ຈີນຕອບໂຕ້ ສົງຄາມການຄ້າກັບ ສ.ອາເມຣິກາ ຢ່າງດຸເດືອດ ພ້ອມປະກາດຈະບໍ່ຖອຍ - ອິດສະຫຼະ

ຈີນຕອບໂຕ້ ສົງຄາມການຄ້າກັບ ສ.ອາເມຣິກາ ຢ່າງດຸເດືອດ ພ້ອມປະກາດຈະບໍ່ຖອຍ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 4 ເມສາ 2018 ທີ່ຜ່ານມາວ່າ: ກະຊວງການຄ້າຂອງຈີນ ອອກຖະແຫຼງການວ່າ ລັດຖະບານຈີນຈະຂຶ້ນພາສີນຳເຂົ້າສິນຄ້າຈາກສະຫະລັດ ອາເມຣິກາອີກ 106 ລາຍການ ໃນອັດຕາ 25% ລວມມູນຄ່າ 50,000 ລ້ານໂດລາສະຫະລັດ ທີ່ປະກອບມີລົດ, ຍານພາຫະນະທາງອາກາດ ແລະ ຜະລິດຕະພັນເຄມີ ລວມໄປຈົນເຖິງຖົ່ວເຫຼືອງ, ເຂົ້າຟ້າງ, ເຂົ້າສາລີ, ຝ້າຍ, ສາລີ, ໝາກກ້ຽງສົດ ແລະ ຊີ້ນງົວແຊ່ແຂງ ໂດຍຈະມີການປະກາດຢ່າງເປັນາງການອີກຄັ້ງ ວ່າກຳແພງພາສີດັ່ງກ່າວຈະມີຜົນບັງຄັບໃຊ້ເມື່ອໃດ.

ເຊິ່ງກ່ອນໜ້ານີ້ພຽງ 2 ວັນ ລັດຖະບານຈີນໄດ້ປະກາດຕັ້ງກຳແພງພາສີໃນອັດຕາລະຫວ່າງ 15% ເຖິງ 25% ສຳລັບສິນຄ້ານຳເຂົ້າຈາກສະຫະລັດ ອາເມຣິກາ ຈຳນວນ 128 ລາຍການ ລວມມູນຄ່າ 3,000 ລ້ານໂດລາສະຫະລັດ ສ່ວນໃຫຍ່ເປັນສິນຄ້າກະສິກຳທີ່ມີຖົ່ວເປືອກແຂງ, ໝາກໄມ້ແຫ້ງ, ໝາກໄມ້ສົດ, ຊີ້ນໝູແຊ່ແຂງ ແລະ ເຫຼົ້າໄວ ເພື່ອຕອບໂຕ້ກຳແພງພາສີເຫຼັກ ແລະ ອະລູມິນຽມຂອງສະຫະລັດ ອາເມຣິກາ ໃນອັດຕາ 25% ແລະ 10% ຕາມລຳດັບ.

