ແນວຄິດສຳຄັນ ທີ່ຈະຊ່ວຍໃຫ້ເຮົາກາຍເປັນເສດຖີຜູ້ຮັ່ງມີ ກ່ອນອາຍຸ 30 - ອິດສະຫຼະ

ແນວຄິດສຳຄັນ ທີ່ຈະຊ່ວຍໃຫ້ເຮົາກາຍເປັນເສດຖີຜູ້ຮັ່ງມີ ກ່ອນອາຍຸ 30



ໃນປັດຈຸບັນມີຄົນຈຳນວນຫຼາຍທີ່ຄິດວ່າຊ່ວງອາຍຸ 20-30 ປີ ຈະເປັນຊ່ວງທີ່ລຳບາກທີ່ສຸດ ແຕ່ມັນບໍ່ເປັນແບບນັ້ນສະເໝີໄປ ເພາະມັນຍັງມີວິທີເຮັດໃຫ້ຄົນເຮົານັ້ນເປັນຄົນຮັ່ງມີໄດ້ກ່ອນອາຍຸຈະເຂົ້າ 30 ປີ ແລະ ນີ້ຄື 5 ຂໍ້ສຳຄັນທີ່ເຮົາຕ້ອງໃສ່ໃຈ ຫາກຝັນໄວ້ວ່າຕ້ອງເປັນເສດຖີກ່ອນອາຍຸ 30 ປີ
1. ຢ່າສົນໃຈລະບົບການເຮັດວຽກແບບເກົ່າໆ
ຫຼາກຫຼາຍອາຊີບໃນປັດຈຸບັນຕ້ອງໃຊ້ເວລາໃນການຮຽນຍາວນານ ແລະ ໃຊ້ເງິນລົງທຶນກັບການຮຽນນັ້ນສູງຫຼາຍ ຍິ່ງຖ້າຫາກເຮັດວຽກໃນລະບົບການຈ້າງງານແບບເກົ່າ ທີ່ມີລາຍໄດ້ຄົງທີ່ຕະຫຼອດ ຍິງເປັນໄປໄດ້ຍາກທີ່ຈະສາມາດກ້າວມາເປັນເສດຖີຜູ້ຮັ່ງມີໄດ້ທັນອາຍຸ 30 ປີ ດັ່ງນັ້ນ, ຕ້ອງລອງຊອກຫາອາຊີບໃໝ່ໆ ອາດເປັນອາຊີບເສີມທີ່ຈະຊ່ວຍໃຫ້ເຮົາສ້າງລາຍໄດ້ອີກທາງໜຶ່ງເຊັ່ນ: ທຸລະກິດອອນລາຍ ເຊິ່ງເປັນອາຊີບທີ່ບໍ່ຈຳເປັນຕ້ອງຮຽນຈົບສູງ ຂໍພຽງມີຄວາມສາມາດພຽງພໍກໍ່ສາມາດຫາລາຍໄດ້ຈາກຊ່ອງທາງນີ້ໄດ້ແລ້ວ
2. ຢ່າມົ້ວສຸມຢູ່ແຕ່ກັບການຈະເອົາເງິນ
ຫາກເຮົາມີແຕ່ສົນໃຈວ່າເອົາເງິນທຸກວິທີທາງ ຈະບໍ່ມີມື້ສຳເລັດໄດ້ເທົ່າກັບການທີ່ເຮົາສົນໃຈເລື່ອງຂອງຄຸນນະພາບສິນຄ້າ ແລະ ບໍລິການ ເພາະຫາກເຮົານຳສິນຄ້າ ແລະ ບໍລິການທີ່ມີຄຸນນະພາບອອກສູ່ຕະຫຼາດແລ້ວ ມັນຈະບໍ່ໄດ້ເງິນພຽງຄັ້ງດຽວ ແຕ່ຈະໄດ້ເງິນເລື້ອຍໆ ແລະ ຍາວນານ ດັ່ງນັ້ນ, ຈົ່ງໃຫ້ຄວາມສຳຄັນກັບຄຸນນະພາບສິນຄ້າ ແລະ ບໍລິການໃຫ້ດີທີ່ສຸດເທົ່າທີ່ຈະເປັນໄປໄດ້
3. ສະແຫວງຫາຄວາມຮູ້ໃໝ່ໆຢ່າງສະໝ່ຳສະເໝີ
