9 ສັນຍານທີ່ບົ່ງບອກວ່າທ່ານເປັນຄົນ ຈິດໃຈອ່ອນໄຫວງ່າຍ - ອິດສະຫຼະ

9 ສັນຍານທີ່ບົ່ງບອກວ່າທ່ານເປັນຄົນ ຈິດໃຈອ່ອນໄຫວງ່າຍ



ການວິໄຈເຜີຍວ່າ ສາເຫດຂອງການເປັນຄົນອ່ອນໄຫວງ່າຍນັ້ນ ມີຜົນມາຈາກພັນທຸກຳ 15-20%

Elain Aron ນັກຈິດຕະວິທະຍາກ່ຽວກັບ ຄວາມອ່ອນໄຫວໃນຈິດໃຈມະນຸດ ລາຍໄດ້ໃຊ້ເຄື່ອງ MRI ທຳການສະແກນສະໝອງຂອງຜູ້ທີ່ມີຈິດໃຈອ່ອນໄຫວງ່າຍແລ້ວພົບວ່າ ຄົນກຸ່ມນັ້ນມັກຈະຮັບຮູ້ຄວາມຮູ້ສຶກໄດ້ຫຼາຍກວ່າຄົນທົ່ວໄປ

- ຄວາມອ່ອນໄຫວງ່າຍ ແລະ ຄວາມສະຫຼາດທາງອາລົມ: ຄວາມສະຫຼາດທາງອາລົມ (EQ) ຄືຄວາມສາມາດທີ່ຈະຮັບຮູ້ ແລະ ເຂົ້າໃຈອາລົມຂອງຕົວເອງ ແລະ ຜູ້ອື່ນ ລວມເຖິງຄວາມສາມາດໃນການບໍລິຫານຈັດການກັບພຶດຕິກຳຂອງຕົວເອງ ຈາກການວິໄຈຂອງ Aron ພົບວ່າ ຄົນທີ່ອ່ອນໄຫວງ່າຍນັ້ນບໍ່ໄດ້ມີ EQ ແຕກຕ່າງຈາກຄົນທົ່ວໄປ.

ຄົນທີ່ຈິດໃຈອ່ອນໄຫວງ່າຍຈະຮັບຮູ້ເຖິງສິ່ງຕ່າງໆໄດ້ດີກວ່າຄົນອື່ນ ລວມທັງອາລົມຄວາມຮູ້ສຶກ ເຊິ່ງມັນຊ່ວຍເຮັດໃຫ້ເຂົາເຈົ້າສາມາດສື່ສານກັບຄົນອື່ນໄດ້ເປັນທາງດີ ເນື່ອງຈາກເຂົາເຈ້າສາມາດຮັບຮູ້ລາຍລະອຽດຕ່າງໆຈາກສືໜ້າທ່າທາງ ແລະ ໂທນສຽງຂອງຜູ້ເວົ້າໄດ້ດີກວ່າບຸກຄົນທົ່ວໄປ

- ຄົນທີ່ມີຈິດໃຈອ່ອນໄຫວຫຼາຍ: ຫາກທ່ານກຳລັງສົງໄສວ່າ ທ່ານເປັນໜຶ່ງໃນບຸກຄົນທີ່ມີຈິດໃຈອ່ອນໄຫວໄດ້ງ່າຍຫຼືບໍ່? ສັງເຫດຈາກ 9 ຂໍ້ລຸ່ມນີ້:
1. ທ່ານເປັນຄົນຄິດເລິກ: ເມື່ອໃດກໍ່ຕາມທີ່ມີບັນຫາເຂົ້າມາໃນຊີວິດຂອງທ່ານ ທ່ານມັກຈະເກັບຕົວ ແລະ ພະຍາຍາມຄິດທົບທວນເລື່ອງຕ່າງໆຢ່າງລະອຽດ ກ່ອນຈະລົງມືເຮັດໃດອັນອັນໜຶ່ງ ບໍ່ວ່າຈະເປັນເລື່ອງໜ້ອຍຫຼືໃຫຍ່ ບໍ່ວ່າຈະໃນຊີວິດຂອງທ່ານເອງຫຼືຂອງຄົນອື່ນ ກໍ່ສາມາດມີຜົນກະທົບອັນໃຫຍ່ຫຼວງຕໍ່ທ່ານໄດ້

