ການວິໄຈກ່ຽວກັບ "ການຟັງດົນຕີ" ໃນຂະນະເຮັດວຽກ ຊ່ວຍເພີ່ມປະສິດທິພາບໃນການເຮັດວຽກໄດ້ຫຼືບໍ່ - ອິດສະຫຼະ

ການວິໄຈກ່ຽວກັບ "ການຟັງດົນຕີ" ໃນຂະນະເຮັດວຽກ ຊ່ວຍເພີ່ມປະສິດທິພາບໃນການເຮັດວຽກໄດ້ຫຼືບໍ່



ຢູ່ບ່ອນເຮັດວຽກນັ້ນມັກຈະມີຫຼາຍອັນຫຼາຍຢ່າງເຮັດໃຫ້ເສຍສະມາຕິໄດ້ງ່າຍໆ ແຕ່ທ່ານຮູ້ບໍ່ວ່າ ມີສິ່ງທີ່ສາມາດຊ່ວຍທ່ານຈາກບັນຫາເຫຼົ່ານັ້ນໄດ້ ແລະ ເຮັດໃຫ້ທ່ານມີປະສິດທິພາບໃນການເຮັດວຽກຫຼາຍຂຶ້ນໄດ້ອີກດ້ວຍ ສິ່ງນັ້ນກໍ່ຄື "ດົນຕີ" ນັ້ນເອງ

ຜົນການວິໄຈຈາກມະຫາວິທະຍາໄລ Birmingham ປະເທດອັງກິດ ຊີ້ໃຫ້ເຫັນວ່າ ດົນຕີມີບົດບາດສຳຄັນໃນການຊ່ວຍໃຫ້ທ່ານມີສະມາທິ ແລະ ມີປະສິດທິພາບໃນການເຮັດວຽກໄດ້ເປັນຢ່າງດີ ເພາະສະນັ້ນ, ຫາກທ່ານກຳລັງເບື່ອທີ່ຕ້ອງເຮັດວຽກເກົ່າຊ້ຳໆ ນັ່ງໜ້າຄອມຢູ່ໝົດມື້ ການລອງເພີ່ມສຽງດົນຕີເຂົ້າໄປກໍ່ອາດຈະຊ່ວຍໃຫ້ທ່ານເຮັດວຽກໄດ້ດີ ແລະ ວ່ອງໄວຂຶ້ນ.

ແຕ່ຖ້າວຽກຂອງທ່ານເປັນວຽກທີ່ຕ້ອງໃຊ້ສະໝອງເປັນສ່ວນໃຫຍ່ ການເລືອກດົນຕີ ຫຼື ເພງໃຫ້ເໝາະສົມກໍ່ອາດບໍ່ແມ່ນເລື່ອງງ່າຍ ແຕ່ໂຊກດີທີ່ວິທະຍາສາດໄດ້ຫາຄຳຕອບມາໃຫ້ທ່ານແລ້ວ.

ແລະ ຕໍ່ໄປນີ້ຈະເປັນປະເພດຂອງດົນຕີທີ່ຈະຊ່ວຍໃຫ້ທ່ານເຮັດວຽກໄດ້ຢ່າງມີປະສິດທິພາບ ຄັ້ງຕໍ່ໄປກໍ່ລອງເປີດເພງປະເພດນີ້ພ້ອມກັບເຮັດວຽກໄປນຳ ບໍ່ແນ່ທ່ານອາດມີສະມາທິເພີ່ມຂຶ້ນຢ່າງໜ້າປະຫຼາດໃຈກໍ່ໄດ້ ເຊິ່ງດົນຕີດັ່ງກ່າວນັ້ນຄື:

