ທະນາຄານແຫ່ງ ສປປ.ລາວ ຫຼື ທະນາຄານກາງແມ່ນໃຜ ຈຶ່ງມີສິດມາອອກແຈ້ງການ, ອອກແຈ້ງເຕືອນຕ່າງໆ ໂດຍສະເພາະບັນຫາບໍລິສັດ PS ທະນາຄານກາງຈຶ່ງມາກ່ຽວຂ້ອງ - ອິດສະຫຼະ

ທະນາຄານແຫ່ງ ສປປ.ລາວ ຫຼື ທະນາຄານກາງແມ່ນໃຜ ຈຶ່ງມີສິດມາອອກແຈ້ງການ, ອອກແຈ້ງເຕືອນຕ່າງໆ ໂດຍສະເພາະບັນຫາບໍລິສັດ PS ທະນາຄານກາງຈຶ່ງມາກ່ຽວຂ້ອງ



ທະນາຄານແຫ່ງ ສປປ.ລາວ ຫຼື ທະນາຄານກາງ ແມ່ນສະຖາບັນເງິນຕາຂອງລັດຖະບານ, ມີຖານະທຽບເທົ່າກະຊວງ, ເປັນທະນາຄານກາງຂອງປະເທດ, ມີຖານະເປັນນິຕິບຸກຄົນ ແລະ ມີສຳນັກງານໃຫຍ່ຕັ້ງຢູ່ ນະຄອນຫຼວງວຽງຈັນ.

ທະນາຄານແຫ່ງ ສປປ.ລາວ ມີພາລະບົດບາດດັ່ງນີ້:
1. ເປັນເສນາທິການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກທາງດ້ານເງິນຕາ, ສິນເຊື່ອຂອງທະນາຄານໃນຂອບເຂດທົ່ວປະເທດ;

2. ສົ່ງເສີມ ແລະ ປົກປັກຮັກສາສະຖຽນລະພາບຂອງເງິນກີບຕໍ່ພາຍໃນ ແລະ ຕ່າງປະເທດ, ຍົກສູງປະສິດທິພາບຂອງກົນໄກຊຳລະ ແລະ ຖານະການຊຳລະໜີ້ຂອງລະບົບທະນາຄານ ເພື່ອເຮັດໃຫ້ລະບົບເງິນຕາ, ສິນເຊື່ອຂອງ ສປປ.ລາວ ເຄື່ອນໄຫວມີປະສິດທິພາບ ແລະ ປອດໄສ;

3. ສົ່ງເສີມ ແລະ ອຳນວຍຄວບຄຸມການເຄື່ອນໄຫວຂອງເງິນຕາ ຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ.ລາວ ໃຫ້ຂະຫຍາຍຕົວ.

ທະນາຄານແຫ່ງ ສປປ.ລາວ ມີສິດດັ່ງນີ້:
1. ພິມຈຳໜ່າຍທະນາບັດ ແລະ ເງິນຫຼຽນພຽງແຕ່ຜູ້ດຽວຕາມການອະນຸມັດຂອງລັດຖະບານ ພ້ອມທັງຄຸ້ມຄອງການຈໍລະຈອນເງິນຕາໃນຂອບເຂດທົ່ວປະເທດ;

2. ຄຸ້ມຄອງມະຫາພາກທາງດ້ານເງິນຕາ, ເປັນທະນາຄານຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ທັງເປັນຜູ້ໃຫ້ກູ້ຢືມສຸດທ້າຍແກ່ທະນາຄານທຸລະກິດ ແລະ ສະຖາບັນການເງິນດັ່ງກ່າວ ເພື່ອຈຸດປະສົງປະຕິບັດນະໂຍບາຍເງິນຕາ;

3. ປະຕິບັດນະໂຍບາຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ອັດຕາແລກປ່ຽນ;