2. ທ່ານເປັນຄົນມັກເຂົ້າໃຈສິ່ງຕ່າງໆຢ່າງລະອຽດ: ທ່ານເປັນຄົນທີ່ອ່ອນໄຫວຕໍ່ລາຍລະອຽດພໍໆກັບທີ່ອ່ອນໄຫວຕໍ່ຄວາມຮູ້ສຶກ ທ່ານຈະເຫັນລາຍລະອຽດປີກຍ່ອຍທີ່ຄົນອື່ນບໍ່ເຫັນ ແລະ ທ່ານຈະບໍ່ພໍໃຈກັບມັນຈົນກວ່າທ່ານຈະຄິດໄດ້ ແລະ ເຂົ້າໃຈສິ່ງນັ້ນຢ່າງແທ້ຈິງ ແຕ່ເຖິງຢ່າງໃດກໍ່ຕາມ ນີ້ຖືເປັນຈຸດແຂງທີ່ບາງສາຂາອາຊີບຄວນມີ

3. ທ່ານຈະໃຊ້ເວລາໃນການຕັດສິນໃຈດົນກວ່າຄົນທົ່ວໄປ: ເນື່ອງຈາກທ່ານເປັນຄົນທີ່ມັກເບິ່ງທຸກຢ່າງໃຫ້ເລິກເຊິ່ງ ມັນຈຶ່ງເປັນເລື່ອງຍາກໃນການຈະດ່ວນຕັດສິນໃຈເລື່ອງໃດເລື່ອງໜຶ່ງ ເວົ້າງ່າຍໆວ່າເປັນຄົນຄິດຫຼາຍ ເຊິ່ງຫຼາຍຄັ້ງຈຶ່ງເຮັດໃຫ້ທ່ານໃຊ້ເວລາຢູ່ກັບເລື່ອງໃດເລື່ອງໜຶ່ງດົນຫຼາຍ

4. ການຕັດສິນໃຈຜິດພາດຈະເຮັດໃຫ້ທ່ານຮູ້ສຶກບໍ່ດີທີ່ສຸດ: ເມື່ອທ່ານຕັດສິນໃຈສິ່ງໃດໄປແລ້ວເກີດຄວາມຜິດພາດ ທ່ານຈະຜິດຫວັງ ແລະ ຮູ້ສຶກບໍ່ດີທີ່ສຸດ ເຊິ່ງຈະເຮັດໃຫ້ຂະບວນການຕັດສິນໃຈຂອງທ່ານຊ້າລົງໄປອີກ ເພາະທ່ານຢ້ານວ່າຈະຕັດສິນໃຈຜິດພາດຄືກັບຄັ້ງທີ່ຜ່ານມາ

5. ທ່ານມັກຈະມີການໂຕ້ຕອບໂດຍໃຊ້ອາລົມຮ່ວມ: ເມື່ອເກີດເຫດການໃດຂຶ້ນກໍ່ຕາມ ທ່ານມັກຈະຕອບສະໜອງຕໍ່ຄວາມຮູ້ສຶກຂອງຕົວເອງໂດຍອັດຕະໂນມັດ ແລະ ມີອາລົມຮ່ວມແບບເຕັມໆ (ຫຼືຕາມພາສາທີ່ຄຸ້ນເຄີຍຄື: ອິນສຸດໆ ຫຼື ອິນເນີ້ລ້ວນໆ)

