ດ່ວນ…! ສິງກະໂປສົ່ງຍົນຮົບ ບິນຂຶ້ນທຽບຍົນໂດຍສານທີ່ຖືກຂູ່ວາງລະເບີດ ເພື່ອບັງຄັບໃຫ້ລົງຈອດ (ວິດີໂອ) - ອິດສະຫຼະ

ດ່ວນ…! ສິງກະໂປສົ່ງຍົນຮົບ ບິນຂຶ້ນທຽບຍົນໂດຍສານທີ່ຖືກຂູ່ວາງລະເບີດ ເພື່ອບັງຄັບໃຫ້ລົງຈອດ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 5 ເມສາ 2018 ວ່າ: ສາຍການບິນ Scoot ເຊິ່ງເປັນສາຍການບິນໃນເຄືອສິງກະໂປແອລາຍ ຖ້ຽວບິນ TR634 ຖືກຂູ່ວາງລະເບີດ ໂດຍຜູ້ໂດຍສານລາຍໜຶ່ງ ແລະ ຖືກກອງທັບອາກາດສິງກະໂປ ສົ່ງຍົນຮົບ 2 ລຳ ບິນຂຶ້ນທຽບຍົນໂດຍສານລຳດັ່ງກ່າວ ເພື່ອບັງຄັບໃຫ້ເດີນທາງກັບສະໜາມບິນສາກົນຊາງງີ ຂອງສິງກະໂປ ເມື່ອເວລາ 15:23 ນາທີ ແລະ ຜູ້ໂດຍສານທັງໝົດລວມເຖິງຈຸບິນ 173 ຊີວິດ ລົງຈາກຍົນຢ່າງປອດໄພ, ເຊິ່ງຖ້ຽວບິນດັ່ງກ່າວມີຈຸດໝາຍປາຍທາງທີ່ສະໜາມບິນຫາດໃຫຍ່ ພາກໃຕ້ຂອງປະເທດໄທ.




ທ່າງ ອຶ້ງ ເອັງ ເຮັນ ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ ກ່າວຜ່ານ facebook ວ່າ: ຍົນຮົບ F-15 SG 2 ລຳຂອງກອງທັບອາກາດຖືກສົ່ງຂຶ້ນໄປບິນທຽບ ຍົນໂດຍສານຖ້ຽວບິນ RT634 ເຊິ່ງເປັນຍົນແບບ Airbus A320 ພາຍຫຼັງໄດ້ຮັບແຈ້ງຈາກນັກບິນວ່າ ຜູ້ໂດຍສານລາຍໜຶ່ງຂູ່ວ່າມີລະເບີດ ໂດຍຍົນຮົບທັງ 2 ລຳ ໄດ້ບິນທຽບຍົນໂດຍສານລຳດັ່ງກ່າວຢູ່ເໜືອທະເລຈີນໃຕ້ ແລະ ນຳກັບມາລົງຈອດທີ່ສະໜາມບິນຊາງງີ, ທ່ານ ອຶ້ງ ເອັງ ເຮັນ ກ່າວອີກວ່າ: ທີມນັກບິນຂອງກອງທັບອາກາດສິງກະໂປ ກຽມພ້ອມຮັບມື້ກັບໄພສຸກເສີນຕະຫຼອດ 24 ຊົ່ວໂມງ ອາທິດລະ 7 ວັນ.

ໂຄສົກຂອງສາຍການບິນ Scoot ກ່າວວ່າຜູ້ບໍລິຫານກຳລັງປະສານງານກັບເຈົ້າໜ້າທີ່ຕຳຫຼວດ ເພື່ອສືບສວນເຫດການທີ່ເກີດຂຶ້ນຕໍ່ໄປ.




No comments

Powered by Blogger.