ລາຍຊື່ເຂື່ອນໄຟຟ້າ ແລະ ໂຮງງານຜະລິດໄຟຟ້າທັງໝົດໃນ ສປປ.ລາວ ທີ່ຜະລິດໄຟຟ້າໄດ້ແລ້ວ - ອິດສະຫຼະ

ລາຍຊື່ເຂື່ອນໄຟຟ້າ ແລະ ໂຮງງານຜະລິດໄຟຟ້າທັງໝົດໃນ ສປປ.ລາວ ທີ່ຜະລິດໄຟຟ້າໄດ້ແລ້ວ



ອີງຕາມການລາຍງານຂອງກະຊວງພະລັງງານ ແລະ ບໍ່ແຮ່ ສະຖິຕິໄຟຟ້າ ຂອງ ສປປ.ລາວ ປະຈຳປີ 2015 ປະເທດລາວມີແຫຼ່ງຜະລິດໄຟຟ້າທີ່ຜະລິດອອກມາໃຊ້ແລ້ວປະກອບດ້ວຍ: ໄຟຟ້ານ້ຳຕົກ, ພະລັງງານຄວາມຮ້ອນ, ໂຮງໄຟຟ້າຈາກຊີວະມວນ (ຂີ້ອ້ອຍ) ແລະ ລະບົບໄຟຟ້າແສງຕາເວັນ ເຊິ່ງໄຟຟ້ານ້ຳຕົກ ກວມເອົາ 66.99% ເທົ່າກັບ 3,894,000 ກິໂລວັດ, ພະລັງງານຄວາມຮ້ອນ ກວມເອົາ 32.31% ເທົ່າກັບ 1,878,000 ກິໂລວັດ, ໂຮງໄຟຟ້າຊີວະມວນ (ຂີ້ອ້ອຍ) ກວມເອອົາ 0.68% ເທົ່າກັບ 39,700 ກິໂລວັດ ແລະ ລະບົບໄຟຟ້າແສງຕາເວັນ ກວມເອົາ 0.01% ເທົ່າກັບ 812 ກິໂລວັດ.

ສຳລັບສ່ວນແບ່ງທາງດ້ານແຫຼ່ງຜະລິດໄຟຟ້າຄິດໄລ່ເປັນກຳລັງຕິດຕັ້ງ, ລັດວິສາຫະກິດໄຟຟ້າລາວ ກວມເອົາ 10.72% ເທົ່າກັບ 623,390 ກິໂລວັດ, ພວກສ່ວນເອກະຊົນກວມເອົາ 89.28% ເທົ່າກັບ 5,183,273 ກິໂລວັດ ດັ່ງລາຍລະອຽດແຕ່ລະແຫຼ່ງຜະລິດໄຟຟ້າລຸ່ມນີ້

1. ເຂື່ອນນ້ຳກໍ ແຂວງອຸດົມໄຊ ກຳລັງຕິດຕັ້ງໄຟຟ້າ 1,500 KW ເລີ່ມຜະລິດປີ 1996 ພວກສ່ວນຄຸ້ມຄອງ ລັດວິສາຫະກິດໄຟຟ້າລາວ

2. ເຂື່ອນນ້ຳບຸນ 1 ແຂວງຜົ້ງສາລີ ກຳລັງຕິດຕັ້ງໄຟຟ້າ 110 KW ເລີ່ມຜະລິດປີ 1996 ພວກສ່ວນຄຸ້ມຄອງ ລັດວິສາຫະກິດໄຟຟ້າລາວ

3. ເຂື່ອນນ້ຳມອງ ແຂວງຫຼວງພະບາງ ກຳລັງຕິດຕັ້ງໄຟຟ້າ 80 KW ເລີ່ມຜະລິດປີ 1996 ພວກສ່ວນຄຸ້ມຄອງ ລັດວິສາຫະກິດໄຟຟ້າລາວ

4. ເຂື່ອນນຳດົງ ແຂວງຫຼວງພະບາງ ກຳລັງຕິດຕັ້ງໄຟຟ້າ 1,000 KW ເລີ່ມຜະລິດປີ 1970 ພວກສ່ວນຄຸ້ມຄອງ ລັດວິສາຫະກິດໄຟຟ້າລາວ

5. ເຂື່ອນນ້ຳງາຍ ແຂວງຜົ້ງສາລີ ກຳລັງຕິດຕັ້ງໄຟຟ້າ 1,200 KW ເລີ່ມຜະລິດປີ 2001 ພວກສ່ວນຄຸ້ມຄອງ ລັດວິສາຫະກິດໄຟຟ້າລາວ

6. ເຂື່ອນນ້ຳຍອນ ແຂວງບໍ່ແກ້ວ ກຳລັງຕິດຕັ້ງໄຟຟ້າ 3,000 KW ເລີ່ມຜະລິດປີ 2011 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້ານ້ຳຍອນ

