ອິນເດຍສົ່ງຈະຫຼວດຍັກໜັກກວ່າ 600 ໂຕນ ຂຶ້ນສູ່ວົງໂຄຈອນສຳເລັດ - ອິດສະຫຼະ

ອິນເດຍສົ່ງຈະຫຼວດຍັກໜັກກວ່າ 600 ໂຕນ ຂຶ້ນສູ່ວົງໂຄຈອນສຳເລັດ



ສຳນັກຂ່າວຕ່າງປະເທດລາຍງານ 6 ມິຖຸນາ 2017 ວ່າ: ມື້ວານນີ້ (5 ມິຖຸນາ 2017) ອົງການວິໄຈທາງອະວະກາດຂອງອິນເດຍປະສົບຄວາມສຳເລັດໃນການປ່ອຍຈະຫຼວດ GSLV Mk III ເຊິ່ງເປັນຈະຫຼວດຂະໜາດໃຫຍ່ ແລະ ມີນ້ຳໜັກຫຼາຍທີ່ສຸດເທົ່າທີ່ອິນເດຍເຄີຍສ້າງມາຂຶ້ນ ແລະ ສົ່ງສູ່ວົງໂຄຈອນ ຈາກຖານຍິງນອກອ່າວເບງກອນ ໃນລັດອານທະຣະປະເທດ (Andhra Pradesh) ໂດຍຈະຫຼວດດັ່ງກ່າວມີນ້ຳໜັກເຖິງ 640 ໂຕນ.


ຈະຫຼວດ GSLV Mk III ນຳສົ່ງດາວທຽມສື່ສານນ້ຳໜັກ 3,136 ກິໂລກຣາມ ຂຶ້ນສູ່ງວົງໂຄຈອນລະດັບສູງຮອບໂລກ ເຊິ່ງຖືເປັນຜົນສຳເລັດ ແລະ ຄວາມກ້າວໜ້າຂອງອົງການວິໄຈອະວະກາດຂອງອິນເດຍ, ເຊິ່ງເຄີຍຊະນະການແຂ່ງຂັນໃນອາຊີໂດຍສົ່ງຍານອະວະກາດໄປດາວອັງຄານເມື່ອປີ 2014 ໂດຍໃຊ້ເງິນພຽງ 73 ລ້ານໂດລາສະຫະລັດ ໃນຂະນະທີ່ຍານ Maven: Mars ຂອງອົງການ NASA ໃຊ້ງົບສ້າງສູງເຖິງ 671 ລ້ານໂດລາສະຫະລັດ.

ອົງການວິໄຈອະວະກາດອິນເດຍກ່າວວ່າ ຍັງຕ້ອງໃຊ້ເວລາອີກຢ່າງໜ້ອຍ 7 ປີ ຈຶ່ງຈະພ້ອມສົ່ງຄົນຂຶ້ນໄປກັບແຄັບຊູນ ແລະ ອິນເດຍຝັນທີ່ຈະສົ່ງມະນຸດອອກສູ່ອະວະກາດເປັນປະເທດທີ່ສີ່ໃນໂລກຖັດຈາກລັດເຊຍ, ສະຫະລັດ ແລະ ຈີນ.

No comments

Powered by Blogger.