ໂຄລຳບັສ (Columbus) ກັບໄຂ່ 1 ໜ່ວຍ ທີ່ເປັນຄະຕິສອນໃຈໄດ້ຢ່າງດີເລີດ - ອິດສະຫຼະ

ໂຄລຳບັສ (Columbus) ກັບໄຂ່ 1 ໜ່ວຍ ທີ່ເປັນຄະຕິສອນໃຈໄດ້ຢ່າງດີເລີດ



ມື້ໜຶ່ງໃນງານລ້ຽງສະເຫຼີມສະຫຼອງຄວາມສຳເລັດຂອງ "ໂຄລຳບັສ" (Columbus) ທີ່ກະສັດແອັດສະປາຍຈັດຂຶ້ນ ຂຸນນາງທີ່ບໍ່ພໍໃຈ ໂຄສຳບັສ ມາດົນ ກໍ່ໄດ້ກະແຫະກະແຫນໂຄລຳບັດດ້ວຍເຫດຜົນເດີມເຫດຜົນເກົ່າໆ

"ການທີ່ເດີນເຮືອອອກໄປ ແລ້ວພົບແຜ່ນດິນໃໝ່... ທີ່ມີຢູ່ແລ້ວແມ່ນໃຜກໍ່ເຮັດໄດ້"

- ໂຄລຳບັສ ບໍ່ຕອບໂຕ້ ແລ້ວຈັບໄຂ່ຂຶ້ນມາໜ່ວຍໜຶ່ງ ທ່ານຕັ້ງໄຂ່ນີ້ໃຫ້ເບິ່ງດຸ

- ຂຸນນາງຮັບໄຂ່ມາ ແລະ ພະຍາຍາມຕັ້ງໄຂ່ໃຫ້ໄດ້ ແຕ່ເມື່ອປ່ອຍມື ໄຂ່ກໍ່ລົ້ມລົງທຸກໆຄັ້ງ

- ຂຸນນາງເລີຍເວົ້າວ່າ ບໍ່ມີໃຜຕັ້ງໄຂ່ໄດ້ດອກ ຫຼື ວ່າທ່ານຕັ້ງໄດ້?

- ໂຄລຳບັດ ຈັບໄຂ່ໜ່ວຍນັ້ນມາ ແລະ ທຸບຄ່ອຍໆໃຫ້ໄຂ່ບຸ້ມ ຈາກນັ້ນລາວກໍ່ນຳໄຂ່ຕັ້ງຢູ່ເທິງໂຕະ... ໄຂ່ໜ່ວຍນັ້ນບໍ່ລົ້ມ

- ຂຸນນາງໂວຍວາຍສຽງດັງທັນທີ ແບບນີ້ຜູ້ໃດກໍ່ເຮັດໄດ້...!

- ໂຄລຳບັສ ຍິ້ມຕອບ ແລ້ວຍ່າງອອກຈາກໂຕະ ພ້ອມກ່າວວ່າ "ແລ້ວເປັນຫຍັງທ່ານຄືບໍ່ເຮັດ?"

ມັນກໍ່ຄືກັບຄວາມສຳເລັດ ທີ່ບາງຄົນບໍ່ເຮັດຫຍັງຖ້າແຕ່ເວົ້ານັ້ນເວົ້ານີ້ໃຫ້ໝູ່ ແຕ່ເປັນຫຍັງເຂົາເຈົ້າຄືບໍ່ເຮັດ ດັ່ງນັ້ນ, ຢ່າໄດ້ໄປສົນໃຈກັບຄຳເວົ້າເຫຼົ່ານັ້ນ ໃຫ້ເຮົາເບິ່ງໄປທີ່ເປົ້າໝາຍ ແລ້ວສ້າງຄວາມສຳເລັດໃຫ້ໄດ້ ເພື່ອຕອບກັບຄຳເວົ້າຂອງຄົນເຫຼົ່ານັ້ນໃຫ້ອັດແກບ.

No comments

Powered by Blogger.