ດຸນການຄ້າກັບຕ່າງປະເທດ, ມູນຄ່າການສົ່ງອອກ ແລະ ນຳເຂົ້າ ຂອງ ສປປ.ລາວ ໃນໄລຍະ 5 ປີ ຂອງແຜ່ນເສດຖະກິດຜ່ານມາ - ອິດສະຫຼະ

ດຸນການຄ້າກັບຕ່າງປະເທດ, ມູນຄ່າການສົ່ງອອກ ແລະ ນຳເຂົ້າ ຂອງ ສປປ.ລາວ ໃນໄລຍະ 5 ປີ ຂອງແຜ່ນເສດຖະກິດຜ່ານມາ



ອີງຕາມການລາຍງານຂອງກະຊວງແຜນການ ແລະ ການລົງທຶນ ແລະ ທະນາຄານແຫ່ງ ສປປ.ລາວ ໃນໄລຍະ 5 ຜ່ານມານັບແຕ່ປີ 2011 ເຖິງ 2015 ສປປ.ລາວ ມີຖ້າອ່ຽງມູນຄ່າການສົ່ງອອກທີ່ເພີ່ມຂຶ້ນ ແຕ່ມູນຄ່າການນຳເຂົ້າກໍ່ເພີ່ມຂຶ້ນເຊັ່ນດຽວກັນໃນລະດັບທີ່ເກີນມູນຄ່າການສົ່ງອອກເຮັດໃຫ້ ສປປ.ລາວ ຂາດດຸນການຄ້າຕະຫຼອດມາໃນໄລຍະດັ່ງກ່າວ.

ສິນຄ້າສົ່ງອອກຕົ້ນຕໍຄື: ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ກວມ 47.4%, ອຸດສາຫະກຳຕັດຫຍິບ ແລະ ອຸດສາຫະກຳປຸງແຕ່ງ (ຢາສູບ, ນ້ຳຕານ, ແປ້ງມັນຕົ້ນ, ກາເຟສຳເລັດຮູບ...) ກວມເອົາ 24.2%, ພະລັງງານໄຟຟ້າ 14.8%, ສິນຄ້າກະສິກຳ (ສາລີ, ກາເຟ, ໝາກກ້ວຍ, ມັນຕົ້ນ, ເຂົ້າ...) ກວມ 8.2%, ໄມ້ ແລະ ຜະລິດຕະພັນໄມ້ ກວມ 3.8% ແລະ ອື່ນໆ ກວມປະມານ 1.6% ໂຄງປະກອບຕະຫຼາດສົ່ງອອກສິນຄ້າຂອງ ສປປ.ລາວ ໄດ້ແກ່ຕະຫຼາດ ໄທ ກວມ 46.1%, ຈີນ ກວມ 13.8%, ອົດສະຕາລີ ກວມ 13.3%, ຫວຽດນາມ ກວມ 12.0%, ໂຮນລັງ ກວມ 2.2%, ເຢຍລະມັນ ກວມ 2%, ຍີ່ປຸ່ນ ກວມ 1.7% ແລະ ອື່ນໆກວມເອົາ 8.9%.

ສິນຄ້ານຳເຂົ້າຕົ້ນຕໍ່ຄື: ອຸປະກອບເຄື່ອງກໍ່ເຄື່ອງ 19.7%, ພາຫະນະ ແລະ ຊິ້ນສ່ວນອາໄຫຼ່ ກວມ 17.5%, ນ້ຳມັນເຊື້ອໄຟ ແລະ ອາຍແກັດ 16.6%, ສິນຄ້າຮັບໃຊ້ການຜະລິດອຸດສາຫະກຳ 12.4%, ອຸປະກອບເຄື່ອງຮັບໃຊ້ໄຟຟ້າ 11.2%, ເຄື່ອງໃຊ້ສອຍປະຈຳວັນ ກວມ 5.8% ແລະ ອື່ນໆ ກວມ 22.6% ຂອງສິນຄ້ານຳເຂົ້າທັງໝົດ ໂຄງປະກອບຕະຫຼາດນຳເຂົ້າສິນຄ້າຕົ້ນຕໍ່ປະກອບມີ ໄທ ກວມ 60.2%, ຈີນ ກວມ 16.8%, ຫວຽດນາມ 10.8%, ຍີ່ປຸ່ນ 2.6%, ສ.ເກົາຫຼີ (ເກົາຫຼີໃຕ້) 1.9% ແລະ ອື່ນໆ ກວມເອົາ 7.7%.