- ຟັງດົນຕີທີ່ມີສຽງທຳມະຊາດ ນັກວິໄຈຈາກ Rensselaer Polytechnic Institute ພົບວ່າ ການເພີ່ມສຽງທຳມະຊາດເຂົ້າມາເປັນສ່ວນໜຶ່ງຂອງການເຮັດວຽກ ຈະຊ່ວຍໃຫ້ທ່ານມີອາລົມທີ່ດີ ແລະ ມີສະມາທິຫຼາຍຍິ່ງຂຶ້ນ ພ້ອມທັງຊ່ວຍໃຫ້ກະບວນການທາງຄວາມຄິດເຮັດວຽກໄດ້ດີຂຶ້ນ ມີສະມາທິຫຼາຍຂຶ້ນ ແລະ ມີຄວາມເພິ່ງພໍໃຈໃນການເຮັດວຽກຫຼາຍຂຶ້ນອີກດ້ວຍ ເຊິ່ງສຽງທີ່ນັກວິໄຈໃຊ້ໃນການວິໄຈຄືສຽງສາຍນໍ້າສາຍ ໂດຍຜົນທີ່ອອກມາສຽງນ້ຳໄຫຼບໍ່ໄດ້ເຮັດໃຫ້ກຸ່ມຕົວຢ່າງເສຍສະມາທິແຕ່ຢ່າງໃດ

- ຟັງເພງທີ່ທ່ານມັກ: ການຟັງດົນຕີທີ່ທ່ານມັກສາມາດເຮັດໃຫ້ທ່ານຮູ້ສຶກດີຂຶ້ນໄດ້ Teresa Lesiuk ຜູ້ຊ່ວຍສາສະດາຈານດ້ານດົນຕີບຳບັດ ຈາກມະຫາວິທະຍາໄລ Miami ພົບວ່າ ການມີຄວາມມັກສ່ວນຕົວກ່ຽວກັບດົນຕີເປັນເລື່ອງສຳຄັນ ໂດຍສະເພາະຄົນທີ່ມີທັກສະນໃນສາຂາອາຊີບຂອງຕົນ ໂດຍກຸ່ມຕົວຢ່າງຂອງການວິໄຈນີ້ຄື ບຸກຄົນທີ່ມັກຟັງເພງທີ່ມັກຟັງໃນຂະນະເຮັດວຽກ ເຊິ່ງຜົນລັບທີ່ໄດ້ຄືວຽກຈະສຳເລັດໄວຂຶ້ນ ແລະ ຍັງມີຄວາມຄິດໃນການເຮັດວຽກທີ່ດີກວ່າຄົນທີ່ບໍ່ຟັງອີກດ້ວຍ ເນື່ອງຈາກເພງທີ່ມັກສາມາດເຮັດໃຫ້ຄົນອາລົມດີຂຶ້ນໄດ້ນັ້ນເອງ Teresa Lesiuk ກ່າວກັບ The New York Time ວ່າ "ເມື່ອທ່ານຄຽດ ທ່ານມັກຈະຕັດສິນໃຈເຮັດສິ່ງຕ່າງໆໄວກວ່າປົກກະຕິ ເພາະທ່ານຈະບໍ່ມີສະມາທິຢູ່ກັບສິ່ງນັ້ນໆ ແລະ ເມື່ອທ່ານອາລົມດີ ທ່ານຈະເຫັນທາງເລືອກໄດ້ຫຼາກຫຼາຍກວ່າ"