6. ທ່ານມັກຈະຄິດຫຼາຍກັບຄຳວິພາກວິຈານ ຄວາມຮູ້ສຶກທີ່ອ່ອນໄຫວງ່າຍລວມເຖິງການສະແດງອອກທາງອາລົມທີ່ຂ້ອນຂ້າງຈິງຈັງນັ້ນ ເຮັດໃຫ້ທ່ານບໍ່ຄ່ອຍຍອມຮັບຄຳວິພາກວິຈານປານໃດ ເຖິງແມ່ນວ່າຈະເບິ່ງຂ້າມໄປໃນຕອນທຳອິດ ແຕ່ສຸດທ້າຍກໍ່ຈະເກັບມັນໄປຄິດຕາມຫຼັງຢູ່ຄືເກົ່າ

7. ທ່ານເຮັດວຽກເປັນທີມໄດ້ດີ: ຄວາມສາມາດໃນການເຫັນໃຈຜູ້ອື່ນ, ການມີຄວາມຄິດຫຼາຍແງ່ຫຼາຍມຸມມ ລວມເຖິງການໃສ່ໃຈກັບລາຍລະອຽດເລັກໆນ້ອຍໆ ເຮັດໃຫ້ທ່ານມີປະໂຫຍດຫຼາຍໃນທີມ ແຕ່ໃນທາງກັບກັນ ຖ້າເປັນຄົນທີ່ຕ້ອງຕັດສິນໃຈເອງກໍ່ບໍ່ຄ່ອຍດີປານໃດສຳລັບທ່ານ ເພາະທ່ານເໝາະສົມທີ່ຈະເປັນຄົນສະເໜີ ແລະ ວິເຄາະຂໍ້ມູນຫຼາຍກວ່າຈະເປັນຄົນຕັດສິນໃຈເອງ

8. ທ່ານມີມາລະຍາດທີ່ດີ: ທ່ານມັກຈະເປັນຫ່ວງກັບຄວາມຮູ້ສຶກຂອງຜູ້ອື່ນ ສົ່ງຜົນໃຫ້ທ່ານສະແດງອອກໃນທາງທີ່ດີ ທ່ານຈະໃສ່ໃຈກັບການສະແດງອອກຂອງຕົວເອງເພາະຢ້ານວ່າຈະໄປກະທົບກັບຄວາມຮູ້ສຶກຂອງຄົນອື່ນ ເຊິ່ງສິ່ງນີ້ທີ່ເຮັດໃຫ້ທ່ານເປັນຄົນມີມາລະຍາດໄປໂດຍອັດຕະໂນມັດ ແລະ ທ່ານກໍ່ຈະຮູ້ສຶກບໍ່ພໍໃຈຫຼາຍເມື່ອເຫັນຄົນສະແດງພຶດຕິກຳທີ່ບໍ່ມີມາລະຍາດ

9. ທ່ານບໍ່ມັກຫ້ອງການ (Office) ແບບເປີດ ການທີ່ມີສຽງນອງນັນ ແລະ ມີສິ່ງກະຕຸ້ນອື່ນໆເຂົ້າມາລ້ວນແຕ່ເຮັດໃຫ້ທ່ານເຮັດວຽກຢູ່ໃນຫ້ອງການນັ້ນລຳບາກ ແລະ ບໍ່ມີປະສິດທິພາບ ທ່ານມັກເຮັດວຽກຢູ່ໃນຫ້ອງແບບປິດ ຫຼື ຢູ່ເຮືອນຫຼາຍກວ່າ

ສະຫຼຸບ: ການເປັນຄົນທີ່ມີຈິດໃຈອ່ອນໄຫວງ່າຍ ລ້ວນສົ່ງຜົນທັງດ້ານດີ ແລະ ບໍ່ດີ ຄືກັບສິ່ງຕ່າງໆໃນຊີວິດຄົນເຮົາມັກກຈະມີທັງສອງດ້ານສະເໝີ ເຊິ່ງທຸກສິ່ງທຸກຢ່າງນີ້ຈະຂຶ້ນຢູ່ກັບຕົວທ່ານເອງ ດັ່ງນັ້ນ, ຈົ່ງໃຊ້ ແລະ ຄວບຄຸມມັນໃຫ້ເກີດປະໂຫຍດຫຼາຍທີ່ສຸດ.

No comments

Powered by Blogger.