ຫຼາຍປະເທດໃນຕາເວັນອອກກາງ ຕັດຄວາມສຳພັນກັບປະເທດກາຕາ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສຳນັກຂ່າວຕ່າງປະເທດລາຍງານ 5 ມິຖຸນາ 2017 ວ່າ: ປະເທດອາຣັບບີ ຊາອູດິດຕັດຄວາມສຳພັນທາງການທູດ ແລະ ຢຸດຕິການຕິດຕໍ່ກັບປະເທດກາຕາທຸກຊ່ອງທາງທັງທາງບົກ, ທາງນ້ຳ ແລະ ທາງອາກາດຕັ້ງແຕ່ມື້ນີ້ເປັນຕົ້ນໄປ ໂດຍໃຫ້ເຫດຜົນວ່າເພື່ອປົກປ້ອງປະເທດຈາກກະແສກໍ່ການຮ້າຍ ແລະ ກະແສຫົວຮຸນແຮງ ພ້ອມກັບຮຽກຮ້ອງໃຫ້ປະເທດ ແລະ ທຸລະກິດຕ່າງໆທີ່ເປັນພີ່ນ້ອງກັບອາຣັບບີ ຊາອູດິດດຳເນີນການແບບດຽວກັນ ຫຼ້າສຸດປະເທດບາເຣນ, ເອຢິບ ແລະ ສະຫະນະຄອນ ເອເມຣັດ ອາຣັບ ກໍ່ປະກາດຕັດຄວາມສຳພັນທາງການທູດ ແລະ ຢຸດຕິຊ່ອງທາງການຕິດຕໍ່ທັງໝົດກັບກາຕາແລ້ວ.
ປະເທດບາເຣນລະບຸວ່າ ກາຕາແທກແຊງວຽກງານພາຍໃນຂອງບາເຣນ ຂໍໃຫ້ປະຊາຊົນບາເຣນເລັ່ງເດີນທາງອອກຈາກກາຕາພາຍໃນ 14 ວັນ, ຂະນະທີ່ປະເທດເອຢິບລະບຸວ່າ ກາຕາສະໜັບສະໜູນຂະບວນການທີ່ເປັນກຸ່ມກໍ່ການຮ້າຍໃນເອຢິບ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