ແຈ້ງການ ຄ່າທາງປີ 2017 ໃຫ້ຊຳລະກ່ອນເດືອນມີນາ, ປີ 2018 ກ່ອນເດືອນມິຖຸນາ 2018 ຖ້າກາຍປັບໃໝ 40% - ອິດສະຫຼະ

ແຈ້ງການ ຄ່າທາງປີ 2017 ໃຫ້ຊຳລະກ່ອນເດືອນມີນາ, ປີ 2018 ກ່ອນເດືອນມິຖຸນາ 2018 ຖ້າກາຍປັບໃໝ 40%



ກະຊວງການເງິນ ອອກແຈ້ງການເລກທີ 0139 ລົງວັນທີ 18 ມັງກອນ 2018 ເລື່ອງການເສຍຄ່າທຳນຽມທາງ (ໃບຄ່າທາງ) ປະຈຳປີ 2018 ເພື່ອເຮັດໃຫ້ການເກັບຄ່າທຳນຽບທາງປະຈຳປີ 2018 ໄດ້ຖືກຈັດຕັ້ງປະຕິບັດຖືກຕ້ອງ, ທັນຕາມກຳນົດເວລາ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍໃຫ້ປະຕິບັດດັ່ງນີ້:

1. ການເສຍຄ່າທຳນຽມທາງປະຈຳປີ 2017 ແມ່ນໃຫ້ສືບຕໍ່ດຳເນີນການເສຍຄ່າທຳນຽມທາງເປັນປົກກະຕິ ເຊິ່ງສາມາດຊຳລະຮອດ ວັນທີ 31 ມີນາ 2018 ແຕ່ຖ້າກາຍກຳນົດເວລາດັ່ງກ່າວນີ້ ນອກຈາກຈະໄດ້ເສຍຄ່າທຳນຽມທາງປະຈຳປີ 2017 ແລ້ວ ຍັງຕ້ອງຖືກປັບໃໝ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງປະຈຳປີ ຕື່ມອີກ.

2. ໄລຍະການເວລາປົກກະຕິຂອງການເສຍຄ່າທຳນຽມທາງ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 2 III ຂອງຄຳແນະນຳຈັດຕັ້ງປະຕິບັດລັດຖະບັນຍັດວ່າດ້ວຍຄ່າທຳນຽມທາງ ລະບັບເລກທີ 3455/ກງ, ລົງວັນທີ 10 ຕຸລາ 2017 ແມ່ນນັບແຕ່ວັນທີ 1 ມັງກອນ ຮອດ ວັນທີ 31 ມີນາ ຂອງທຸກໆປີ, ແຕ່ເນື່ອງຈາກວ່າການເສຍຄ່າທຳນຽມທາງປະຈຳປີ 2017 ມີຄວາມຫຼ້າຊ້າ ແລະ ສາມາດຊຳລະຮອດວັນທີ 31 ມີນາ 2018 ເຊິ່ງເປັນໄລຍະການເວລາປົກກະຕິ ຂອງການເສຍຄ່າທາງປະຈຳປີ 2018 ສະນັ້ນ, ການເສຍຄ່າທຳນຽມທາງປະຈຳປີ 2018 ຈຶ່ງເຍື້ອນໄລຍະການເວລາປົກກະຕິຂອງການເສຍຄ່າທຳນຽມທາງຮອດວັນທີ 30 ມິຖຸນາ 2018, ແຕ່ຖ້າກາຍກຳນົດເວລາ ດັ່ງກ່າວຄື ນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ ຈະຖືກປັບໃໝ່ຕາມແຕ່ລະກໍລະນີທີ່ໄດ້ກຳນົດໄວ້ໃນ IV ຂໍ້ 2 ຂອງຄຳແນະນຳຈັດຕັ້ງປະຕິບັດລັດຖະບັນຍັດວ່າດ້ວຍຄ່າທຳນຽມທາງ ສະບັບເລກທີ 3455/ກງ, ລົງວັນທີ 10 ຕຸລາ 2017.

3. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ນຳໃຊ້ຍານພາຫະນະຜ່ານມາ ນັບແຕ່ປີ 2017  ຄືນຫຼັງ ແຕ່ຍັງບໍ່ທັນເສຍຄ່າທຳນຽມທາງຂອງປີ 2017 ຕ້ອງໄດ້ເສຍຄ່າທຳນຽມທາງປະຈຳປີ 2017 ຄືນໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ກັນຍາ 2017 ວ່າດ້ວຍຄ່າທຳນຽມທາງ ຈຶ່ງຈະສາມາດເສຍຄ່າທຳນຽມທາງປະຈຳປີ 2018 ໄດ້ ແລະ ຕ້ອງເສຍ ພາຍໃນໄລຍະການເວລາທີ່ໄດ້ກຳນົດໄວ້ໃນຂໍ້ 2 ຂອງແຈ້ງການສະບັບນີ້.

4. ອັດຕາຄ່າທຳນຽມທາງ ແມ່ນໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ກັນຍາ 2017 ວ່າດ້ວຍຄ່າທຳນຽມທາງ.

5. ການຊຳລະເງິນຄ່າທຳນຽມທາງ ແມ່ນໃຫ້ຊຳລະຜ່ານລະບົບທະນາຄານ (ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ) ດ້ວຍ 5 ຊ່ອງທາງຄື: ຊຳລະຜ່ານລະບົບເຄົາເຕີຂອງທະນາຄານ (Counter), ຊຳລະຜ່ານແອັບພຣີເຄເຊິນມືຖື (Mobile Application), ຊຳລະຜ່ານຕ້ເອທີເອັມ (ATM), ຊຳລະຜ່ານຄູ່ອັດຕະໂນມັດ (Kiosk) ແລະ ຊຳລະຜ່ານສະຖານທີ່ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ (BCOME).

6. ມອບໃຫ້ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ, ສ່ວນສາອາກອນປະຈຳເມືອງ, ເທດສະບານ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ ເຜີຍແຜ່ ການຈັດຕັ້ງປະຕິບັດການເສຍຄ່າທຳນຽມທາງປະຈຳປີ 2017 ແລະ 2018 ໃຫ້ມີປະສິດທິຜົນ, ໂປ່ງໃສ ແລະ ຮັບປະກັນເກັບລາຍຮັບຄ່າທຳນຽມທາງເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊອບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ.

ຫ້ອງການ, ກະຊວງການເງິນ


No comments

Powered by Blogger.