ປ.ທຣຳ ຜ່າກຳແພງອິນເຕີເນັດເມືອງຈີນ ເພື່ອລົງພາບລົງຂໍ້ຄວາມໃນ Twitter - ອິດສະຫຼະ

ປ.ທຣຳ ຜ່າກຳແພງອິນເຕີເນັດເມືອງຈີນ ເພື່ອລົງພາບລົງຂໍ້ຄວາມໃນ Twitter



ສຳນັກຂ່າວຕ່າງປະເທດລາຍງານ 10 ພະຈິກ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຍັງສາມາດລົງຂໍ້ຄວາມໃນ Twitter ເຊິ່ງເປັນສື່ສັງຄົມອອນລາຍໄດ້ຢ່າງຕໍ່ເນື່ອງ ໃນລະຫວ່າງການເດີນທາງຢ້ຽມຢາມປະເທດຈີນໃນອາທິດນີ້ ເຖິງແມ່ນວ່າທາງການຈີນບໍ່ບລັອກບໍ່ໃຫ້ສາມາດໃຊ້ Twitter ໃນປະເທດໄດ້ ຕາມນະໂຍບາຍທີ່ຖືກຮຽກວ່າ “Great Firewall” ຫຼື ກຳແພງອິນເຕີເນັດ ຂອງຈີນ.


ນອກຈາກ Twitter ແລ້ວ ສື່ສັງຄົມອອນລາຍຂອງບັນດາປະເທດຕາເວັນຕົກ ລວມທັງ facebook ລ້ວນແລ້ວແຕ່ຖືກບລັອກບໍ່ໃຫ້ສາມາດຫຼິ້ນໄດ້ໃນປະເທດຈີນ ເພື່ອປ້ອງກັນບໍ່ໃຫ້ປະຊາຊົນຈີນເຂົ້າເຖິງເນື້ອໃນຂອງສື່ດັ່ງກ່າວ.


No comments

Powered by Blogger.