ກໍລະນີທີ່ facebook ລ່ວງລະເມີດຂໍ້ມູນຜູ້ໃຊ້ 50 ລ້ານບັນຊີຊ່ວຍ ປ.ທຣຳ ທາງການຫຼາຍປະເທດເລັ່ງສືບສວນ - ອິດສະຫຼະ

ກໍລະນີທີ່ facebook ລ່ວງລະເມີດຂໍ້ມູນຜູ້ໃຊ້ 50 ລ້ານບັນຊີຊ່ວຍ ປ.ທຣຳ ທາງການຫຼາຍປະເທດເລັ່ງສືບສວນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 20 ມີນາ 2018 ວ່າ: ຄະນະກຳມະທິການການຄ້າກາງສະຫະລັດ ອາເມຣິກາ (FTC) ກຳລັງດຳເນີນການສືບສວນສອບສວນວ່າ facebook ລະເມີດຂໍ້ຕົກລົງການຄຸ້ມຄອງຜູ້ບໍລິໂພກສະບັບປີ 2011 ທີ່ເປັນການລົງນາມຮ່ວມລະຫວ່າງຄະນະກຳມະທິການການຄ້າກາງ ກັບ facebook ວ່າດ້ວຍການກຳນົດໃຫ້ເຄືອຂ່າຍສັງຄົມອອນລາຍຍັກໃຫຍ່ຂອງໂລກ ຕ້ອງສົ່ງຂໍ້ຄວາມເຖິງຜູ້ໃຊ້ງານ ໃນກໍລະນີທີ່ຕ້ອງການເຜີຍແຜ່ຂໍ້ມູນສ່ວນຕົວບຸກຄົນຂອງເຈົ້າຂອງບັນຊີໃຫ້ກັບບຸກຄົນທີ່ສາມ ແລະ ແນ່ນອນວ່າການສົ່ງຕໍ່ຂໍ້ມູນຈະເກີດຂຶ້ນໄດ້ເມື່ອໄດ້ຮັບການຍິນຍອມຈາກເຈົ້າຂອງບັນຊີເທົ່ານັ້ນ.

ເຊິ່ງ facebook ຍັງບໍ່ສະແດງທ່າທີຕໍ່ລາຍງານດັ່ງກ່າວ ແຕ່ສື່ຫຼາຍແຫ່ງລາຍງານວ່າທ່ານ ມາກ ຊັກເຄີເບິກ ປະທານຄະນະເຈົ້າໜ້າທີ່ບໍລິຫານຂອງ facebook ບໍ່ໄດ້ເຂົ້າຮ່ວມການປະຊຸມສຸກເສີນທີ່ສຳນັກງານໃຫຍ່ຂອງ facebook ໃນເມືອງພາໂລອັນໂຕ ລັດຄາລິຟໍເນຍ ເມື່ອວັນອັງຄານ (20 ມີນາ) ທີ່ຜ່ານມາ ທ່າມກາງກະແສຮຽກຮ້ອງຈາກຫຼາຍຝ່າຍ ໃຫ້ສະພາສະຫະລັດ ອາເມຣິກາ ສືບສວນສອບສວນທ່ານ ມາກ ຊັກເຄີເບິກ ໃນບັນຫາການຮ່ວມມືທາງທຸລະກິດລະຫວ່າງ facebook ກັບບໍລິສັດ ເຄມບຼິດ ອະນາໄລຕິກາ (Cambridge Analytica) ບໍລິສັດວິເຄາະຂໍ້ມູນ ເຊິ່ງມີສຳນັກງານໃຫຍ່ຢູ່ທີ່ນະຄອນຫຼວງລອນດອນ ປະເທດອັງກິດ ໂດຍໜັງສືພິມເດີ ນິວຢອກ ທາມ ໄດ້ລາຍງານເມື່ອອາທິດທີ່ຜ່ານມາວ່າ ບໍລິສັດ ເຄມບຼິດ ອະນາໄລຕິກາ ສາມາດເຂົ້າເຖິງຂໍ້ມູນຂອງຜູ້ໃຊ້ facebook ໃນສະຫະລັດ ອາເມຣິກາໄດ້ສູງສຸດເຖິງ 50 ລ້ານບັນຊີ ຜ່ານແອັບພິເຄເຊິນທົດສອບບຸກຄະລິກກະພາບ ແລ້ວນຳຂໍ້ມູນທີ່ໄດ້ໄປສ້າງກິດຈະກຳ ແລະ ໂຄສະນາຊວຍເຊື່ອເພື່ອເປັນປະໂຫຍດແກ່ທ່ານ ໂດໂນ ທຣຳ ຈົນສາມາດຊະນະການເລືອກຕັ້ງຜູ້ນຳສະຫະລັດ ອາເມຣິກາເມື່ອປີ 2016.

ນອກຈາກນີ້, ທ່ານ ອັນໂດນິໂອ ມາຈານີ ປະທານສະພາເອີຣົບກ່າວວ່າ ໄດ້ເຊີນທ່ານ ມາກ ຊັກເຄີເບີກ ຜູ້ບໍລິຫານ facebook ເຂົ້າໃຫ້ລາຍລະອຽດ ກ່ຽວກັບການນຳຂໍ້ມູນຂອງຜູ້ໃຊ້ບໍລິການຂອງ facebook ໄປໃຊ້ເພື່ອຈຸດປະສົງທາງການເມືອງ, ສ່ວນໃນດ້ານຂອງສະພາອັງກິດ ກໍ່ໄດ້ສົ່ງໜັງສືເຖິງທ່ານ ມາກ ຊັກເຄີເບີກເຊັ່ນກັນ ເພື່ອໃຫ້ມາຊີ້ແຈ້ງຕໍ່ຄະນະກຳມະການດິຈິຕ້ອນ, ວັດທະນະທຳ, ສື່ ແລະ ກີລາຂອງສະພາອັງກິດ.

ຂະນະດຽວກັນບໍລິສັດ ເຄມບຼິດ ອານາໄລຕິກາ ຍັງຢືນຢັນການປະຕິເສດຂອງຕົນຕໍ່ຂໍ້ກ່າວຫາທັງໝົດ ແຕ່ຄະນະບໍລິຫານໄດ້ມີມະຕິພັກວຽກທ່ານ ອະເລັກຊານເດີ ນິກ ຜູ້ບໍລິຫານຂອງບໍລິສັດໄວ້ກ່ອນ ຈົນກວ່າສະຖານະການຈະຜ່ອນຄາຍ.

ຈາກກໍລະນີດັ່ງກ່າວ ເຮັດໃຫ້ຮຸ້ນຂອງ facebook ປິດຕະຫຼາດຫຼຸດລົງ 6.8% ໃນຕະຫຼາດຮຸ້ນນິວຢອກ ເມື່ອວັນຈັນ (19 ມີນາ) ທີ່ຜ່ານມາ, ເຮັດໃຫ້ບໍລິສັດສູນເສຍມູນຄ່າຕະຫຼາດສູງເກືອບ 30,000 ລ້ານໂດລາສະຫະລັດ ຖືເປັນການປັບຕົວຫຼຸດລົງຫຼາຍທີ່ສຸດໃນມື້ດຽວໃນຮອບ 3 ປີ.


No comments

Powered by Blogger.