ດ່ວນ…! ສານໄທຕັດສິນ ປະຫານຊີວິດ ໄຊຊະນະ ແກ້ວພິມພາ - ອິດສະຫຼະ

ດ່ວນ…! ສານໄທຕັດສິນ ປະຫານຊີວິດ ໄຊຊະນະ ແກ້ວພິມພາ



ສື່ໃນໄທລາຍງານ 20 ມີນາ 2018 ວ່າ: ສານອາຍາ ຣັດຊະດາພິເສກ ອ່ານຄຳພິພາກສາຄະດີ ທີ່ໄອຍະສານພິເສດຝ່າຍຄະດີຢາເສບຕິດ 10 ຂອງໄທເປັນໂຈດຍື່ນຟ້ອງ ທ້າວ ໄຊຊະນະ ແກ້ວພິມພາ ອາຍຸ 42 ປີ ນັກຄ້າຢາເສບຕິດລາຍໃຫຍ່ຈາກ ສປປ.ລາວ ເປັນຈຳເລີຍ ໃນຄວາມຜິດຖານສົມຄົບກັນຕັ້ງແຕ່ 2 ຄົນຂຶ້ນໄປເພື່ອກະທຳຄວາມຜິດກ່ຽວກັບຢາເສບຕິດ ແລະ ໄດ້ມີການກະທຳກ່ຽວກັບຢາເສບຕິດ, ຮ່ວມກັນນຳເຂົ້າຢາບ້າເຊິ່ງເປັນຢາເສບຕິດໃຫ້ໂທດປະເພດ 1 ເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ ແລະ ຮ່ວມກັນມີຢາເສບຕິດໄວ້ໃນຄອບຄອງເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ.

ຄຳຮ້ອງຟ້ອງລະບຸພຶດຕິກຳວ່າ ຈຳເລີຍກັບພວກທີ່ຢູ່ ສປປ.ລາວ ຮ່ວມກັນເຮັດໜ້າທີ່ຈັດຫາຢາເສບຕິດ ລວມທັງລົດສຳລັບຊຸກເຊື່ອງ ແລະ ລົດນຳທາງໃນການຂົນລຳລຽງຢາເສບຕິດ ໂດຍມີພວກຂອງຈຳເລີຍທີ່ໄອຍະການໄດ້ຍື່ນຟ້ອງເປັນຄະດີຕໍ່ສານອາຍາໄວ້ແລ້ວ 6 ຄົນ ຮ່ວມກັນກະທຳຜິດໃນການເຮັດໜ້າທີ່ຂັບລົດຮັບຢາເສບຕິດຈາກ ສປປ.ລາວ ເຂົ້າໄປຍັງປະເທດໄທ ເພື່ອສົ່ງຕໍ່,​ ພວກຈຳເລີຍໄດ້ມີການຂັບລົດນຳທາງ ແລະ ສຳຫຼວດເສັ້ນທາງເພື່ອກວດສອບວ່າມີດ່ານຂອງເຈົ້າໜ້າທີ່ຕຳຫຼວດຫຼືບໍ່ ກ່ອນທີ່ຈະປະສານຕິດຕໍ່ກັນເພື່ອສົ່ງມອບຢາເສບຕິດໃຫ້ກັບເຄືອຂ່າຍຢາເສບຕິດທາງພາກໃຕ້ຂອງໄທ ແລະ ປະເທດມາເລເຊຍຕໍ່ໄປ.

ໂດຍເມື່ອວັນທີ 30 ກັນຍາ 2016 ຈຳເລີຍກັບພວກທີ່ຖືກຍື່ນຟ້ອງແລ້ວ ແລະ ອີກຫຼາຍຄົນທີ່ຫຼົບໜີຍັງບໍ່ໄດ້ຕົວມາສັ່ງຟ້ອງ ໄດ້ຮ່ວມກັນນຳຢາບ້າຈຳນວນ 1.2 ລ້ານເມັດ ຈາກ ສປປ.ລາວ ຊຸກເຊື່ອງໃນຊ່ອງລັບຫຼັງຄາລົດຜ່ານດ່ານກວດຄົນເຂົ້າເມືອງ ຈັງຫວັດໜອງຄາຍ ເຂົ້າໄປຍັງປະເທດໄທ ໂດຍຕຳຫຼວດສາມາດຈັບກຸມເຄືອຂ່າຍຈຳເລີຍ ພ້ອມຍຶດຢາບ້າຂອງກາງໄດ້.

ຈົນສາມາດຂະຫຍາຍຜົນການຈັບກຸມພວກຈຳເລີຍ ອີກສ່ວນທີ່ໄອຍະການໄດ້ຍື່ນຟ້ອງເປັນຄະດີໄວ້ແລ້ວ ກ່ອນຈະຈັບກຸມຈຳເລີຍໄດ້ເມື່ອວັນທີ 19 ມັງກອນ 2017 ທີ່ຜ່ານມາ, ໃນວັນອັງຄານ (20 ມີນາ) ນີ້ ສານໄດ້ນຳຕົວທ້າວ ໄຊຊະນະ ແກ້ວພິມພາ ຂຶ້ນສານຮັບຟັງຄຳຕັດສິນ ໂດຍສານໄດ້ຕັດສິນລົງໂທດສູງສຸດຖານນຳເຂົ້າຢາເສບຕິດໄປຍັງປະເທດໄທ ໃຫ້ປະຫານຊີວິດ ຈຳເລີຍໃຫ້ການຮັບສາລະພາບໃນຊັ້ນການສອບສວນ ເປັນປະໂຫຍດແກ່ການພິຈາລະນາຄະດີ ຫຼຸດໂທດ 1 ໃນ 3 ໃຫ້ຕິດຄຸກຕະຫຼອດຊີວິດ.

No comments

Powered by Blogger.