ລາວເປັນປະເທດທີ່ໃຊ້ເງິນບາດຫຼາຍທີ່ສຸດຖັດຈາກປະເທດເຈົ້າຂອງໃນການຄ້າຂາຍຊາຍແດນ - ອິດສະຫຼະ

ລາວເປັນປະເທດທີ່ໃຊ້ເງິນບາດຫຼາຍທີ່ສຸດຖັດຈາກປະເທດເຈົ້າຂອງໃນການຄ້າຂາຍຊາຍແດນ



ຈາກການລາຍງານຂອງທະນາຄານແຫ່ງປະເທດໄທ ໃຫ້ຮູ້ເຖິງທິດທາງການຊື້-ຂາຍລະຫວ່າງປະເທດໃນພູມມິພາກອາຊຽນ ປະຈຳໄຕມາດ 3 ປີ 2016 ພົບວ່າເງິນໂດລາສະຫະລັດຍັງເປັນເງິນສະກຸນຫຼັກຂອງການຄ້າຂາຍໃນພູມມິພາກນີ້ ໂດຍມີອັດຕາສ່ວນການຊຳລະຄ່າສິນຄ້າ ແລະ ບໍລິການດ້ວຍເງິນໂດລາສະຫະລັດສູງເຖິງ 83% ຂອງວົງເງິນຊຳລະຄ່າສິນຄ້າ ແລະ ບໍລິການໃນອາຊຽນ ຂະນະທີ່ເງິນບາດຂອງປະເທດໄທຖືເປັນສະກຸນເງິນອັນດັບ 2 ທີ່ມີການໃຊ້ໃນການຊຳລະຄ່າສິນຄ້າ ແລະ ບໍລິການໂດຍກົງໃນອາຊຽນ ໂດຍມີອັດຕາສ່ວນການໃຊ້ຊຳລະຄ່າສິນຄ້າ ແລະ ບໍລິການ 12.5% ຂອງວົງເງິນລວມ

ຂະນະທີ່ສະກຸນເງິນທີ່ມີການໃຊ້ຊຳລະຄ່າສິນຄ້າ ແລະ ບໍລິການເປັນອັນດັບ 3 ມີ 2 ສະກຸນເງິນທີ່ເທົ່າກັນຄື: ເງິນເຢນຂອງຍີ່ປຸ່ນ ແລະ ເງິນໂດລາສິງກະໂປ ມີອັດຕາສ່ວນເທົ່າກັນຄື 1.4% ໂດຍເປັນທີ່ໜ້າສັງເກດວ່າການໃຊ້ເງິນບາດໃນການຊຳລະຄ່າສິນຄ້າ ແລະ ບໍລິການໂດຍກົງລະຫວ່າງອາຊຽນເພີ່ມຂຶ້ນຊັດເຈນຕັ້ງແຕ່ຕົ້ນປີ 2016 ທີ່ຜ່ານມາ ເນື່ອງຈາກທຸກປະເທດໃນອາຊຽນມີນະໂຍບາຍທີ່ຫຼຸດຄວາມສ່ຽງຈາກການປ່ຽນແປງຂອງອັດຕາແລກປ່ຽນຄ່າເງິນສະກຸນຫຼັກ ແລະ ຫັນມາໃຊ້ສະກຸນເງິນຫຼັກໃນອາຊຽນໃນການຊື້ຂາຍຫຼາຍຂຶ້ນ ທັງນີ້ປະເທດທີ່ໃຊ້ເງິນບາດໃນການຊຳລະຄ່າສິນຄ້າ ແລະ ບໍລິການຫຼາຍທີ່ສຸດຄື ປະເທດລາວ ໃນອັດຕາສ່ວນ 44.5% ຂອງວົງເງິນການຊຳລະສິນຄ້າ ແລະ ບໍລິການລວມ ຮອງລົງມາແມ່ນປະເທດຫວຽດນາມ, ກຳປູເຈຍ ແລະ ມຽນມາຕາມລຳດັບ.

ຈາກ: ไทยรัฐออนไลน์

No comments

Powered by Blogger.