7. ເຂື່ອນນ້ຳທາ 3 ແຂວງຫຼວງນ້ຳທາ ກຳລັງຕິດຕັ້ງໄຟຟ້າ 1,250 KW ເລີ່ມຜະລິດປີ 2011 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້ານ້ຳທາ 3

8. ເຂື່ອນຫ້ວຍງູ ແຂວງໄຊຍະບູລີ ກຳລັງຕິດຕັ້ງໄຟຟ້າ 7.5 KW ເລີ່ມຜະລິດປີ 2011 ພວກສ່ວນຄຸ້ມຄອງ ພ.ບ ແຂວງໄຊຍະບູລີ

9. ເຂື່ອນນ້ຳແສະ ແຂວງອຸດົມໄຊ ກຳລັງຕິດຕັ້ງໄຟຟ້າ 80 KW ເລີ່ມຜະລິດປີ 2012 ພວກສ່ວນຄຸ້ມຄອງ ລັດວິສາຫະກິດໄຟຟ້າລາວ

10. ເຂື່ອນນ້ຳລອງ ແຂວງຫຼວງນ້ຳທາ ກຳລັງຕິດຕັ້ງໄຟຟ້າ 5,500 KW ເລີ່ມຜະລິດປີ 2013 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້ານ້ຳລອງ

11. ໂຮງງານຜະລິດໄຟຟ້າຫົງຫາລິກໄນ ແຂວງໄຊຍະບູລີ ກຳລັງຕິດຕັ້ງໄຟຟ້າ 1,878,000 KW ເລີ່ມຜະລິດປີ 2015 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້າຫົງສາລິກໄນ

12. ເຂື່ອນນ້ຳອູ 2 ແຂວງຫຼວງພະບາງ ກຳລັງຕິດຕັ້ງໄຟຟ້າ 120,000 KW ເລີ່ມຜະລິດປີ 2015 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້ານ້ຳອູ 2

13.​ ນ້ຳຄານ 2 ແຂວງຫຼວງພະບາງ ກຳລັງຕິດຕັ້ງໄຟຟ້າ 130,000 KW ເລີ່ມຜະລິດປີ 2015 ພວກສ່ວນຄຸ້ມຄອງ ລັດວິສາຫະກິດໄຟຟ້າລາວ

14. ເຂື່ອນນ້ຳແບ່ງ ແຂວງອຸດົມໄຊ ກຳລັງຕິດຕັ້ງໄຟຟ້າ 36,000 KW ເລີ່ມຜະລິດປີ 2015 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້ານ້ຳແບ່ງ

15. ເຂື່ອນນ້ຳງື່ມ 1 ແຂວງວຽງຈັນ ກຳລັງຕິດຕັ້ງໄຟຟ້າ 155,000 KW ເລີ່ມຜະລິດປີ 1971 ພວກສ່ວນຄຸ້ມຄອງ ບໍລິສັດຜະລິດໄຟຟ້າລາວມະຫາຊົນ

16. ເຂື່ອນນ້ຳສານ ແຂວງຫົວພັນ ກຳລັງຕິດຕັ້ງໄຟຟ້າ 110 KW ເລີ່ມຜະລິດປີ 1995 ພວກສ່ວນຄຸ້ມຄອງ ລັດວິສາຫະກິດໄຟຟ້າລາວ

17. ເຂື່ອນນ້ຳແອັດ ແຂວງຫົວພັນ ກຳລັງຕິດຕັ້ງໄຟຟ້າ 60 KW ເລີ່ມຜະລິດປີ 1995 ພວກສ່ວນຄຸ້ມຄອງ ລັດວິສາຫະກິດໄຟຟ້າລາວ

18. ເຂື່ອນນ້ຳສາດ ແຂວງຫົວພັນ ກຳລັງຕິດຕັ້ງໄຟຟ້າ 250 KW ເລີ່ມຜະລິດປີ 1999 ພວກສ່ວນຄຸ້ມຄອງ ລັດວິສາຫະກິດໄຟຟ້າລາວ

19. ເຂື່ອນນ້ຳເລິກ ແຂວງໄຊສົມບູນ ກຳລັງຕິດຕັ້ງໄຟຟ້າ 60,000 KW ເລີ່ມຜະລິດປີ 2000 ພວກສ່ວນຄຸ້ມຄອງ ບໍລິສັດຜະລິດໄຟຟ້ລາວມະຫາຊົນ

20. ເຂື່ອນນ້ຳມັງ 3 ແຂວງວຽງຈັນ ກຳລັງຕິດຕັ້ງໄຟຟ້າ 40,000 KW ເລີ່ມຜະລິດປີ 2005 ພວກສ່ວນຄຸ້ມຄອງ ບໍລິສັດຜະລິດໄຟຟ້າລາວມະຫາຊົນ

