ຜູ້ນຳຈີນກ່າວຢ້ຳວ່າ ຈີນ ກັບ ສ.ອາເມຣິກາ ຄວນເປັນມິດບໍ່ແມ່ນສັດຕູ ເພື່ອຜົນປະໂຫຍດຂອງສອງຝ່າຍ - ອິດສະຫຼະ

ຜູ້ນຳຈີນກ່າວຢ້ຳວ່າ ຈີນ ກັບ ສ.ອາເມຣິກາ ຄວນເປັນມິດບໍ່ແມ່ນສັດຕູ ເພື່ອຜົນປະໂຫຍດຂອງສອງຝ່າຍ



ສຳນັກຂ່າວຕ່າງປະເທດລາຍງານ 10 ພະຈິກ 2017 ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເປັນເຈົ້າພາບລ້ຽງອາຫານຄ່ຳທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ທີ່ມະຫາສາລາປະຊາຊົນ, ໃນໂອກາດນີ້ ຜູ້ນຳຈີນກ່າວວ່າ: ສ.ອາເມຣິກາ ແລະ ຈີນຄວນເປັນມິດຕໍ່ກັນ ບໍ່ແມ່ນເປັນສັດຕູ ແລະ ການຮ່ວມມືກັນລະຫວ່າງ 2 ປະເທດຈະເປັນຜົນດີຕໍ່ກັນ ແລະ ເປັນຜົນທີ່ຕໍ່ທັງໂລກອີກດ້ວຍ ແລະ ສິ່ງສຳຄັນກໍ່ຄືຄວາມຮັບຜິດຊອບຕໍ່ການປົກປ້ອງສັນຕິພາບໂລກ ແລະ ສົ່ງເສີມການພັດທະນາຮ່ວມມືເຊິ່ງກັນ ແລະ ກັນ.

ໃນຂະນະທີ່ທ່ານ ໂດໂນ ທຣຳ ຜູ້ນຳສ.ອາເມຣິກາ ກ່າວວ່າ: ການຮ່ວມມືລະຫວ່າງຈີນກັບ ສ.ອາເມຣິກາ ຈະເປັນປະໂຫຍດສຳລັບທັງສອງຝ່າຍ ແລະ ນຳສັນຕິພາບ, ຄວາມຮຸ່ງເຮືອງ ແລະ ຄວາມໝັ້ນຄົງມາສູ່ໂລກ.


No comments

Powered by Blogger.