ເຖິງຢ່າງໃດກໍ່ຕາມ, ຕໍ່ມາພຽງວັນດຽວລັດຖະບານສະຫະລັດ ອາເມຣິກາ ກໍ່ໄດ້ເຜີຍແຜ່ລາຍຊື່ສິນຄ້າຂອງຈີນ ຈຳນວນ 1,300 ລານການ ທີ່ຈະຕ້ອງຖືກກຳແພງພາສີໃນອັດຕາ 25% ລວມມູນຄ່າ 50,000 ລ້ານໂດລາສະຫະລັດເຊັ່ນກັນ ສ່ວນໃຫຍ່ເປັນສິນຄ້າກ່ຽວກັບອຸດສາຫະກຳ ແລະ ເຕັກໂນໂລຊີ ປະກອບມີຊິ້ນສ່ວນປະກອບຂອງຍານພາຫະນະ, ສ່ວນປະກອບຂອງອຸປະກອນອີເລັກໂຕຼນິກ ແລະ ອື່ນໆ ເພື່ອຕອບໂຕ້ທີ່ຈີນລະເມີດຊັບສິນທາງປັນຍາຂອງສະຫະລັດ ອາເມຣິກາ.
ໂດຍພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ລັດຖະບານຈີນປະກາດກຳແພງພາສີໝາກຖົ່ວເຫຼືອງ ລາຄາສັນຍາຊື້ຂາຍຖົ້ວເຫຼືອງລ່ວງໜ້າ ໃນຕະຫຼາດຊິກາໂກ ປະຈຳເດືອນພຶດສະພາ 2018 ຕົກລົງທັນທີ 4.2% ເຊັ່ນດຽວກັບສະຖານະການໃນຕະຫຼາດສາລີ ແລະ ເຂົ້າສາລີ ທີ່ປັ່ນປວນຢ່າງຮຸນແຮງໃນຕະຫຼາດ ເນື່ອງຈາກປັດຈຸບັນ, ຈີນເປັນຕະຫຼາດຖົ່ວເຫຼືອງ ແລະ ນ້ຳມັນຈາກພືດລາຍໃຫຍ່ທີ່ສຸດຂອງສະຫະລັດ ອາເມຣິກາ ດ້ວຍມູນຄ່າການຊື້-ຂາຍສູງເຖິງ 14,000 ລ້ານໂດລາສະຫະລັດ ເມື່ອປີທີ່ຜ່ານມາ ຂະນະທີ່ສະມາຄົມຜູ້ສົ່ງອອກຖົ່ວເຫຼືອງຂອງສະຫະລັດ ອາເມຣິກາ ອອກຖະແຫຼງການສະແດງຄວາມຜິດຫວັງ ແລະ ຮຽກຮ້ອງໃຫ້ລັດຖະບານສະຫະລັດ ອາເມຣິກາ ທີ່ນຳໂດຍທ່ານ ໂດໂນ ທຣຳ ເລັ່ງແກ້ໄຂສະຖານະການໃຫ້ໄວທີ່ສຸດ.
ໃນດ້ານຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກໍ່ໄດ້ລົງຂໍ້ຄວາມໃນ Twitter ວ່າ: ຕອນນີ້ສະຫະລັດ ອາເມຣິກາ ບໍ່ຕ້ອງການເຮັດສົງຄາມການຄ້າກັບຈີນ ແຕ່ກ່າວວ່າສົງຄາມການຄ້າລະຫວ່າງສອງປະເທດເຄີຍເກີດຂຶ້ນມາແລ້ວໃນອະດີດ ແລະ ສະຫະລັດ ອາເມຣິກາເປັນຝ່າຍປະລາໄຊ ເນື່ອງຈາກຄວາມໂງ່ຈ້າ ແລະ ຂາດປະສິດທິພາບຂອງຜູ້ນຳສະຫະລັດ ອາເມຣິກາຄົນກ່ອນໜ້ານັ້ນ, ເຖິງຢ່າງໃດກໍ່ຕາມ ທ່ານຈະບໍ່ມີທາງປ່ອຍໃຫ້ສະຫະລັດ ອາເມຣິກາ ຢູ່ໃນສະຖານະການຂາດດຸນການຄ້າປີລະ 500,000 ລ້ານໂດລາສະຫະລັດດ ແລະ ການເສຍປຽບດ້ານຊັບສິນທາງປັນຍາທີ່ເຮັດໃຫ້ຕ້ອງສູນເສຍລາຍໄດ້ອີກຫຼາຍກວ່າປີລະ 300,000 ລ້ານໂດລາສະຫະລັດ.

ຂະນະທີ່ທ່ານ ນາງ ຊາຣາ ແຊນເດີ ໂຄສົກທຳນຽບຂາວ ກ່າວວ່າລັດຖະບານສະຫະລັດ ອາເມຣິກາຫວັງເປັນຢ່າງຍິ່ງວ່າຈີນຈະເຮັດໃຫ້ສິ່ງທີ່ຖືກຕ້ອງ ກ່ອນທີ່ກຳແພງພາສີຂອງສະຫະລັດ ອາເມຣິກາຈະມີຜົນບັງຄັບໃຊ້ຢ່າງເປັນທາງການ.

ເຖິງຢ່າງໃດກໍ່ຕາມ, ທ່ານ ແລຣີ ຄຸດໂລ ທີ່ປຶກສາດ້ານນະໂຍບາຍເສດຖະກິດປະຈຳທຳນຽບຂາວ ກ່າວວ່າການເຈລະຈາກັບຈີນຍັງຄົງເປັນໜຶ່ງໃນຂະບວນການທີ່ສະຫະລັດ ອາເມຣິກາ ໃຫ້ຄວາມສຳຄັນເປັນອັນດັບທຳອິດ ແລະ ເຊື່ອວ່າລັດຖະບານຈີນກໍ່ຕ້ອງການແບບດຽວກັນ ໂດຍສັງເກດຈາກການທີ່ມາດຕະການກຳແພງພາສີຂອງທັງສອງຝ່າຍັງບໍ່ໄດ້ລະບຸເວລາບັງຄັບໃຊ້ຢ່າງຊັດເຈນ.

ໃນດ້ານຂອງທ່ານ ຊຸຍ ທຽນໄຄ ເອກອັກຄະລັດຖະທູດຈີນ ປະຈຳນະຄອນຫຼວງວໍຊິງຕັນ ກ່າວພາຍຫຼັງທີ່ພົບປະຫາລືກັບທ່ານ ຈອນ ຊັນລິແວນ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິະກາ ວ່າການເຈລະຈາຍັງຄົງເປັນທາງອອກທີ່ດີທີ່ສຸດໃນເລື່ອງນີ້ ແຕ່ທັງສອງຝ່າຍຕ້ອງຮ່ວມມືກັນຢ່າງຈິງຈັງ ແລະ ຢືນຢັນວ່າລັດຖະບານຈີນຈະບໍ່ເປັນຝ່າຍຖອຍ.


No comments

Powered by Blogger.