21. ເຂື່ອນນ້ຳລິກ 1/2 ແຂວງວຽງຈັນ ກຳລັງຕິດຕັ້ງໄຟຟ້າ 100,000 KW ເລີ່ມຜະລິດປີ 2010 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້ານ້ຳລິກ 1/2

22. ເຂື່ອນນ້ຳງື່ມ 2 ແຂວງໄຊສົມບູນ ກຳລັງຕິດຕັ້ງໄຟຟ້າ 615,000 KW ເລີ່ມຜະລິດປີ 2012 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້ານ້ຳງື່ມ 2

23. ເຂື່ອນນ້ຳຊອງ ແຂວງວຽງຈັນ ກຳລັງຕິດຕັ້ງໄຟຟ້າ 6,000 KW ເລີ່ມຜະລິດປີ 2012 ພວກສ່ວນຄຸ້ມຄອງ ລັດວິສາຫະກິດໄຟຟ້າລາວ

24. ເຂື່ອນນ້ຳງື່ມ 5 ແຂວງຊຽງຂວາງ/ຫຼວງພະບາງ ກຳລັງຕິດຕັ້ງໄຟຟ້າ 120,000 KW ເລີ່ມຜະລິດປີ 2012 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້ານ້ຳງື່ມ 5

25. ເຂື່ອນນ້ຳກະ 1,2 ແຂວງຊຽງຂວາງ ກຳລັງຕິດຕັ້ງໄຟຟ້າ 80 KW ເລີ່ມຜະລິດປີ 2013 ພວກສ່ວນຄຸ້ມຄອງ ບໍລິສັດຊັນລະບົບ

26. ເຂື່ອນນ້ຳງຽບ 3 A ແຂວງຊຽງຂວາງ ກຳລັງຕິດຕັ້ງໄຟຟ້າ 44,000 KW ເລີ່ມຜະລິດປີ 2014 ພວກສ່ວນຄຸ້ມຄອງ ບໍລິສັດພົງຊັບທະວີກໍ່ສ້າງ-ຂົວທາງ ຈຳກັດ

27. ເຂື່ອນຕາດລ່າງ (ນ້ຳແສນ) ແຂວງຊຽງຂວາງ ກຳລັງຕິດຕັ້ງໄຟຟ້າ 5,000 KW ເລີ່ມຜະລິດປີ 2014 ພວກສ່ວນຄຸ້ມຄອງ ບໍລິສັດບໍ່ທອງອິນເຕີ ຈຳກັດ

28. ເຂື່ອນນ້ຳງຽບ 2 ແຂວງຊຽງຂວາງ ກຳລັງຕິດຕັ້ງໄຟຟ້າ 180,000 KW ເລີ່ມຜະລິດປີ 2015 ພວກສ່ວນຄຸ້ມຄອງບໍລິສັດໄຟຟ້ານ້ຳງຽບ 2

29. ເຂື່ອນນ້ຳສະນາ ແຂວງວຽງຈັນ ກຳລັງຕິດຕັ້ງໄຟຟ້າ 14,000 KW ເລີ່ມຜະລິດປີ 2015 ພວກສ່ວນຄຸ້ມຄອງ ລັດວິສາຫະກິດໄຟຟ້າລາວ

30. ເຂື່ອນນ້ຳຊັນ 3B ແຂວງໄຊສົມບູນ ກຳລັງຕິດຕັ້ງໄຟຟ້າ 45,000 KW ເລີ່ມຜະລິດປີ 2015 ພວກສ່ວນຄຸ້ມຄອງ ບໍລິສັດພົງຊັບທະວີກໍ່ສ້າງ-ຂົວທາງ ຈຳກັດ

31. ເຂື່ອນເທີນຫິນບູນ ແຂວງຄຳມ່ວນ ກຳລັງຕິດຕັ້ງໄຟຟ້າ 220,000 KW ເລີ່ມຜະລິດປີ 1998 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້າເທີນຫິນບູນ

32. ເຂື່ອນນ້ຳເທີນ 2 ແຂວງຄຳມ່ວນ ກຳລັງຕິດຕັ້ງໄຟຟ້າ 1,075,000 KW ເລີ່ມຜະລິດປີ 2010 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້ານ້ຳເທີນ 2

33. ເຂື່ອນນ້ຳພາວ ແຂວງບໍລິຄຳໄຊ ກຳລັງຕິດຕັ້ງໄຟຟ້າ 1,700 KW ເລີ່ມຜະລິດປີ 2011 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້ານ້ຳພາວ

34. ເຂື່ອນນ້ຳຍວງ 8 ແຂວງບໍລິຄຳໄຊ ກຳລັງຕິດຕັ້ງໄຟຟ້າ 60,000 KW ເລີ່ມຜະລິດປີ 2012 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້ານ້ຳຍວງ 8

