ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສະເໜີຫຼາຍບັນຫາໃນກອງປະຊຸມອາຊຽນ-ອົດສະຕຣາລີ - ອິດສະຫຼະ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສະເໜີຫຼາຍບັນຫາໃນກອງປະຊຸມອາຊຽນ-ອົດສະຕຣາລີ



ກະຊວງການຕ່າງປະເທດລາຍງານ ເມື່ອວັນທີ 18 ມີນາ 2018 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນ ສປປ.ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ພາຍໃຕ້ຄຳຂວັນ: “ສົ່ງເສີມຄວາມໝັ້ນຄົງ ແລະ ຄວາມສົມບູນພູນສຸກຂອງພາກພື້ນ”.

ໃນກອງປະຊຸມສຸດຍອດຄັ້ງນີ້ ບັນດາຜູ້ນຳອາຊຽນ ແລະ ອົດສະຕຣາລີໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືລະຫວ່າງອາຊຽນ ແລະ ອົດສະຕຣາລີ ຕະຫຼອດໄລຍະ 44 ປີຜ່ານມາ ກວມເອົາຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ເຊິ່ງມີຄວາມຄືບໜ້າເທື່ອລະກ້າວ ແລະ ຈົນສາມາດບັນລຸການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດໃນປີ 2014.


ສຳລັບທິດທາງການຮ່ວມມືອາຊຽນ-ອົດສະຕຣາລີ ໃນຕໍ່ໜ້າ ກອງປະຊຸມໄດ້ເຫັນດີສືບຕໍ່ຮັດແໜ້ນ ການເປັນຄູ່ຮ່ວມຍຸດທະສາດອາຊຽນ-ອົດສະຕຣາລີ ໂດຍສຸມໃສ່ເພີ່ມທະວີບການຮ່ວມມືໃນຂະແໜງທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ດ້ານການສຶກສາ,​ ການພັດທະນາຊັບພະຍາກອນມະນຸດ,​ ການຄ້າ ແລະ ການລົງທຶນ, ການຮ່ວມມືລະຫວ່າງພາກທຸລະກິດ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ,​ ການເຊື່ອມຈອພາກພື້ນ ໂດຍສະເພາະແມ່ນການພັດທະນາໂຄ່ງລ່າງພື້ນຖານທີ່ມີຄຸນນະພາບ ແລະ ຍືນຍົງ, ສົ່ງເສີມການໄປມາຫາສູ່ກັນລະຫວ່າງປະຊາຊົນອາຊຽນ ແລະ ອົດສະຕຣາລີ ແລະ ການຮ່ວມມືເພື່ອຮັບມືກັບບັນຫາອາດຊະຍາກຳຂ້າມຊາດ.


ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນບາງຈຸດສຳຄັນ ເປັນຕົ້ນແມ່ນ ການສົ່ງເສີມການສຶກສາ ກໍ່ຄືການພັດທະນາຊັບພະຍາກອນມະນຸດ ເຊິ່ງໃນນັ້ນໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອດ້ານການສຶກສາຂອງອົດສະຕຣາລີ ຕໍ່ບັນດາປະເທດສະມາຊິກອາຊຽນ ລວມທັງ ສປປ.ລາວ ໃນຮູບແບບທຶນການສຶກສາ ແລະ ເຝິກອົບຮົບໃນດ້ານຕ່າງໆ ລວມທັງແຜນການຮ່ວມມືດ້ານການສຶກສາເປັນຈຸດໜັກ.

ນອກນັ້ນ, ຍັງໄດ້ຊົມເຊີຍຕໍ່ຄວາມໝາຍໝັ້ນຂອງອົດສະຕຣາລີ ທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອາຊຽນ ເພື່ອຫຼຸດຜ່ອຍຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ ແລະ ສະເໜີໃຫ້ອົດສະຕຣາລີ ສືບຕໍ່ສຸມໃສ່ເພີ່ມທະວີການຮ່ວມມືກັນ ໃນຂະແໜງການທີ່ອົດສະຕຣາລີ ມີທ່າແຮງເຊັ່ນ: ດ້ານການເຊື່ອມຈອດ, ດ້ານກະສິກຳ ໂດຍສະເພາະການຖ່າຍທອດເຕັກໂນໂລຊີການຜະລິດໃນຂະແໜງກະສິກຳສະອາດ, ອຸດສາຫະກຳປຸງແຕ່ງກະສິກຳ ແລະ ສົ່ງເສີມການເຂົ້າເຖິງຕະຫຼາດພາກພື້ນ ແລະ ສາກົນ ຂອງຜະລິດຕະພັນກະສິກຳຈາກປະເທດສະມາຊິກອາຊຽນ ແລະ ອື່ນໆ.

ພ້ອມດຽວກັນນັ້ນ, ບັນດາຜູ້ນຳອາຊຽນ ແລະ ອົດສະຕຣາລີ ໄດ້ປຶກສາຫາລືກ່ຽວກັບການຮ່ວມມື ດ້ານເສດຖະກິດລະຫວ່າງອາຊຽນ ກັບ ອົດສະຕຣາລີ ແລະ ໄດ້ເຫັນດີເພີ່ມທະວີການຮ່ວມມືເພື່ອການເຊື່ອມໂຍງເສດຖະກິດພາກພື້ນ ໂດຍສະເພາະການສ້າງຂີດຄວາມສາມາດ ແລະ ການຈັດຕັ້ງປະຕິບັດມາດຕະການຫຼຸດຜ່ອນສິ່ງກີດຂວາງດ້ານການຄ້າ ພາຍໃຕ້ສັນຍາເຂດການຄ້າເສລີອາຊຽນ-ອົດສະຕຣາລີ-ນິວຊີແລນ ແລະ ການເລັ່ງລັດການເຈລະຈາສັນຍາການເປັນຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ.

ໃນໂອກາດດັ່ງກ່າວ, ບັນດາຜູ້ນຳອາຊຽນ ແລະ ອົດສະຕຣາລີໄດ້ຮັບຊາບ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດພາກທຸລະກິດອາຊຽນ-ອົດສະຕຣາລີ ໂດຍການເຂົ້າຮ່ວມຂອງບັນດາຫົວໜ່ວຍທຸລະກິດຂອງອາຊຽນ ແລະ ອົດສະຕຣາລີ.

ບັນດາຜູ້ນຳອາຊຽນ ແລະ ອົດສະຕຣາລີ ຍັງໄດ້ປຶກສາຫາລືກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ກອງປະຊຸມໄດ້ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມວ່າດ້ວຍການຕ້ານການກໍ່ການຮ້າຍ ໂດຍມີທ່ານ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ ແລະ ເຫັນວ່າບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືຕ້ານການກໍ່ການຮ້າຍລະຫວ່າງອາຊຽນ ແລະ ອົດສະຕຣາລີ ທີ່ໄດ້ລົງນາມຮັບຮອງເອົາໃນໂອກາດນີ້ ຈະເປັນພື້ນຖານອັນສຳຄັນໃຫ້ແກ່ການຮ່ວມມືໃນຂົງເຂດດັ່ງກ່າວໃນຕໍ່ໜ້າ.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ແລະ ອົດສະຕຣາລີ ໄດ້ເຫັນດີຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ສະໄໝພິເສດ ຫຼື ຖະແຫຼງການຊິດນີ ເພື່ອເປັນທິດເຍືອງທາງໃນການເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ອົດສະຕຣາລີ ໃນຊຸມປີຕໍ່ໜ້າ.




No comments

Powered by Blogger.