ລາວ-ຫວຽດນາມ ປຶກສາການຮ່ວມມືພັດທະນາທ່າທຽບເຮືອຫວຸ້ງອ້າງ 1, 2 ແລະ 3 - ອິດສະຫຼະ

ລາວ-ຫວຽດນາມ ປຶກສາການຮ່ວມມືພັດທະນາທ່າທຽບເຮືອຫວຸ້ງອ້າງ 1, 2 ແລະ 3



ສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 4​ ເມສາ 2018 ທີ່ຜ່ານມາ, ວ່າທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 3, ທີ່ສຽມຣຽບ ປະເທດກຳປູເຈຍ.


ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນຈົບງາມ ຂອງກອງປະຊຸມ ຄັ້ງທີ 40 ຂອງຄະນະກຳມະການຮ່ວມມືສອງຝ່າຍລາວ-ຫວຽດນາມ, ຫວຽດນາມ-ລາວ ໃນເດືອນກຸມພາ 2018 ທີ່ຜ່ານມາ. ທີ່ນະຄອນຫຼວງວຽງຈັນ, ເຊິ່ງໃນກອງປະຊຸມດັ່ງກ່າວສອງຝ່າຍໄດ້ຮ່ວມກັນລົງນາມເອກະສານຮ່ວມມືສອງຝ່າຍທີ່ສຳຄັນ 12 ສະບັບ, ໂດຍສະເພາະແມ່ນ 2 ສະບັນ ທີ່ສອງຝ່າຍໄດ້ຮ່ວມກັນປຶກສາຫາລືໃນການພົບປະຄັ້ງນີ້ຄື: 1) ສັນຍາລະຫວ່າງສອງລັດຖະບານວ່າດ້ວຍການຮ່ວມມືລົງທຶນພັດທະນາທ່າທຽບເຮືອ 1, 2,​ 3 ຂອງທ່າເຮືອຫວຸ້ງອ້າງ ແລະ 2) ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືພັດທະນາໂຄງການເຂື່ອນໄຟຟ້າຂອງຫຼວງພະບາງ ລະຫວ່າງ ບໍລິສັດ PVP ຂອງຫວຽດນາມ ແລະ ບໍລິສັດ PT Sole ຂອງລາວ ເຊິ່ງທັງສອງນາຍົກຍັງຈະໄດ້ສືບຕໍ່ຕິດຕາມຊຸກຍູ້ ແລະ ອຳນວຍຄວາມສະດວກຕໍ່ໄປ ແລະ ສອງຝ່າຍເຫັນດີທີ່ຈະຊຸກຍູ້ ແລະ ອຳນວຍຄວາມສະດວກເພື່ອເຮັດໃຫ້ບັນດາການຕົກລົງຕ່າງໆ ລະຫວ່າງສອງຝ່າຍໃຫ້ສຳເລັດເປັນຢ່າງດີ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດເຂດສາມຫຼຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ແລະ ກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 6 ທີ່ຈັດຂຶ້ນຢູ່ຮາໂນຍ ໃນວັນທີ 30 ມີນາ 2018 ທີ່ຜ່ານມາ.

ໃນຕອນທ້າຍ, ທັງສອງຝ່າຍໄດ້ອວຍພອນສາຍພົວພັນມິດຕິພາບອັນເປັນມູນເຊື້ອ,​ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ທີ່ມີມາແຕ່ດົນນານຈົ່ງໝັ້ນຄົງຂະນົງແກ່ນຕະຫຼອດໄປ.

No comments

Powered by Blogger.