ປີ 2017 ລາວຈະເລັ່ງຄວບຄຸມອັດຕາການຂາດດຸນການຄ້າໃຫ້ໄດ້ - ອິດສະຫຼະ

ປີ 2017 ລາວຈະເລັ່ງຄວບຄຸມອັດຕາການຂາດດຸນການຄ້າໃຫ້ໄດ້



ໃນປີ 2017 ນີ້ລັດຖະບານຈະສູ້ຊົນເຮັດໃຫ້ມູນຄ່າດ້ານການຄ້າສອງສົ້ນບັນລຸ 8.941 ລ້ານໂດລາສະຫະລັດ, ໃນນີ້ມູນຄ່າການຄ້າໃຫ້ໄດ້ 4.459 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າໃຫ້ໄດ້ 4.482 ລ້ານໂດລາສະຫະລັດ ແລະ ຈະເລັ່ງຄວບຄຸມອັດຕາການຂາດດຸນການຄ້າໃຫ້ຢູ່ປະມານ 23 ລ້ານໂດລາສະຫະລັດ.


ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສຸພັນ ແກ້ວມີໄຊ ແຈ້ງໃຫ້ຮູ້ວ່າ: ລັດ ຖະບານລາວມີຄວາມພະຍາຍາມສູງຈະບັນລຸເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມໃນປີນີ້, ໂດຍສະເພາະການສົ່ງອອກ-ນໍາເຂົ້າສີນຄ້າປະເພດຕ່າງໆ ແລະ ພ້ອມນີ້ກໍຈະສູ້ຊົນຍົກສູງຍອດມຸນຄ່າການ
ຜະລິດອຸດສະຫະກໍາປຸງແຕ່ງ ແລະ ຫັດຖະກໍາໃຫ້ໄດ້ 6.927, ແຕ່ຢາກເຮັດໃຫ້ມູນຄ່າການຄ້າດັ່ງກ່າວບັນລຸຕາມເປົ້າໝາຍລັດຖະບານຕ້ອງໄດ້ອອກແຮງຊຸກຍູ້ສົ່ງເສີມການຜະລິດ, ການປຸງແຕ່ງກະສິກໍາຢ່າງເປັນຕ່ອງໂສ້ກົມກຽວລະຫວ່າງຫົວໜ່ວຍທຸລະກິດດ້ວຍກັນ, ເອົາໃຈໃສ່ປັບປຸງສະມັດຕະພາບການແຂ່ງຂັນຂອງອຸດສະຫະກໍາຕັດຫຍີບໃຫ້ເຂັ້ມແຂງກວ່າເກົ່າ ແລະ ຕັ້ງໜ້າສົ່ງເສີມການຜະລິດອຸດສະຫະກໍາວັດສະດຸກໍ່ສ້າງ, ໂດຍຸສຸມໃສ່ພັດທະນາມາດຕະຖານຜະລິດຕະພັນວັດສະດຸກໍ່ສ້າງໃຫ້ມິຄຸນະພາບ, ດັດສົມໂຮງງານປຸງແຕ່ງໄມ້ໃຫ້ສໍາເລັດຕາມນະໂຍບາຍຂອງລັດຖະບານ, ພ້ອມດຽວກັນນັ້ນກໍສຸມໃສ່ຊຸກຍູ້ໃຫ້ສະມາຄົມອຸດສະຫະກໍາປຸງແຕ່ງໄມ້ແຫ່ງຊາດ ແລະ ສະມາຄົມເຟີນີເຈີລາວປັບປຸງພາລະບົດບາດ ແລະ ກົນໄກການເຄື່ອນໄຫວວຽກງານຂອງຕົນໃຫ້ມີຄວາມເຂັ້ມແຂງ ເພື່ອປະຕິບັດນະໂຍບາຍສົ່ງເສີມການປຸງແຕ່ງໄມ້ຢູ່ພາຍໃນໃຫ້ສາມາດສ້າງມູນຄ່າເພີ່ມ ແລະ ມີຄຸນນະພາບຕາມຄວາມຕ້ອງການຂອງຕະຫລາດພາຍໃນ ແລະ ຕ່າງປະເທດ.

ຈາກ: ລາວພັດທະນາ

No comments

Powered by Blogger.