ເຮົາຕ້ອງສະແຫວງຫາຄວາມຮູ້ ແລະ ອ່ານໜັງສືໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພາະຄວາມໄດ້ປຽບເປັນສິ່ງທີ່ສຳຄັນຢ່າງຍິ່ງ ຫາກຄວາມຝັນຂອງເຮົາຢາກເຮັດທຸລະກິດ ຫຼື ມີອາຊີບທີ່ຫຼາຍຄົນໝາຍປອງ ແລະ ວິທີການທີ່ຈະເຮັດໃຫ້ໄດ້ປຽບຫຼາຍທີ່ສຸດກໍ່ຄືການມີຄວາມຮູ້ເໜືອຄົນອື່ນນັ້ນເອງ
4. ພ້ອມທີ່ຈະເສຍສະຫຼະ
ຕ້ອງເສຍສະຫຼະບາງຢ່າງ ຫາກຈະຫາເງິນຈຳນວນຫຼາຍໃນຊ່ວງອາຍຸດັ່ງກ່າວ ຈະຕ້ອງໃຫ້ເວລາກັບຄອບຄົວ ແລະ ໝູ່ເພື່ອນໃຫ້ໜ້ອຍລົງ ນອກຈາກນີ້ຈະຕ້ອງໃຫ້ຫຼາຍໆສິ່ງຫຼາຍໆຢ່າງໃນຊີວິດເປັນເລື່ອງລອງລົງມາເຊັ່ນ: ເລື່ອງຄວາມສຳພັນຮັກ, ເລື່ອງການສ້າງຄອບຄົວ ຫຼື ເລື່ອງການອອກໄປທ່ຽວກັບໝູ່ເພື່ອນຢູ່ເລື້ອຍໆ ເພາະຫາກຕ້ອງການທີ່ຈະປະສົບຄວາມສຳເລັດໃນຍຸກທີ່ເງິນຫາຍາກແບບນີ້ ຈະຕ້ອງທຸ້ມເທໃຫ້ກັບວຽກເປັນອັບດັບທຳອິດ ເພື່ອສ້າງສັນສິນຄ້າ ແລະ ບໍລິການທີ່ຈະຫາເງິນໃຫ້ກັບເຮົາ
5. ຈົ່ງເຮັດໃນສິ່ງທີ່ຮັກ ແລະ ໃສ່ໃຈກັບການແກ້ໄຂບັນຫາ
ຫາກຢາກທຸ້ມເທໃຫ້ເຕັມທີ່ກັບການຫາເງິນ ຕ້ອງແນ່ໃຈວ່າ ສິ່ງທີ່ກຳລັງເຮັດຢູ່ນັ້ນຄືສິ່ງທີ່ຮັກ ແລ້ວມັນຈະບໍ່ເຮັດໃຫ້ຮູ້ສຶກວ່າໄດ້ເສຍສະຫຼະຫຼາຍເກີນໄປ ນອກຈາການໃຫ້ຄວາມສຳຄັນກັບທຸລະກິດແລ້ວ ຍັງຕ້ອງໃຫ້ຄວາມສຳຄັນກັບການແກ້ບັນຫາຕ່າງໆ ເພາະເຮົາຕ່າງກໍ່ຮູ້ດີວ່າຄຸນນະພາບເປັນສິ່ງທີ່ສຳຄັນທີ່ສຸດ
ຢ່າໃຫ້ຂໍ້ຈຳກັດເລື່ອງຄວາມສາມາດມາບັນທອນກຳລັງໃຈ ເຮົາສາມາດຫາທັກສະໃໝ່ໆ ຈາກການຮຽນຮູ້ໄດ້ສະເໝີ ແຕ່ສິ່ງທີ່ຈະຫາບໍ່ໄດ້ງ່າຍໆຄື ວຽກທີ່ມັກ ບໍ່ວ່າຈະເລືອກວຽກແບບໃດ ຄວນໝັ້ນໃຈກ່ອນວ່າມັກວຽກນັ້ນແທ້ໆ ແລ້ວເຮົາຈະແປກໃຈວ່າສິ່ງທີ່ເຮົາຮັກສາມາດພາເຮົາມາໄດ້ໄກຂະໜາດນີ້ ແລະ ມັນກໍ່ສາມາດພາເຮົາໄປເຖິງຈຸດສູງສຸດຂອງການເປັນເສດຖີຜູ້ຮັ່ງມີດັ່ງຝັນໄດ້ອີກດ້ວຍ.

No comments

Powered by Blogger.