະ

ປ.ທຣຳ ເດີນທາງເຖິງປະເທດຈີນ ແລະ ຈະປຶກສາຫາລືຫຼາຍບັນຫາກັບຜູ້ນຳຈີນ



ສຳນັກຂ່າວຕ່າງປະເທດລາຍງານ 9 ພະຈິກ 2017 ວ່າ: ທ່ານ ໂດໂນ ທຣຳ ພ້ອມດ້ວຍທ່ານ ນາງ ເມລາເນຍ ພັນລະຍາ ແລະ ຄະນະ ເດີນທາງເຖິງສະໜາມບິນປັກກິ່ງເມື່ອວັນພຸດທີ່ຜ່ານມາ ຕາມກຳນົດການຢ້ຽມຢາມຈີນແຜ່ນດິນໃຫຍ່ເປັນເວລາ 2 ວັນ ເພື່ອພົບປະຫາລືກັບທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ເຈົ້າໜ້າທີ່ລະດັບສູງຂອງລັດຖະບານຈີນ ໃນຫຼາຍບັນຫາສຳຄັນ ລວມເຖິງການຄ້າ ແລະ ຄວາມໝັ້ນຄົງ ໂດຍສະເພາະບັນຫາເກົາຫຼີເໜືອ.

ສຳນັກງານພາສີ-ອາກອນຈີນເປີດເຜີຍຂໍ້ມູນການຄ້າຂອງປະເທດເມື່ອວັນພຸດທີ່ຜ່ານມາວ່າ: ການສົ່ງອອກສິນຄ້າຂອງຈີນໄປທົ່ວໂລກເດືອນ ຕຸລາ ທີ່ຜ່ານມານັ້ນ ເພີ່ມຂຶ້ນ 6.9% ເປັນມູນຄ່າ 188,900 ລ້ານໂດລາສະຫະລັດ ຫຼຸດລົງຈາກ 8.1% ໃນເດືອນກັນຍາ ທີ່ຜ່ານມາ, ສ່ວນການນຳເຂົ້າໃນເດືອນຕຸລາ ເພີ່ມຂຶ້ນ 17.2% ເປັນມູນຄ່າ 150,900 ລ້ານໂດລາສະຫະລັດ ຫຼຸດລົງຈາກ 18.7% ໃນເດືອນກ່ອນໜ້ານີ້.

ການສົ່ງອອກສິນຄ້າຈາກຈີນໄປຍັງສະຫະລັດ ອາເມຣິກາໃນເດືອນຕຸລາ ເພີ່ມຂຶ້ນ 11.2% ສ່ວນການນຳເຂົ້າສິນຄ້າຈາກສະຫະລັດເພີ່ມຂຶ້ນ 17.4% ຕົວເລກໄດ້ປຽບດຸນການຄ້າຕໍ່ສະຫະລັດ ອາເມຣິກາໃນເດືອນຕຸລາ ຢູ່ທີ່ 26,600 ລ້ານໂດລາ ຫຼຸດລົງ 1,500 ລ້ານໂດລາຈາກເດືອນກັນຍາ ແຕ່ເພີ່ມຂຶ້ນ 12.2% ເມື່ອທຽບກັບເດືອນດຽວກັນຂອງປີທີ່ຜ່ານມາ.

ລວມຕົວເລກໄດ້ປຽບດຸນການຄ້າຂອງຈີນຕໍ່ສະຫະລັດ ອາເມຣິກາ ໃນໄລຍະ 9 ເດືອນທຳອິດຂອງປີຢູ່ທີ່ 223,000 ລ້ານໂດລາ.

No comments

Powered by Blogger.