ອາຊຽນ ຮ່ວມມືກັນສະກັດກັ້ນບໍ່ໃຫ້ IS ເຂົ້າມາໃນພູມມິພາກ ສົ່ງຍົນ ແລະ ຍົນບັງຄັບບິນຂຶ້ນສອດແນມ ແລະ ຕິດຕາມຢ່າງໃກ້ຊິດ. - ອິດສະຫຼະ

ອາຊຽນ ຮ່ວມມືກັນສະກັດກັ້ນບໍ່ໃຫ້ IS ເຂົ້າມາໃນພູມມິພາກ ສົ່ງຍົນ ແລະ ຍົນບັງຄັບບິນຂຶ້ນສອດແນມ ແລະ ຕິດຕາມຢ່າງໃກ້ຊິດ.



ສຳນັກຂ່າວຕ່າງປະເທດລາຍງາຍ 5 ມິຖຸນາ 2017 ວ່າ: ທ່ານ ເລີ ເລືອງ ມິນ ເລຂາທິການສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຖະແຫຼງຕໍ່ທີ່ປະຊຸມຄວາມໝັ້ນຄົງປະຈຳປີ Shangri-La Dialogue ທີ່ປະເທດສິງກະໂປ ເມື່ອວັນອາທິດທີ່ຜ່ານມາວ່າ ກຸ່ມປະເທດໃນອາຊຽນມີແຜນໃຊ້ຍົນ ແລະ ຍົນບັງຄັບ (Drone) ສະກັດກັ້ນກຸ່ມຫົວຮຸນແຮງບໍ່ໃຫ້ລ່ວງລ້ຳຊາຍແດນເຂົ້າມາໃນພູມມິພາກນີ້ ທ່າມກາງຄວາມຕື່ນຢ້ານວ່າ ກຸ່ມ IS ກຳລັງຂະຫຍາຍອິດທິພົນເຂົ້າມາໃນອາຊຽນ.

ເຈົ້າໜ້າທີ່ອິນໂດເນເຊຍ, ມາເລເຊຍ ແລະ ຟິລິບປິນ ເປີດເຜີຍວ່າ: ປະເທດທັງສາມຈະດຳເນີນການລາດຕະເວນທາງນ້ຳຮ່ວມກັນໃນເດືອນນີ້ທີ່ບໍລິເວນທະເລຊູລູ ນອກເໜືອຈາກເໜືອເຂດອື່ນໆທີ່ປະຕິບັດຮ່ວມກັນມາແລ້ວ ເຊິ່ງລັດຖະບານປະເທດຕ່າງໆໃນອາຊີຕາເວັນອອກສຽງໃຕ້ ຮຽກຮ້ອງໃຫ້ເພີ່ມການຮ່ວມມືເພື່ອຕອບໂຕ້ກຸ່ມຫົວຮຸນແຮງທີ່ເປັນພັນທະມິດກັບ IS ທາງພາກໃຕ້ຂອງຟິລິບປິນ ສ່ວນການລາດຕະເວັນຮ່ວມທາງອາກາດຈະຕາມມາໃນໄວໆນີ້.

ເຈົ້າໜ້າທີ່ກ່າວວ່າ ການລາດຕະເວນຮ່ວມຂອງອິນໂດເນເຊຍ, ມາເລເຊຍ ແລະ ຟິລິບປິນ ໃນທະເລຊູລູ ຕັ້ງແຕ່ເດືອນມິຖຸນານີ້ເປັນຕົ້ນເປັນ ອາດເປັນຈຸດເລີ່ມຕົ້ນຂອງຄວາມພະຍາຍາມຄັ້ງໃຫຍ່ຂອງອາຊຽນ ເພື່ອທີ່ຈະໃຫ້ປອດໄພຈາກກຸ່ມ IS, ທ່ານ ພົນເອກ ຣາມິຊາດ ຣາຄູດູ ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍກ່າວວ່າ ການລາດຕະເວັນຮ່ວມກັນເປັນຄວາມພະຍາຍາມເພື່ອສະກັດກັ້ນກຸ່ມກໍ່ການຮ້າຍ ແລະ ປົກປ້ອງຊາຍແດນ, ຫາກສະຖານະການລຸກລາມ ແລະ ບານປາຍໄປຍັງເຂດອື່ນໆຂອງອາຊຽນ ກໍ່ຈະມີການຮຽກຮ້ອງໃຫ້ປະເທດຕ່າງໆເຂົ້າຮ່ວມ.


No comments

Powered by Blogger.