ຫຼາຍປະເທດໃນອາຣັບຕັດຂາດຄວາມສຳພັນກັບກາຕາ ສ້າງຄວາມປັ່ນປ່ວນໃຫ້ຕະຫຼາດຮຸ້ນ ແລະ ພະລັງງານໂລກ - ອິດສະຫຼະ

ຫຼາຍປະເທດໃນອາຣັບຕັດຂາດຄວາມສຳພັນກັບກາຕາ ສ້າງຄວາມປັ່ນປ່ວນໃຫ້ຕະຫຼາດຮຸ້ນ ແລະ ພະລັງງານໂລກ



ສຳນັກຂ່າວຕ່າງປະເທດລາຍງານ 6 ມິຖຸນາ 2017 ວ່າ: ບັນດາປະເທດໃນຕາເວັນອອກາງທີ່ນຳໂດຍອາຣັບບີ ຊາອູດິດ, ສະຫະນະຄອນ ເອເມຣັດ ອາຣັບ (UAE), ເອຢິບ, ບາເຣນ, ເຢເມນ, ລີບີ ແລະ ມານດິວ ປະກາດຕັດຄວາມສຳພັນທາງການທູດພ້ອມປິດຊາຍແດນກັບປະເທດກາຕາທັງທາງບົກ, ທາງນ້ຳ ແລະ ທາງອາກາດ ໂດຍກ່າວຫາວ່າກາຕາໃຫ້ການສະໜັບສະໜູນການກໍ່ການຮ້າຍເຊັ່ນ: ກຸ່ມອ້າຍນ້ອງມຸດສະລິມ (Muslim Brotherhood), ກຸ່ມຕິດອາວຸດລັດອິດສະລາມ (IS), ກຸ່ມອັນກໍອິດະ (Al-Qaeda) ແລະ ກຸ່ມກໍ່ການຮ້າຍອື່ນໆ ທີ່ກ່ຽວຂ້ອງກັບປະເທດອີຣານ ເຊິ່ງຖືເປັນບັນຫາໃນໂລກອາຣັບຄັ້ງຮຸນແຮງທີ່ສຸດໃນຮອບຫຼາຍປີ ເຮັດໃຫ້ຕະຫຼາດຮຸ້ນກາຕາຕົກລົງກວ່າ 8% ໃນມື້ວານນີ້.

ສຳລັບການເຄື່ອນໄຫວຄັ້ງນີ້ເກີດຂຶ້ນພາຍຫຼັງທີ່ ຊິດ ທາມິມ ບິນ ຮາໝັດ ອັນ ທານີ (Sheikh Tamim bin Hamad Al Thani) ເຈົ້າຜູ້ປົກຄອງກາຕາ ໂທລະສັບໄປສະແດງຄວາມຍິນດີກັບທ່ານ ຮັສຊັນ ຣູຮານີ (Hassan Rouhani) ປະທານປະເທດອີຣານທີ່ຊະນະການເລືອກຕັ້ງ ແລະ ກໍ່ມີເວັບໄຊທ໌ສື່ທ້ອງຖິ່ນຂອງກາຕາໄດ້ລາຍງານວ່າ ຊິດ ທາມິມ ໄດ້ວິຈານເຖິງກະແສຕໍ່ຕ້ານອີຣານທີ່ຮຸນແຮງຂຶ້ນ ເຮັດໃຫ້ປະເທດເພື່ອນບ້ານບໍ່ພໍໃຈ ຈົນນຳໄປສູ່ການຖອນບົດລາຍງານຂ່າວ ແລະ ອ້າງວ່າເວັບໄຊທ໌ດັ່ງກ່າວຖືກແຮັກ.

ນອກຈາກນີ້ລາຍງານຍັງລະບຸວ່າ 3 ປະເທດອ່າວອາຣັບເຊິ່ງບໍ່ລວມເອຢິບ ໄດ້ປະກາດໃຫ້ຊາວກາຕາທັງທີ່ຢູ່ໃນປະເທດ ແລະ ຈະເດີນທາງເຂົ້າມາໃຫ້ອອກຈາກປະເທດພາຍໃນເວລາ 14 ວັນ, ພ້ອມທັງຂັບທະຫານກາຕາອອກຈາກກອງກຳລັງພັນທະມິດທີ່ຮ່ວມຕໍ່ສູ້ໃນເຢເມນເຊັ່ນກັນ.

ເຖິງຢ່າງໃດກໍ່ຕາມສະຖານະການວຸ້ນວາຍດັ່ງກ່າວສົ່ງຜົນໃຫ້ລາຄານ້ຳມັນດິບໃນຕະຫຼາດ West Texas Intermediate Crude Oil (WTI) ປັບຕົວຂຶ້ນທັນທີ່ປະມານ 1% ຢູ່ທີ່ປະມານ 48.17 ໂດລາສະຫະລັດ/ບາເຣວ,​ ນອກຈາກນີ້ກາຕາຍັງຖືເປັນຜູ້ສົ່ງອອກແກັດ NLG ລາຍໃຫຍ່ທີ່ສຸດຂອງໂລກ ແລະ ກາຕາບໍ່ໄດ້ຢືນຢັນກັບລູກຄ້າບາງລາຍເຊັ່ນ: ຍີ່ປຸ່ນແລ້ວວ່າການສົ່ງອອກຈະບໍ່ໄດ້ຮັບຜົນກະທົບ.

ນອກຈາກມີຜົນກະທົບດ້ານພະລັງງານແລ້ວ ສາຍການບິນຫຼາຍແຫ່ງຕ້ອງປະກາດປັບປ່ຽນເສັ້ນທາງການບິນເຊັ່ນກັນ ໂດຍສາຍການບິນ Emirates,​ Etihad Airways ໄດ້ປະກາດຢຸດຕິທ່ຽວບິນທັງໝົດທີ່ຈະເດີນທາງໄປ ຫຼື ອອກຈາກກາຕາເຊັ່ນດຽວກັບສາຍການບິນ Qatar Airways ທີ່ຢຸດຕິຖ້ຽວບິນໄປອາຣັບບີ ຊາອູດິດ ທັງໝົດ.

ສ່ວນສະຫະລັດອາເມຣິກາເຊິ່ງເປັນພັນທະມິດທີ່ມີຖານທັບໃນກາຕານັ້ນ ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດອາເມຣິກາກ່າວວ່າ ເລື່ອງນີ້ຈະບໍ່ກະທົບການຮ່ວມມືຕໍ່ສູ້ກັບກຸ່ມກໍ່ການຮ້າຍ ພ້ອມທັງຮຽກຮ້ອງໃຫ້ກຸ່ມປະເທດອາຣັບຫັນມາເຈລະຈາແກ້ໄຂບັນຫາຄວາມແຕກຕ່າງຮ່ວມກັນ.

No comments

Powered by Blogger.