ຕົວເລກມູນຄ່າການສົ່ງອອກ, ນຳເຂົ້າ ແລະ ດຸນການຄ້າແຕ່ປີ 2011-2015 :

ປີ 2011 ມູນຄ່າການສົ່ງອອກ 2,189.55 ລ້ານໂດລາສະຫະລັດ ມູນຄ່າການນຳເຂົ້າ 2,404.19 ລ້ານໂດລາສະຫະລັດ ດຸນການຄ້າ -214.64 ລ້ານໂດລາສະຫະລັດ

ປີ 2012 ມູນຄ່າການສົ່ງອອກ 2,270.67 ລ້ານໂດລາສະຫະລັດ ມູນຄ່າການນຳເຂົ້າ 3,055.12 ລ້ານໂດລາສະຫະລັດ ດຸນການຄ້າ -784.45 ລ້ານໂດລາສະຫະລັດ

ປີ 2013 ​ມູນຄ່າການສົ່ງອອກ 2,263.94 ລ້ານໂດລາສະຫະລັດ ມູນຄ່າການນຳເຂົ້າ 3,080.94 ລ້ານໂດລາສະຫະລັດ ດຸນການຄ້າ -817.00 ລ້ານໂດລາສະຫະລັດ

ປີ 2014 ມູນຄ່າການສົ່ງອອກ 2,662.02 ລ້ານໂດລາສະຫະລັດ ມູນຄ່າການນຳເຂົ້າ 4,271.23 ລ້ານໂດລາສະຫະລັດ ດຸນການຄ້າ -1,609.21 ລ້ານໂດລາສະຫະລັດ

ປີ 2015 ມູນຄ່າການສົ່ງອອກ 2,769.00 ລ້ານໂດລາສະຫະລັດ ມູນຄ່າການນຳເຂົ້າ 5,232.80 ລ້ານໂດລາສະຫະລັດ ດຸນການຄ້າ -2,463.80 ລ້ານໂດລາສະຫະລັດ (ຕົວເລກເບື້ອງຕົ້ນ)

ການຂາດດຸນດັ່ງກ່າວນີ້ ແມ່ນການນຳເຂົ້າເພີ່ມຂຶ້ນເພື່ອຮັບໃຊ້ແກ່ການລົງທຶນພາຍໃນ ແລະ ຕ່າງປະເທດທີ່ກວມເອົາອັດຕາສູງ ແລະ ນຳເຂົ້ານຳມັນເຊື້ອໄຟ, ພາຫະນະຮັບໃຊ້, ອຸປະກອບຮັບໃຊ້ການຜະລິດກະສິກຳ ແລະ ອື່ນໆ; ພ້ອມດຽວກັນນັ້ນ, ຄວາມຕ້ອງການສິນຄ້າສຳລັບຊົມໃຊ້ ແລະ ບໍລິໂພກພາຍໃນ ກໍ່ເພີ່ມຂຶ້ນຕາມຈັງຫວະການຂະຫຍາຍຕົວຂອງເສດຖະກິດໃນເງື່ອນໄຂເສດຖະກິດຕະຫຼາດ ແລະ ການເຊື່ອມໂຍງເສດຖະກິດການຄ້າລະດັບພາກພື້ນ.


No comments

Powered by Blogger.