35. ເຂື່ອນຕາດສະແລນ ແຂວງສະຫວັນນະເຂດ ກຳລັງຕິດຕັ້ງໄຟຟ້າ 32,000 KW ເລີ່ມຜະລິດປີ 2012 ພວກສ່ວນຄຸ້ມຄອງ ບໍລິສັດຕາດສະແລນ

36. ເຂື່ອນເທີນຫິນບູນ-ພາກຂະຫຍາຍ ແຂວງບໍລິຄຳໄຊ ກຳລັງຕິດຕັ້ງໄຟຟ້າ 220,000 KW ເລີ່ມຜະລິດປີ 2012 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້ານ້ຳເທີນ 2

37. ໂຮງງານໄຟຟ້າຂີ້ອ້ອຍມິດລາວ ແຂວງສະຫວັນນະເຂດ ກຳລັງຕິດຕັ້ງໄຟຟ້າ 9,700 KW ເລີ່ມຜະລິດປີ 2012 ພວກສ່ວນຄຸ້ມຄອງ ໂຮງງານຂີ້ອ້ອຍມິດລາວ

38. ເຂື່ອນເຊລະບຳ ແຂວງຈຳປາສັກ ກຳລັງຕິດຕັ້ງໄຟຟ້າ 5,000 KW ເລີ່ມຜະລິດປີ 1969 ພວກສ່ວນຄຸ້ມຄອງ ບໍລິສັດຜະລິດໄຟຟ້າລາວມະຫາຊົນ

39. ເຂື່ອນເຊເສັດ 1 ແຂວງສາລະວັນ ກຳລັງຕິດຕັ້ງໄຟຟ້າ 45,000 KW ເລີ່ມຜະລິດປີ 1991 ພວກສ່ວນຄຸ້ມຄອງ ບໍລິສັດຜະລິດໄຟຟ້າລາວມະຫາຊົນ

40. ເຂື່ອນຫ້ວຍເຫາະ ແຂວງອັດຕະປື ກຳລັງຕິດຕັ້ງໄຟຟ້າ 152,100 KW ເລີ່ມຜະລິດປີ 1999 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້າຫ້ວນເຫາະ

41. ເຂື່ອນເຊເສັດ 2 ແຂວງສາລະວັນ ກຳລັງຕິດຕັ້ງໄຟຟ້າ 76,000 KW ເລີ່ມຜະລິດປີ 2009 ພວກສ່ວນຄຸ້ມຄອງ ບໍລິສັດຜະລິດໄຟຟ້າລາວມະຫາຊົນ

42. ເຂື່ອນຫ້ວຍສະໝອງ ແຂວງອັດຕະປີ ກຳລັງຕິດຕັ້ງໄຟຟ້າ 113 KW ເລີ່ມຜະລິດປີ 2003 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້າຫ້ວຍສະໝອງ

43. ເຂື່ອນເຊຂະໝານ 3 ແຂວງເຊກອງ ກຳລັງຕິດຕັ້ງໄຟຟ້າ 250,000 KW ເລີ່ມຜະລິດປີ 2013 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້າເຊຂະໝານ 3

44. ໂຮງໄຟຟ້າຂີ້ອ້ອຍຫວງແອງ ແຂວງອັດຕະປີ ກຳລັງຕິດຕັ້ງໄຟຟ້າ 30,000 KW ເລີ່ມຜະລິດປີ 2013 ພວກສ່ວນຄຸ້ມຄອງ ໂຮງໄຟຟ້າຂີ້ອ້ອຍຫວງແອງ

45. ເຂື່ອນເຊນ້ຳນ້ອຍ 1 ແຂວງອັດຕະປື ກຳລັງຕິດຕັ້ງໄຟຟ້າ 14,800ມKW ເລີ່ມຜະລິດປີ 2014 ພວກສ່ວນຄຸ້ມຄອງ ບໍລິສັດໄຟຟ້ານ້ຳນ້ອຍ 1

46. ພະລັງງານແສງຕາເວັນ ກຳລັງຕິດຕັ້ງໄຟຟ້າ 432 KW ເລີ່ມຜະລິດປີ 2014 ພວກສ່ວນຄຸ້ມຄອງ ສະຖາບັນສົ່ງເສີມພະລັງງານທົດແທນ IREP

47. ເຂື່ອນຫ້ວນລຳພັນໃຫຍ່ ແຂວງເຊກອງ ກຳລັງຕິດຕັ້ງໄຟຟ້າ 88,000 KW ເລີ່ມຜະລິດປີ 2015 ພວກສ່ວນຄຸ້ມຄອງ ລັດວິສາຫະກິດໄຟຟ້າລາວ

No comments

Powered by Blogger.