ຕົວເລກປະລິມານແຮ່ທາດສຳຄັນ ທີ່ຖືກຂຸດຄົ້ນຢູ່ໃນ ສປປ.ລາວ ໃນຊຸມປີແຜນເສດຖະກິດທີ່ຜ່ານມາ - ອິດສະຫຼະ

ຕົວເລກປະລິມານແຮ່ທາດສຳຄັນ ທີ່ຖືກຂຸດຄົ້ນຢູ່ໃນ ສປປ.ລາວ ໃນຊຸມປີແຜນເສດຖະກິດທີ່ຜ່ານມາ



ອີງຕາມການລາຍງານຂອງກະຊວງແຜນການ ແລະ ການລົງທຶນ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ່ VIII ທີ່ໄດ້ສະຫຼຸບຜົນການເຄື່ອນໄຫວຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ່ VII ແຕ່ປີ 2011-2015 ໃນດ້ານບໍ່ແຮ່ ມີລວມຍອດມູນຄ່າການຜະລິດ 66,746.83 ຕື້ກີບ ຂະຫຍາຍຕົວສະເລ່ຍ 6.97%/ປີ; ທຽບໃສ່ແຜນ 5 ປີຄັ້ງທີ VI (2006-2010) ເພີ່ມຂຶ້ນ 184.18%. ໃນນັ້ນສາມາດຜະລິດ:

- ທອງແຜ່ນ 427,329 ໂຕນ
- ແຮ່ຄຳປະສົມເງິນ 85.94 ໂຕນ
- ຖ່ານຫິນລິກໄນ 1.60 ລ້ານໂຕນ
- ຖ່ານຫິນແອນຕຼາໄຊ 876,704 ໂຕນ
- ຝຸ່ນທອງ 1.53 ລ້ານໂຕນ
- ຫິນກາວ 3.93 ລ້ານໂຕນ ແລະ ແຮ່ທາດອື່ນໆກໍ່ມີຈັງຫວະການຂະຫຍາຍຕົວທີ່ເພີ່ມຂຶ້ນ.

ລວມມູນຄ່າການສົ່ງອອກຜະລິດຕະພັນແຮ່ທາດໄດ້ຫຼາຍກວ່າ 8 ຕື້ໂດລາສະຫະລັດ ກວມເອົາ 60% ຂອງມູນຄ່າການສົ່ງອອກລວມຂອງປະເທດ.

ມີບັນດາບໍລິສັດລົງທຶນຈາກພາຍໃນ ແລະ ຕ່າງປະເທດທີ່ໄດ້ຮັບອະນຸມັດສັນຍາຂຸດຄົ້ນ ມີຈຳນວນ 74 ບໍລິສັດ, ໃນນັ້ນ 25 ບໍລິສັດ ທີ່ຢູ່ໃນໄລຍະການກະກຽມຂຸດຄົ້ນ ແລະ ກໍ່ສ້າງໂຮງງານປຸງແຕ່ງ ແລະ ມີ 49 ບໍລິສັດ ກຳລັງຂຸດຄົ້ນປຸງແຕ່ງ ແລະ ສົ່ງອອກ, ສ່ວນຫຼາຍເປັນບໍລິສັດຂະໜາດກາງ ແລະ ນ້ອຍ, ສ່ວນບໍລິສັດຂະໜາດໃຫຍ່ ທີ່ມີມູນຄ່າຜະລິດຕະພັນຫຼາຍກວ່າ 500 ລ້ານໂດລາສະຫະລັດຕໍ່ປີມີ ບໍລິສັດລ້ານຊ້າງມີເນໂຣນສ໌ ຈຳກັດ ແລະ ບໍລິສັດພູເບ້ຍມາດນິງ ຈຳກັດ ແລະ ມີບໍ່ແຮ່ສຳຄັນທີ່ເປີດການຂຸດຄົ້ນໃໝ່ເປັນຕົ້ນ: ແຮ່ເກືອກາລີ ຢູ່ທົ່ງມັ່ງ ແຂວງວຽງຈັນ, ແຮ່ເກືອໂປຕັດ ແຂວງຄຳມ່ວນ ແລະ ອື່ນໆ.

No comments

Powered by Blogger.