ການເຂົ້າມາຂອງທະຫານອາເມຣິກາ ໃນເມືອງມາຣາວີ ຜູ້ນຳຟິລິບປິນກ່າວບໍ່ໄດ້ຂໍໃຫ້ມາຊ່ວຍ - ອິດສະຫຼະ

ການເຂົ້າມາຂອງທະຫານອາເມຣິກາ ໃນເມືອງມາຣາວີ ຜູ້ນຳຟິລິບປິນກ່າວບໍ່ໄດ້ຂໍໃຫ້ມາຊ່ວຍ



ສຳນັກຂ່າວຕ່າງປະເທດລາຍງານ 12 ມິຖຸນາ 2017 ວ່າ: ທ່ານ ໂຣດຼິໂກ ດູເຕເຕ ກ່າວພາຍຫຼັງພານໄປຢ້ຽມຢາມເມືອງຄາກາຢັນ  ເດີ ໂອໂຣ ທາງທິດເໜືອຂອງເກາະມິນດາເນົາ ເພື່ອຢ້ຽມຢາມ ແລະ ໃຫ້ກຳລັງໃນທະຫານທີ່ໄດ້ຮັບບາດເຈັບຈາກການສູ້ຮົບໃນເມືອງມາຣາວີ ທີ່ປິ່ນປົວຢູ່ໂຮງໝໍປະຈຳເມືອງ ເມື່ອວັນອາທິດທີ່ຜ່ານມາວ່າ ທ່ານບໍ່ເຄີຍຂໍຄວາມຊ່ວຍເຫຼືອທາງທະຫານຈາກສະຫະລັດອາເມຣິກາ ສຳລັບການປະຕິບັດການທາງການທະຫານໃນເມືອງມາຣາວີ ແລະ ບໍ່ເຄີຍຮູ້ວ່າລັດຖະບານສະຫະລັດອາເມຣິກາໄດ້ກຽມການເຄື່ອນໄຫວໃນເລື່ອງນີ້ມາກ່ອນ ຈົນເມື່ອໄດ້ພົບເຫັນວ່າມີໜ່ວຍຮົບພິເສດຂອງສະຫະລັດອາເມຣິກາ ພ້ອມອາວຸດຍຸດໂທປະກອນຈຳນວນໜຶ່ງເດີນທາງເຂົ້າມາໃນເຂດເມືອງມາຣາວີ ເມື່ອວັນສຸກອາທິດທີ່ຜ່ານມາ ໂດຍໃຫ້ເຫດຜົນວ່າເປັນການ "ມອບຄວາມຊ່ວຍເຫຼືອທາງເຕັກນິກ"


ເຊິ່ງມີຫຼາຍຝ່າຍວິເຄາະກັນວ່າ ການເຂົ້າມາມີສ່ວນຮ່ວມທາງທະຫານຂອງສະຫະລັດໃນເມືອງມາຣາວີ ອາດມາຈາກການຕິດຕໍ່ຂອງທະຫານບາງກຸ່ມທີ່ມີແນວຄິດນິຍົມສະຫະລັດອາເມຣິກາ ເຊິ່ງທ່ານ ດູເຕເຕ ບໍ່ປະຕິເສດວ່າຍັງມີທະຫານຈຳນວນຫຼາຍທີ່ມີຈຸດຢືນແບບນັ້ນ ເຖິງຢ່າງໃດກໍ່ຕາມ ຜູ້ນຳຟິລິບປິນຢືນຢັນວ່າທ່ານເປັນ "ຜູ້ມີອຳນາດສູງສຸດ" ໃນການບັນຊາການທາງທະຫານ ພາຍຫຼັງທີ່ໄດ້ປະກາດບັງຄັບໃຊ້ກົດໄອຍະການເສິກໃນເບື້ອງຕົ້ນເປັນເວລາ 60 ວັນ ຄວບຄຸມທົ່ວທຸກເຂດໃນເກາະມິນດາເນົາ ເຊິ່ງມີເນື້ອທີ່ທຽບເທົ່າກັບປະເທດເກົາຫຼີໃຕ້ ມາຕັ້ງແຕ່ວັນທີ 23 ພຶດສະພາ 2017 ເປັນຕົ້ນມາ ເພື່ອຫວັງເພີ່ມປະສິດທິພາບ ແລະ ຄວາມສະດວກໃຫ້ແກ່ກະຊວງປ້ອງກັນປະເທດ ແລະ ກອງທັບ ໃນການຂັບໄລ່ກຸ່ມຕິດອາວຸດເມົາເຕເຊິ່ງເປັນແນວຮ່ວມຂອງກຸ່ມ IS ອອກຈາກພື້ນທີ່ ໂດຍການສູ້ຮົບສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 200 ຄົນແລ້ວ ສ່ວນໃຫຍ່ເປັນຄົນຮ້າຍ ສ່ວນເຈົ້າໜ້າທີ່ເສຍຊີວິດຢ່າງໜ້ອຍ 58 ຄົນ ແລະ ປະຊາຊົນອີກເກືອບ 40 ຄົນ.




No comments

Powered by Blogger.