ລັດເຊຍ ສະເຫຼີມສະຫຼອງວັນແຫ່ງການປະຕິວັດ ເດືອນຕຸລາລັດເຊຍ ຄົບຮອບ 100 ປີຢ່າງຍິ່ງໃຫຍ່ - ອິດສະຫຼະ

ລັດເຊຍ ສະເຫຼີມສະຫຼອງວັນແຫ່ງການປະຕິວັດ ເດືອນຕຸລາລັດເຊຍ ຄົບຮອບ 100 ປີຢ່າງຍິ່ງໃຫຍ່



ລັດເຊຍໄດ້ຈັດພິທີສະເຫຼີມສະຫຼອງ ວັນມະຫາປະຕິວັດເດືອນຕຸລາລັດເຊຍ ຄົບຮອບ 100 ປີ (7/11/1917 – 7/11/201) ຢ່າງຍິ່ງໃຫຍ່ທີ່ຈະຕຸລັດແດງ ນະຄອນຫຼວງມົດສະກູ ປະເທດລັດເຊຍ, ເຊິ່ງເປັນວັນແຫ່ງໄຊຊະນະຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລັດເຊຍ ໂດຍມີພັກໂບນເຊວິກ ແລະ ທ່ານ ວ.ອ ເລນິນ ເປັນຜູ້ນຳໜ້າໃນການຢຶດອຳນາດ ແລະ ສ້າງຕັ້ງລັດສັງຄົມນິຍົມລັດທຳອິດໃນໂລກ ເຊິ່ງເປັນຂີດໝາຍອັນສຳຄັນທີ່ບໍ່ມີວັນລືມໄດ້.


ເຊິ່ງເປັນລັດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລັດເຊຍ ການປະຕິວັດລັດເຊຍນັ້ນບໍ່ແມ່ນ ເຫດການທີ່ເກີດຂຶ້ນແບບບັງເອີນມັນເປັນກົດເກນທີ່ຕ້ອງເປັນໄປຂອງສັງຄົມມະນຸດ ເພາະໃນໄລຍະນັ້ນປະເທດທຶນນິຍົມຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈະຖືກຊົນຊັ້ນນາຍທຶນ ກົດຂີ່ຂູດຮີດຢ່າງໜັກໜ່ວງເຫັນສະພາບການຄືແນວນັ້ນທ່ານ ເລ ນິນ ແລະ ພັກໂບນເຊວິກ ຈິ່ງໄດ້ສຶກສາອົບຮົມ ແລະ ປຸກລະດົມ ຊົນຊັ້ນກຳມະກອນຊາວນາ, ຊາວຜູ້ອອກແຮງງານ ແລະ ກອງທະຫານລຸກຮືຂຶ້ນໂຄ່ນລົ້ມອຳນາດ ນາຍທຶນ ແລະ ພະເຈົ້າຊາ ລັດເຊຍພາຍຫຼັງການສຳເລັດການ ປະຕິວັດເດືອນຕຸລາລັດເຊຍ ບໍ່ພໍເທົ່າໃດພວກນາຍທຶນປະຕິການພາຍໃນກໍ່ສົມຮູ້ຮ່ວມຄິດກັບ 14 ປະເທດນາຍທຶນບຸກໂຈມຕີລັດເຊຍລັດສັງຄົມນິຍົມທີ່ໜຸ່ມນ້ອຍໃຫ້ຕາຍແຕ່ຫົວທີ.

ແຕ່ທ່ານ ເລນິນ ແລະ ພັກໂບນເຊວິກ ໄດ້ນຳພາປະຊາຊົນຕໍ່ສູ້ກັບສັດຕູຈົນໄດ້ຮັບໄຊຊະນະ ແລະ ສາມາດຮັກສາອຳນາດໂຊວຽດ ໄວ້ໄດ້ການປະຕິວັດເດືອນຕຸລາໄດ້ຮັບໄຊຊະນະສາມາດເວົ້າໄດ້ວ່າແມ່ນໄຊຊະນະຂອງລັດທິມາກ-ເລນິນ, ຈາກທິດສະດີໄດ້ກາຍເປັນພຶດຕິກຳຕົວຈິງ.

ໂດຍຜົນສະທ້ອນຂອງມະຫາປະຕິວັດເດືອນຕຸລາລັດເຊຍ ແລະ ການຊ່ວຍເຫຼືອຂອງອະດີດສະຫະພາບໂຊວຽດຕໍ່ລາວເຮົາ, ໃນບວນການຕໍ່ສູ້ຂອງປະຊາຊົນລາວຕ້ານກັບພວກລ່າເມືອງຂຶ້ນ ຜູ້ຮຸກຮານທີ່ໄດ້ຮັບການປະລາໄຊ ອັນເນື່ອງມາຈາກຂາດທິດສະດີນຳພາ ຫຼື ບໍ່ທັນມີພັກແບບໃໝ່ຂອງຊົນຊັ້ນກຳມະກອນນຳພາ, ແຕ່ຕໍ່ມາພາຍໃຕ້ການນຳ ພາຂອງພັກກອມມູນິດອິນດູຈີນ ແລະ ຄະນະພັກແຄວ້ນລາວ ນຳພາໂດຍກົງ ປະຊາຊົນລາວບັນດາເຜົ່າໄດ້ດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ຂະບວນຕໍ່ສູ້ ຂອງປະຊາຊົນລາວກໍ່ຄືຂະບວນ ການຕໍ່ສູ້ຂອງປະຊາຊົນ 3 ຊາດ ອິນດູຈີນ ຈຶ່ງໄດ້ຮັບໄຊຊະນະເປັນກ້າວໆມານັ້ນ, ກໍ່ຍ້ອນພັກເຮົາໄດ້ກຳແໜ້ນ ແລະ ຮູ້ໝູນໃຊ້ທິດສະດີມາກ-ເລນິນ ເຂົ້າສູ່ສະພາບຕົວຈິງຂອງປະເທດເຮົາຢ່າງປະດິດສ້າງ, ສົມທົບກັບລັດທິຮັກຊາດ, ຈິດໃຈເປັນເອກະລາດເປັນເຈົ້າຕົນເອງ ແລະ ການສະໜັບສະໜູນຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ, ເປັນຕົ້ນແມ່ນການຮ່ວມສຳພັນ ສູ້ຮົບ 3 ຊາດ ລາວ-ຫວຽດນາມ- ກຳປູເຈຍ, ສະຫະພາບໂຊວຽດ, ສປ.ຈີນ ແລະ ປະເທດສັງ ຄົມນິຍົມອື່ນໆ, ຈຶ່ງເຮັດໃຫ້ພາລະກິດປະຕິວັດລາວ ສຳເລັດຜົນກ້າວຂຶ້ນປົດປ່ອຍຊາດ ແລະ ສະຖາປະນາປະເທດເປັນ ສປປ ລາວ ຢ່າງສົມບູນ ໃນປີ 1975.







No comments

Powered by Blogger.