ພາຍຸໝາກເຫັບ ຕົກຢ່າງໜັກໜ່ວງ ທີ່ເມືອງໄຊ ແຂວງອຸດົມໄຊ - ອິດສະຫຼະ

ພາຍຸໝາກເຫັບ ຕົກຢ່າງໜັກໜ່ວງ ທີ່ເມືອງໄຊ ແຂວງອຸດົມໄຊ



ອີງຕາມການເຜີຍແຜ່ພາບ ແລະ ວິດີໂອ ໃນສື່ສັງຄົມອອນລາຍທີ່ກ່າວວ່າ: ເມື່ອຕອນແລງເວລາປະມານ 16:00​ ໂມງ ຂອງວັນທີ 4 ເມສາ 2018 ທີ່ຜ່ານມາ, ໄດ້ເກີດພາຍຸລົມແຮງ ແລະ ໝາກເຫັບຕົກຢ່າງໜັກໜ່ວງ ທີ່ເມືອງໄຊ ແຂວງອຸດົມໄຊ.

ໂດຍພາບຖ່າຍຍັງສະແດງໃຫ້ເຫັນເຖິງ, ອາຄານ-ບ້ານເຮືອນຂອງປະຊາຊົນຈຳນວນໜຶ່ງແມ່ນໄດ້ຮັບຄວາມເສຍຫາຍ ຈາກເຫດການຄັ້ງນີ້ອີກດ້ວຍ.

ເຖິງຢ່າງໃດກໍ່ຕາມ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍ່ໄດ້ອອກແຈ້ງເຕືອນ ພາຍຸລະດູຮ້ອນ ໄປແລ້ວຕັ້ງແຕ່ວັນທີ 4 ເມສາ 2018 ທີ່ຜ່ານມາ ເພື່ອເຕືອນປະຊາຊົນ ແລະ ອຳນາດການປົກຄອງວ່າ: ໃນໄລຍະວັນທີ 5-7 ເມສາ 2018 ນີ້ ຈະມີແລວປະທະຂອງມວນອາກາດຮ້ອນ ແລະ ມວນອາກາດເຢັນ ທີ່ຈະເຮັດໃຫ້ເກີດມີພາຍຸລະດູຮ້ອນຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ປະກອບມີ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ໄຊສົມບູນ, ບໍ່ແກ້ວ, ຫຼວງນ້ຳທາ,​ ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.











No comments

Powered by Blogger.