4. ຈຳໜ່າຍພັນທະບັດໃນນາມຂອງຕົນ ເພື່ອຈຸດປະສົງປະຕິບັດນະໂຍບາຍເງິນຕາ, ຊື້, ຂ້າຍພັນທະບັດໂດຍກົງກັບທະນາຄານທຸລະກິດ ແລະ ສະຖາບັນການເງິນ;

5. ອະນຸມັດການສ້າງຕັ້ງສາຂາຂອງທະນາຄານແຫ່ງ ສປປ.ລາວ, ທະນາຄານທຸລະກິດພາຍໃນ, ທະນາຄານທຸລະກິດຕ່າງປະເທດ, ສະຖາບັນການເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນຕາມການຕົກລົງຂອງລັດຖະບານ.

ທະນາຄານແຫ່ງ ສປປ.ລາວ ມີໜ້າທີ່ດັ່ງນີ້:
1. ຄຸ້ມຄອງ-ກວດກາ ການເຄື່ອນໄຫວຂອງບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ການຂະຫຍາຍຕົວຂອງລະບົບທະນາຄານ ແລະ ສະຖາບັນການເງິນດັ່ງກ່າວ;

2. ຮັກສາ ແລະ ຄຸ້ມຄອງຄັງສຳຮອງເງິນຕາຕ່າງປະເທດ;

3. ເກັບກຳ, ລວບລວມ ແລະ ວິໄຈຂໍ້ມູນຂ່າວສານທາງດ້ານເສດຖະກິດ-ການເງິນ, ເງິນຕາ ແລະ ການເຄື່ອນໄຫວຂອງທະນາຄານ ແລະ ສະຖາບັນການເງິນຈາກບຸກຄົນ ແລະ ຂະແໜງການທີ່ກ່ຽວຂ້ອງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຮັບໃຊ້ການວາງນະໂຍບາຍເງິນຕາ ແລະ ວຽກງານທະນາຄານ;

4. ລາຍງານ ແລະ ສະເໜີຄວາມເຫັນກ່ຽວກັບບັນຫາເສດຖະກິດ, ເງິນຕາ, ການທະນາຄານໃຫ້ລັດຖະບານຊາບຢ່າງເປັນປົກກະຕິ;

5. ຄຸ້ມຄອງ ແລະ ດັດສົມບໍລິມາດເງິນຕາໃນຂອດຈໍລະຈອນຕາມແຜນການອະນຸມັດຂອງລັດຖະບານ;

6. ເປັນຕົວແທນໃຫ້ລັດຖະບານຢູ່ໃນອົງການຈັດຕັ້ງການເງິນສາກົນ, ພົວພັນ, ຮ່ວມມື ແລະ ເຊັນສັນຍາກ່ຽວກັບການເງິນ, ເງິນຕາກັບຕ່າງປະເທດ ແລະ ອົງການຈັດຕັ້ງການເງິນສາກົນຕາມການມອບໝາຍຂອງລັດຖະບານ;

7. ປະຕິບັດໜ້າທີ່ອື່ນໆຕາມທີ່ກົດໝາຍໄດ້ກຳນົດໄວ້ ຫຼື ຕາມການມອບໝາຍຂອງລັດຖະບານ.

ນອກຈາກນີ້ການກຳນົດອັດຕາດອກເບ້ຍເງິນຝາກ- ເງິນກູ້, ອັດຕາແລກປ່ຽນ ແລະ ອື່ນໆ ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນຕ່າງໆ ທະນາຄານກາງຈະເປັນຜູ້ກຳນົດໃຫ້ ແລະ ໃຫ້ປະຕິບັດຕາມເພດານອັດຕາສ່ວນກຳໄລ່ທີ່ກຳນົດໃຫ້ ບໍ່ມີທະນາຄານທຸລະກິດ ຫຼື ສະຖາບັນການເງິນແຫ່ງໃດທີ່ຖືກຕ້ອງຕາມກົດໝາຍ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານກາງສາມາດດຳນົດອັດຕາດອກເບ້ຍໄດ້ຕາມລຳພັງໃຈ.

No comments

Powered by Blogger.