ແຈ້ງເຕືອນໄພ ພາຍຸລະດູຮ້ອນ ທົ່ວທຸກພາກຂອງປະເທດ 20-23 ມີນາ 2018 ນີ້ - ອິດສະຫຼະ

ແຈ້ງເຕືອນໄພ ພາຍຸລະດູຮ້ອນ ທົ່ວທຸກພາກຂອງປະເທດ 20-23 ມີນາ 2018 ນີ້



ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໄພ ພາຍຸລະດູຮ້ອນ ສະບັບເລກທີ 0278/ກອຕທ ລົງວັນທີ 20​ ມີນາ 2018 ວ່າ: ເນື່ອງຈາກມວນອາກາດເຢັນທີ່ມີກຳລັງແຮງປານກາງຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໃນໄລຍະ 1 ຫາ 7 ວັນຕໍ່ໜ້ານີ້ ໂດຍໄລຍະ 1 ຫາ 3 ວັນທຳອິດ ຈະມີແລວປະທະຂອງມວນອາກາດຮ້ອນ ແລະ ມວນອາກາດເຢັນ ແລະ ຈະເຮັດໃຫ້ເກີດມີພາຍຸລະດູຮ້ອນຢູ່ບາງທ້ອງຖິ່ນ ໃນແຕ່ລະພາກໄລຍະວັນທີ 20-23 ມີນາ 2018, ໂດຍຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ, ລົມພັດແຮງຢູ່ບາງທ້ອງຖິ່ນດັ່ງນີ້:

- ວັນທີ 20 ມີນາ 2018: ແຂວງຫົວພັນ, ຊຽງຂວາງ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ,​ ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.

- ວັນທີ 21-22 ມີນາ 2018: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ໄຊສົມບູນ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.

- ວັນທີ 23 ມີນາ 2018: ແຂວງຜົ້ງສາລີ, ຫຼວງນ້ຳທາ,​ ອຸດົມໄຊ, ສາລະວັນ ແລະ ຈຳປາສັກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນ ເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ ທີ່ຈະກໍ່ໃຫ້ເກີດມີຕົ້ນໄມ້ຫັກ, ເສົາໄຟຟ້າຫັກລົ້ມ, ຟ້າຜ່າ ເຊິ່ງຈະເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນອັນມີຄ່າຂອງພໍ່ແມ່ປະຊາຊົນ, ພ້ອມນີ້ກໍ່ໃຫ້ຫຼີກເວັ້ນການຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ສິ່ງປຸກສ້າງທີ່ບໍ່ໄດ້ມາດຕະຖານ.



No comments

Powered by Blogger.