ທະນາຄານແຫ່ງ ສປປ.ລາວ ຂີດເສັ້ນຕາຍໃຫ້ບໍລິສັດ PS ຄືນເງິນໃຫ້ປະຊາຊົນພາຍໃນ 1 ເດືອນ ແລະ ຫ້າມແອບອ້າງວ່າໜ່ວຍງານລັດ ວ່າຈະເຂົ້າໄປຊ່ວຍເຫຼືອ - ອິດສະຫຼະ

ທະນາຄານແຫ່ງ ສປປ.ລາວ ຂີດເສັ້ນຕາຍໃຫ້ບໍລິສັດ PS ຄືນເງິນໃຫ້ປະຊາຊົນພາຍໃນ 1 ເດືອນ ແລະ ຫ້າມແອບອ້າງວ່າໜ່ວຍງານລັດ ວ່າຈະເຂົ້າໄປຊ່ວຍເຫຼືອ



ທະນາຄານແຫ່ງ ສປປ.ລາວ ໄດ້ອອກແຈ້ງການເລກທີ 335/ຫກ ລົງວັນທີ 2 ມິຖຸນາ 2017 ໃຫ້ບໍລິສັດ PS ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ສົ່ງເງິນຄືນທັງໝົດໃຫ້ແກ່ປະຊາຊົນທີ່ເປັນສະມາຊິກເຂົ້າຮ່ວມທຶນນຳບໍລິສັດ:

ໂດຍທະນາຄານແຫ່ງ ສປປ.ລາວ ໄດ້ແຈ້ງໄປຍັງບໍລິສັດ PS ດັ່ງນີ້:
1. ໃຫ້ບໍລິສັດ PS ສົ່ງຄືນເງິນທັງໝົດໃຫ້ແກ່ປະຊາຊົນທີ່ເປັນສະມາຊິກເຂົ້າຮ່ວມທຶນນຳບໍລິສັດ ກຳນົດເວລາສົ່ງເງິນຄືນແມ່ນໄລຍະ 1 ເດືອນ, ເລີ່ມແຕ່ວັນທີ 6 ມິຖຸານາ 2017 ຫາ 6 ກໍລະກົດ 2017 ຫຼັງຈາກຊຳລະເງິນໃຫ້ສະມາຊິກຄືນໝົດແລ້ວ ໃຫ້ລາຍງານມາຍັງຫ້ອງການ ທະນາຄານແຫ່ງ ສປປ.ລາວ ຢ່າງເປັນລາຍລັກອັກສອນ ພາຍໃນ 30 ວັນ ນັບຕັ້ງແຕ່ວັນທີ 6 ກໍລະກົດ 2017 ເປັນຕົ້ນໄປ, ໃນນີ້ໃຫ້ລາຍງານເຖິງຊັບສິນທັງໝົດ, ໜີ້ສິນທັງໝົດ, ໜີ້ສິນທີ່ມີຕໍ່ສະມາຊິກທີ່ມີການຄ້າງຊຳລະ ແລະ ຊຳລະໄປແລ້ວ ລວມທັງຖານະການເງິນອື່ນໆຂອງບໍລິສັດ;​

2. ໃຫ້ບໍລິສັດຢຸດຕິການແອບອ້າງເຖິງຂະແໜງການຕ່າງໆຂອງລັດຈະເຂົ້າໄປຊ່ວຍແກ້ໄຂບັນຫາທາງການເງິນ ແລະ ບັນຫາອື່ນໆ ຂອງບໍລິສັດຕົນແກ່ສະມາຊິກ ແລະ ປະຊາຊົນທົ່ວໄປ ເພາະວ່າການລະດົມທຶນທຸກຮູບແບບຂອງບໍລິສັດແມ່ນບໍ່ຖືກຕ້ອງ ແລະ ບໍ່ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ສະນັ້ນ, ບໍລິສັດຕ້ອງເປັນຜູ້ຮັບຜິດຊອບເອງ;

3. ໃຫ້ຢຸດຕິການລະດົມທຶນເພີ່ມຈາກສະມາຊິກ ແລະ ປະຊາຊົນທົ່ວໄປທຸກຮູບແບບໂດຍເດັດຂາດ.

No comments

Powered by Blogger.