- ຟັງດົນຕີທີ່ບໍ່ມີເນື້ອຮ້ອງ: ການວິໄຈຈາກ Cambridge Sound Management ພົບວ່າ ຄຳຮ້ອງຄືສິ່ງທີ່ເຮັດໃຫ້ເຮົາເສຍສະມາທິເນື່ອງຈາກເຮົາມັກຈະໃຫ້ຄວາມສົນໃຈກັບຄຳຮ້ອງຫຼາຍກວ່າວຽກທີ່ເຮົາກຳລັງເຮັດຢູ່ ຄືກັບເວລາທີ່ເຮົາໄດ້ຍິນຄົນອື່ນເວົ້ານັ້ນແລະ ທ່ານມັກຈະຢຸດການເຮັດວຽກ ແລະ ຫັນໄປຟັງວ່າເຂົາເຈົ້າເວົ້າຫຍັງກັນ ການວິໄຈຂອງ Cambridge ໃນປີ 2008 ພົບວ່າ 48% ຂອງຄົນເຮັດວຽກຈະຖືກທຳລາຍສະມາທິໄດ້ໂດຍງ່າຍຈາກຄຳເວົ້າ ຫຼື ການຟັງຄົນອື່ນລົມກັນ ທ່ານມັກຈະບໍ່ມີສະມາທິເທົ່າທີ່ຄວນຫາກທ່ານຟັງເພງທີ່ມີເນື້ອຮ້າງຄວບຄູ່ໄປນຳ ເພາະສະມາທິຂອງທ່ານມັກຈະໄປຢູ່ກັບເນື້ອຮ້ອງຫຼາຍກວ່າ ດັ່ງນັ້ນ, ຫາກທ່ານຕ້ອງການເຮັດວຽກຢ່າງມີປະສິດທິພາບ ການຟັງເພງທີ່ບໍ່ມີເນື້ອຮ້ອງອາດເປັນທາງເລືອກທີ່ດີທີ່ສຸດ

- ຟັງເພງທີ່ມີຈັງຫວະເໝາະກັບທ່ານ: ຈັງຫວະຂອງເພງສາມາດເປັນຕົວກະຕຸ້ນຊັ້ນດີ ການວິໄຈໜຶ່ງຂອງນັກວິໄຈຊາວການາດາລະບຸວ່າ ກຸ່ມຕົວຢ່າງທີ່ຟັງເພງທີ່ມີຈັງຫວະໄວໃນຂະນະທີ່ເຮັດແບບທົດສອບວັດ IQ ຈະເຮັດແບບທົດສອບອອກມາໄດ້ດີກວ່າ ຖ້າວຽກຂອງທ່ານຕ້ອງການຄວາມກະຕືລືລົ້ນ ລອງຟັງເພງທີ່ມີຈັງຫວະໄວໆລອງເບິ່ງ

- ຟັງເພງທີ່ມີລະດັບຄວາມດັງທີ່ພໍດີ: ລະດັບຄວາມດັງຂອງເພງກໍ່ມີຜົນຕໍ່ການເຮັດວຽກເຊັ່ນກັນ ການວິໄຈຈາກທັງສາມມະຫາວິທະຍາໄລ University of Illinois , University of British Columbia ແລະ University of Virginia ໄດ້ຂໍ້ສະຫຼຸບທີ່ກົງກັນວ່າ ສຽງທີ່ພໍດີ ແລະ ເໝາະສົມຈະຊ່ວຍໃຫ້ຄົນທີ່ເຮັດວຽກມີຄວາມຄິດທີ່ສ້າງສັນຫຼາຍຂຶ້ນ ແຕ່ຖ້າສຽງດັງເກີນໄປກໍ່ອາດເຮັດໃຫ້ສະໝອງເຮັດວຽກໄດ້ບໍ່ດີເທົ່າທີ່ຄວນ ຍົກຕົວຢ່າງງ່າຍໆໃຫ້ເຫັນພາບ ຖ້າເພງທີ່ທ່ານເປີດດັງຈົນບໍ່ໄດ້ຍິນສຽງພາຍນອກຈັກຢ່າງ ນັ້ນແປວ່າເພງທີ່ທ່ານຟັງຢູ່ນັ້ນດັງເກີນໄປແລ້ວ ແລະ ຫາກເພງຂອງທ່ານຄ່ອຍຈົນບໍ່ສາມາດລົບສຽງສົນທະນາຂອງຄົນຂ້າງໆຂອງທ່ານໄດ້ເລີຍກໍ່ແປວ່າເພງທີ່ຟັງຢູ່ນັ້ນຄ່ອຍເກີນໄປນັ້ນເອງ.


No comments

Powered by Blogger.