ກຳລັງໃຈຄົນໂສດ ກ່ອນວັນວາເລນທາຍຈະມາເຖິງ - ອິດສະຫຼະ

ກຳລັງໃຈຄົນໂສດ ກ່ອນວັນວາເລນທາຍຈະມາເຖິງ



ວາເລນທາຍມາອີກແລ້ວ ມື້ທີ່ຄົນໂສດບໍ່ຢາກໃຫ້ມີ ປີນີ້ໃຜຍັງໂສດ ແລະ ບໍ່ຢາກເຫັນຄວາມຫວານຂອງຄົນອື່ນມາທຳຮ້າຍຈິດໃຈ ເຮົາມາໃຫ້ກຳລັງໃຈກັນດີກວ່າ ກັບຂໍ້ດີຂອງຄົນໂສດໃນວັນວາເລນທາຍ

1. ບໍ່ເປືອງ: ຜູ້ໃດຊິຊື້ຂອງຂວັນ ຫຼື ດອກໄມ້ແພງໆໃນວັນວາເລນທາຍກໍ່ເລື່ອງຂອງເຂົາເຈົ້າ ເຮົາໂສດ...! ບໍ່ໄດ້ຊື້ບໍ່ໄດ້ເສຍເງິນ ເອົາໄວ້ໄປຫຼິ້ນໄປທ່ຽວແບບຄົນໂສດດີກວ່າ

2. ບໍ່ມີຄວາມຮູ້ສຶກບໍ່ພໍໃຈເມື່ອຄົນຮັກບໍ່ໃສ່ໃຈ: ບາງຄົນມີແຟນແຕ່ແຟນລືມ ຫຼື ບໍ່ໃສ່ໃຈຕາມທີ່ຫວັງ ຂໍບອກເລີຍວ່າ "ເຈັບກວ່າຄົນໂສດ" ເພາະຄົນໂສດບໍ່ມີທາງພົບກັບບັນຫານີ້ຢູ່ແລ້ວ ແຕ່ຄົນມີແຟນມີຫວັງແຕ່ບໍ່ໄດ້ດັ່ງຫວັງ ສຸດທ້າຍກໍ່ເຈັບ ບາງຄັ້ງອາດເຖິງຂັ້ນຈົບ

3. ບໍ່ກົດດັນວ່າຊິໃຫ້ຫຍັງດີຈຶ່ງຈະຖືກໃຈ: ນອກຈາກເສຍເງິນຊື້ຂອງຂວັນໃຫ້ແລ້ວ ກໍ່ຍັງບໍ່ຮູ້ວ່າເຂົາເຈົ້າຈະມັກຫຼືບໍ່ ຫຼື ບາງຄັ້ງເຮົາອຸດສາເຮັດຂອງຂວັນໃຫ້ກັບມື ແຕ່ແຟນບໍ່ມັກຄວາມຮູ້ສຶກນັ້ນບໍ່ຕ້ອງບັນຍາຍບອກໄດ້ແຕ່ວ່າ "ເຈັບ" ສ່ວນຄົນໂສດສະບາຍໆ

4. ມີໂອກາດໄດ້ຂອງຂວັນຈາກຫຼາຍຄົນ: ສຳລັບຄົນມີແຟນກໍ່ຕ້ອງຖ້າເອົາຂອງຂວັນ ສ່ວນຄົນໂສດຖ້າດີພໍກໍ່ຈະໄດ້ຂອງຂວັນຈາກຫຼາຍຄົນທີ່ຫວັງຈີບ ຫຼື ແອບມັກ ບາງຄັ້ງອາດໄດ້ຫຼາຍ ແລະ ດີກວ່າຂອງຄົນມີແຟນ

5. ມີເວລາໄປເຮັດໃນສິ່ງທີ່ຢາກເຮັດ: ຄົນມີຄູ່ກໍ່ຕ້ອງລັອກຄິວໃຫ້ແຟນໃນວັນວາເລນທາຍ ສ່ວນຄົນໂສດສາມາດໄປໃສ່ກໍ່ໄດ້ ໄປທ່ຽວກັບໝູ່ ຫຼື ຈະໄປໃສກັບໃຜກໍ່ໄດ້ເລື່ອງຂອງຄົນໂສດ ແຕ່ຖ້າຈະໃຫ້ແນະນຳລອງຢູ່ກັບຄອບຄົວ ແລະ ມອບຄວາມຮັກໃຫ້ຄົນທີ່ຮັກເຮົາຢ່າງແທ້ຈິງນັ້ນກໍ່ຄືພໍ່ກັບແມ່ ຈະເປັນສິ່ງທີ່ດີງາມທີ່ສຸດ.

No comments

Powered by Blogger.